ໃນວັນທີ 03/05/2021 ສປປ ລາວ ພົບຜູ້ຕິດເຊື້ອໂຄວິດໃຫມ່ ຈໍານວນທັງໝົດ +33 ຄົນ ! ໃນນັ້ນມີ:

ນະຄອນຫຼວງ: 16

ຈໍາປາສັກ: 4

ບໍ່ແກ້ວ: 7

ສະຫວັນນະເຂດ: 3

ອຸດົມໄຊ: 3

ຟັງຖະແຫຼງຂ່າວ

ສະບາຍດີ ບັນດາທ່ານຜູ້ຊົມທີ່ກຳລັງຕິດຕາມການຖະແຫຼງຂ່າວ ທີ່ນັບຖື ແລະ ຮັກແພງ.

ຂ້າພະເຈົ້າ ທ່ານ. ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ພ້ອມດ້ວຍ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ,ຕາງໜ້າກອງເລຂາ ຄະນະສະ ເພາະ ກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຂໍອະນຸຍາດລາຍງານ:​        

ສະພາບການລະບາດຂອງພະຍາດ COVID-19 ຢູ່ ໃນໂລກ, ຮອດປະຈຸບັນ ທົ່ວໂລກມີການລາຍງານການຕົວເລກຜູ້ຕິດເຊື້ອສະສົມທັງໝົດ 153,467,866 ຄົນ, ເສຍຊິວິດສະສົມ 3,215,673 ຄົນ ແລະ ປີ່ນປົວຫາຍດີ 131,472,460 ຄົນ; ປະເທດອາເມຣິກາ ຍັງເປັນອັນດັບໜຶ່ງ ຜູ້ຕິດເຊື້ອສະສົມເກືອບ 33 ລ້ານກວ່າຄົນ ແລະ ເສຍຊີວິດສະສົມຫຼາຍກວ່າ 591,056 ຄົນ; ອັນດັບສອງ ແມ່ນປະເທດ ອິນເດຍ ມີຜູ້ຕິດເຊື້ອສະສົມ ເກືອບ 19 ລ້ານກ່ວາຄົນ ແລະ ເສຍຊີວິດສະສົມ 218,945 ຄົນ;
ສຳລັບ ສປປ ລາວ ມາຮອດປະຈຸບັນ ມີ ລາຍງານຜູ້ຕິດເຊື້ອທັງໝົດ 966 ຄົນ ( ໃໝ່ 33)
ບໍ່ມີຜູ້ເ ສ ຍ ຊີ ວີ ດ, ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການ ປິ່ນປົວຫາຍດີ 60 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ ໃນຕ່ລະແຂວງ ຈຳນວນ 907 ຄົນ ເຊັ່ນ:
-ນະຄອນຫຼວງວຽງຈັນ 599 ຄົນ (ໃໝ່ 16)
-ແຂວງຈຳປາສັກ 121 ຄົນ (ໃໝ່ 4), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ
-ແຂວງບໍ່ແກ້ວ 98 ຄົນ (ໃໝ່ 7)
-ແຂວງສະຫວັນນະເຂດ 31 ຄົນ (ໃໝ່ 3)
-ແຂວງຫຼວງພະບາງ 13 ຄົນ
-ແຂວງວຽງຈັນ 13 ຄົນ
-ແຂວງສາລະວັນ 7 ຄົນ
-ແຂວງຫຼວງນ້ຳທາ 6 ຄົນ
-ແຂວງອຸດົມໄຊ 8 ຄົນ (ໃໝ່ 3)
-ແຂວງຜົ້ງສາລີ 3 ຄົນ
-ແຂວງໄຊຍະບູລີ 3 ຄົນ
-ແຂວງບໍລິຄຳໄຊ 3 ຄົນ
-ແຂວງຄຳມ່ວນ 1 ຄົນ
-ແຂວງຊຽງຂວາງ 1 ຄົນ
ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ.

ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 33 ຄົນ (ກໍລະນີຢັ້ງຢືນທີ 934-966)
ດຣ. ພອນປະດິດ ສັງໄຊຍະລາດ ຈະເປັນຜູ້ລາຍງານ ລາຍລະອຽດ, ຂໍຮຽນເຊີນ:
-ສັງລວມປະຫວັດການເດີນທາງຂອງຄົນຫວຽດນາມທີ່ຕິດເຊື້ອ, ສະຖານທີ່ຕ່າງໆ ຄືດັ່ງນີ້:
-ບ້ານທາດຫຼວງ ໄຊເສດຖາ, ບ້ານນາໄຊ, ເມືອງໄຊເສດຖາ, ບ້ານ ດອນກອຍ, ໄຊເສດຖາ,ບ້ານດອນຕິ້ວ, ເມືອງໄຊທານີ, ເຮັດຮ້ານກາເຟຢູ່ຫ້ອງແຖວ ບ້ານສີສັງວອນ,
ຕະຫລາດດອນກອຍ;
-14/4/2021: ສະຖານທີ່ອອກກຳລັງກາຍຢູ່ເດີນທາດຫລວງ, ຫລີ້ນປີໃໝ່ຢູ່ຮ້ານຕັດຜົມ Star 2, ຮ້ານຄາຣາໂອເກະຫວຽດ ຕໍ່ໜ້າ ຮ້ານເອັມພ້ອຍ ທາດຫຼວງ;
-ວັນທີ 11-13 ເມສາ ຮ້ານຂາຍເຄື່ອງຕະຫຼາດກາງຄືນ ແຄມຂອງ,
-ຄົນຫວຽດນາມເລາະຕັດເລັບ ແລະ ທາສີເລັບບ້ານ ສີສັງວອນ ແລະ ບ້ານທາດຫຼວງ, ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ;
-ຮ້ານຜົມຕັດຜົມຊາຍ-ຍິງ ຕໍ່ໜາ້ຢູນິເທລນາໄຊ;
-ວັນທີ 12 ເມສາ 2021 ເທັກ ແຄັດໂຮມ ແຖວທາດຫຼວງ;
-ວັນທີ 14 ເມສາ 2021 ໄປຕະຫຼາດຫົວຂົວຕອນແລງ;
-ທະນາຄານ MB lao, ຖຸະໜົນໄກສອນ ບ້ານໂພນສະອາດ, ເມືອງ ຈັນທະບູລີ , ໂຮງໝໍຊີວິດໃໝ່ ບ້ານນາໄຊ, ສູນຄວາມງາມຈູລີບີວຕີ ຢູ່ດົງປ່າລານ, ອາຫານຕາມສັ່ງຢູ່ຕໍ່ໜ້າຮ້ານມານາເມ, ບ້ານດອນຕິ້ວ, ຮ້ານ ສະນຸກເກີ (ຮ້ານຕຳແດງ) ບ້ານດົງປ່າແລບ;
-ຖ້ຽວບີນ ວັນທີ 21 ເມສາ 2021 ຈາກນະຄອນຫຼວງວຍງຈັນເດີນທາງໄປຫຼວງນ້ຳທາ ຖ້ຽວບີນ 603 ແຕ່ຍົນບໍ່ອະນຸຍາດໃຫ້ລົງແລ້ວກັບມາວຽງຈັນ, ຊ່າງຮັບເໝົາໄຟຟ້າຢູ່ບ້ານຫ້ວຍຫົງ, ເມືອງຈັນທະບູລີ.
-ນອກຈາກນີ້ ຂໍຮຽກຮ້ອງມາຍັງບັນດາທ່ານທີ່ມີລາຍຊື່ຂ້າງລຸ່ມທີ່ໄດ້ໄປເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດ COVID-19 ໃນນະຄອນຫຼວງວຽງຈັນທີ່ໃຫ້ຂໍ້ມູນບໍ່ລະອຽດແມ່ນໃຫ້ຮີບຮ້ອນໂທປະສານຫາ ທ່ານ ດຣ. ນາງ ວຽງສາຄອນ ຫຼວງປະດິດ ເບີໂທ 020 94095533 ແລະ ເບີ 020 55663579 ລາຍຊື່ລະອຽດຄື:

  1. ນາງ ພູເງີນ 16 ປີ
  2. ທ້າວ ແອນ້ອຍ ພັນທະມູນ
  3. ນາງ ຟາ ແສງຄຳຍອງ 35 ປີ
    ໃຫ້ບຸກຄົນດັ່ງກ່າວຈົ່ງຮີບຮ້ອນໂຕໂທກັບເບີດັ່ງກ່າວ ຫຼື ແຈ້ງຕໍ່ອຳນາດການປົກຄອງບ້ານຂອງທ່ານເພື່ອຕິດຕໍ່ຫາພະນັກງານແພດໝໍດ່ວນ, ຖ້າຫາກທ່ານໃດຮັບຮູ້ແລ້ວບໍ່ຮີບຮ້ອນມາສະເໜີໂຕ ຫຼື ຈົງໃຈລົບຫຼີກແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ.

•ສະຖານະການໃນປະຈຸບັນເຫັນວ່າ ສປປ ລາວເຮົາ ຍັງມີລາຍງານການຕິດ ເຊື້ອໃໝ່ເພີ້ມຂຶ້ນ ຢ່າງຕໍ່ເນື່ອງໃນແຕ່ລະມື ທັງຢູ່ນະຄອນຫຼວງ ແລະ ບັນດາແຂວງ ໃນທົ່ວປະເທດ ເຫັນໄດ້ວ່າ ເລີ້ມແຕ່ຕົ້ນປິ 2021 ເປັນຕົ້ນມາຮອດມື້ນີ້ ມີ ຜູ້ຕິດເຊື້ອ 925 ຄົນ(ໂດຍສະເພາະແຕ່ເດືອນເມສາ ມາແມ່ນມີຜູ້ຕິດເຊື້ອ ເຖີງ 917 ຄົນ) ຖ້າທຽບໃສ່ໃນປີ 2020 ໝົດປີ ມີຜູ້ຕດິເຊື້ອທັງໝົດພຽງແຕ່ 41 ຄົນ ແລະ ໃນໄລຍະດຽວກັນເດືອນ ພຶດສະພາ 2020 ຜູ້ຕິດເຊື້ອມີພຽງ 19 ຄົນ ເຫັນວ່າເປັນໂຕເລກທີ່ມີຄວາມແຕກຕ່າງກັນຫຼາຍເທົ່າ
•ຕໍ່ກັບສະພາບດັ່ງກ່າວລັດຖະບານ, ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນກໍໄດ້ມີຄຳສັ່ງ, ແຈ້ງການ ແລະ ຄຳແນະນຳ ຕ່າງໆ ກ່ຽວກັບມາດຕະການ ສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດອອກມາເປັນແຕ່ລະໄລຍະ ເຊິ່ງປະຈຸບັນກໍແມ່ນປະຕີບັດຕາມຄຳສັ່ງຂອງທ່ານນາຍຍົກລັດຖະມົນຕີສະບັບເລກທີ 15/ ນຍ ລົງວັນທີ 21 ເມສາ 2021 ເຊິ່ງມີຜົນໃນການນຳໃຊ້ ຮອດວັນທີ 5 ພຶດສະພາ 2021 ແລະ, ພ້ອມດຽວກັນ ອຳນາດການ ປົກຄອງທຸກຂັ້ນ ກໍໄດ້ເອົາໃຈໃສ່ຕິດຕາມການ ຈັດຕັ້ງປະຕິບັດ ມາດຕະການຂອງຄະນະສະເພາະກີດຢ່າງເຂັ້ມງວດ ໂດຍສະເພາະແມ່ນເອົາໃຈໃສ່ ຕິດຕາມກວດ ກາຜູ້ທີ່ກັບມາຈາກ ປະເທດທີ່ມີການລະບາດຂອງພະຍາດ COVID-19, ຖ້າພົບເຫັນການເຂົ້າມາ ແບບບໍ່ຖືກຕ້ອງໃຫ້ຮີບຮ້ອນແຈ້ງ ຄະນະສະເພາະກິດໃນຂັ້ນຂອງຕົນຊາບໂດຍທັນທີ ເພື່ອ ນຳເອົາ ຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນ ຕາມລະບຽບການ,
•ໃນສະພາບ ປະຈຸບັນເຫັນວ່າ ມີປະຊາຊົນຈຳນວນຫຼາຍໃນສັງຄົມ ໄດ້ມາສະເໜີໂຕມາຂໍກວດ ຊອກຫາເຊື້ອພະ ຍາດ COVID-19 ຍ້ອນເຫັນວ່າຕົນເອງຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ເດີນທາງໄປສະຖານທີ່ສ່ຽງ
•ອີກອັນນຶ່ງທີ່ສຳຄັນ ສຳລັບ ຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ເດີນທາງໄປສະຖານທີ່ສ່ຽງແມ່ນ ຕ້ອງແຍກໂຕເອງອອກຈາກຄົນໃກ້ຊິດ ແລະ ຄົນ ໃນຄອບຄົວ ພ້ອມທັງ ຈຳກັດບໍລິເວນ ຢູ່ສະຖານທີ່ພັກເຊົາຂອງຕົນເອງ ພ້ອມທັງ ໃຫ້ໄປກວດຫາເຊື້ອພະຍາດ COVID-19 ໂດຍໄວຕາມຈຸດບໍລິການກວດທີ່ທີ່ທາງຄະນະສະເພາະກິດກຳນົດໄວ້ ໂດຍໃຫ້ໃສ່ຜ້າປິດປາກ-ດັງ, ຮັກສາມາລະ ຍາດ ໃນເວລາໄອ-ຈາມໃຫ້ອັດປາກ ແລະ ດັງດ້ວຍກົກແຂນ ແລະ ພາຍຫຼັງກວດແລ້ວໃຫ້ກັບທີ່ພັກຂອງຕົນເອງທັນທີໂດຍປະຕິບັດຮັກສາໄລຍະຫ່າງກັບບຸກຄົນ ອື່ນ; ເປັນເວລາ 14 ວັນ ໂດຍໃຫ້ຕິດຕາມວັດແທກອຸນຫະພູມຮ່າງກາຍທຸກມື້
•ຜູ້ທີ່ມາເກັບ ຕົວຢ່າງແລ້ວ ໃນລະຫ່ວາງລໍຖ້າຜົນກວດ ແມ່ນໃຫ້ຢູ່ແຕ່ສະຖານທີ່ພັກເຊົາຂອງຕົນເອງເທົ່ານັ້ນ ຫ້າມເດັດຂາດບໍ່ໃຫ້ເດີນທາງອອກໄປຂ້າງນອກ, ບໍ່ໃຫ້ໃກ້ຊິດກັບຄົນອື່ນ, ສຳລັບຜູ້ສົ່ງອາຫານ, ນ້ຳດື່ມແມ່ນໃຫ້ສົ່ງຢູ່ໜ້າຫ້ອງ ແລະ ອອກໄປທັນທີພາຍຫຼັງສົ່ງອາຫານ;
•ຖ້າຜົນກວດຂອງທ່ານພົບເຊື້ອ (+) ແມ່ນຈະມີພະນັກງານແພດໂທແຈ້ງຜົນກວດຫາທ່ານ ແລະ ຈະມີລົດແພດໄປຮັບທ່ານຢູ່ສະຖານທີ່ພັກເພື່ອໄປປີ່ນປົວຢູ່ຕາມໂຮງໝໍທີ່ໄດ້ກຳນົດໄວ້;
•ຖ້າບໍ່ມີພະນັກງານໂທແຈ້ງຜົນກວດກໍ່ໃຫ້ທ່ານສືບຕໍ່ຈຳກັດບໍລິເວນຕົນເອງຢູ່ສະຖານທີ່ພັກເຊົາ ແລະ ຮັກສາໄລຍະຫ່າງຈາກບຸກຄົນອື່ນຈົນກ່ວາຈະຄົບ 14 ວັນ (ເພາະໄລຍະບົ່ມເຊື້ອພະຍາດອາດຈະສະແດງອາການ ຫຼື ບໍ່ສະແດງອາການ) ພາຍຫຼັງຄົບກຳນົດການຈຳກັດບໍລິເວນ ຖ້າບໍ່ມີອາການຜິດປົກກະຕິຫຍັງ ຈຶ່ງ ສາມາດອອກໄປເຄື່ອນໄຫວດຳເນີນຊິວິດປະຈຳວັນຕາມປົກກະຕິ;
•ສຳລັບຈຸດບໍລິການ ເກັບຕົວຢ່າງ ທີ່ທາງຄະນະສະ ເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ ແມ່ນ ບໍລິການທຸກວັນ ແຕ່ ເວລາ 9 ໂມງ ຫາ 12 ໂມງ ມີຄື 1 ມສ ສີໂຄດ 2 ສະໝາມກິລາ ຈົ້າອານຸາວົງ 3 ມສ ລາວຫວຽດ ແລະ ໂຮງໝໍ ເຊດຖາທິລາດ ສຳລັບ ໂຮງ ໝໍພິດຕະພາບແມ່ນຈະໄດ້ຮັບກງດ ສະເພາະຜູ້ທີ່ສຳພັດໃກ້ຊີດ ແລະມີອາການ
•ແລະອີກວຽກງານນຶ່ງທີ່ບໍລິການຄຽງຄູ່ກັບການເກັບຕົວຢ່າງ ກໍຄືການໃຫ້ບໍລິການ ສັກວັກຊີນ ປ້ອງກັນ ໂຄວີດ 19 ກໍຂໍໃຫ້ ໃຫ້ພໍ່ແມ່ປະຊາຊົນ ແລະ ທຸກ ພາກສ່ວນ ທີ່ນອນໃນກຸ່ມເປົ້າໝາຍ ຈົ່ງພ້ອມໃຈກັນໄປຮັບການສັກຢາວັກຊີນຕາມສະຖານທີ່ບໍລິການທີ່ໄດ້ກຳນົດໄວ້ ເພື່ອປ້ອງກັນຕົວທ່ານເອງ, ຄອບຄົວຂອງທ່ານ ແລະ ເພື່ອເປັນວິທີທາງນຶ່ງທີ່ຈະສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19ໃນຊຸມຊົນໃນປະເທດເຮົາ
•ທ້າຍສຸດນີ້ ຂ້າພະເຈົ້າ ຂໍການຮ່ວມມີມາຍັງທຸກທ່ານ ຈົ່ງໄດ້ສືບຕໍ່ຮ່ວມແຮງຮ່ວມໃຈ ເປັນຈິດນຶ່ງໃຈດຽວກັນໃນການເອົາໃຈໃສ່ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດເພື່ອ ພ້ອມໃຈກັນຕໍ່ສູ້ຕ້ານກັບ COVID-19 ແລະ ພວກເຮົາ ທຸກຄົນ ຈະພ້ອມກັນຜ່ານຜ່າ ວິກິດການສະພາບການລະບາດຂອງພະຍາດໃນຄັ້ງນີ້ ໄປພ້ອມໆກັນ ໃຫ້ໄດ້ ແລະ ອີກອັນນຶ່ງ ຂໍສະແດງຄວາມຂອບໃຈ ແລະຮູ້ບຸນຄຸນມາຍັງພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນ ໃນສັງຄົມທີ່ໄດ້ໃຫ້ສະໜັບສະໜູນ ເຄື່ອງບໍລິໂພກ ອຸບປະໂພກ ແລະອາຫານເຂົ້າກ່ອງ ໃຫ້ແກ່ທີມງານແພດໝໍທີ່ປະຕິບັດໜ້າທີ່ຢູ່ໃນແຕ່ລະຂັ້ນ
•ເພື່ອໃຫ້ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການຂໍໃຫ້ທ່ານຕິດຕາມຂໍ້ມູນຂ່າວສານ ທີ່ເປັນທາງການໄດ້:
oຈາກເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 covid19.gov.la
oເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
oເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກcdc.gov.la
oແລະ ສາມາດໂທສອບຖາມ ສາຍດ່ວນ 166 ຫຼື 165 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 166 ຫຼື 165).
ມາຮອດນີ້ການລາຍງານສະພາບພະຍາດ ໂຄວິດ-19 ປະຈຳວັນຈັນວັນທີ 3 ພືດສະພາ ປີ 2021 ຂອງຂ້າພະເຈົ້າ ໄດ້ສີ້ນສຸດພຽງເທົ່ານີ້. ຂໍສະແດງຄວາມຂອບໃຈມາຍັງບັນດາທ່ານທີ່ຕິດຕາມຊົມ ແລະ ຮັບຟັງ (ຂອບໃຈ)

Leave a Reply

Your email address will not be published. Required fields are marked *