ຈາກກໍລະນີ ປະຊາຊົນ ບ້ານໂພນສິມ ນະຄອນ ໄກສອນ ພົມວິຫານ ລະເມີດ ຄໍາສັ່ງ ລັອກດາວ ໂດຍພາກັນ ຈັດບຸນບັ້ງໄຟ ຢ່າງຄຶກຄື້ນ ວັນທີ 2 ພຶດສະພາ 2021.

ເຊິງ ໃນຄໍ່າຄືນ ວັນດຽວກັນ ຮອງເຈົ້າ ນະຄອນ ໄກສອນ ໄດ້ ຖະແຫຼງຂ່າວທາງ ໂທລະສັບ ຜ່ານ ລາຍການ ຄລິນິກ ທັນເຫດການ. ໂດຍ ຢືນຢັນ ເຫດການດັ່ງກ່າວ ວ່າ ມີຈິງແທ້, ແລະ ທາງ ນະຄອນ ໄກສອນ ພົມວິຫານ ໄດ້ ລົງກວດພື້ນທີ່ ພ້ອມ ລົງໂທດ ອໍານາດການປົກຄອງ ແລະ ທຸກຄົນທີ່ກ່ຽວຂ້ອງ. ໂດຍ ຂັ້ນຕົ້ນ ແມ່ນ ສັ່ງ ໂຈະໜ້າທີ່ ຂອງ ບັນດາ ອໍານາດການປົກຄອງ ທັນທີ ແລະ ຈະມີການດໍາເນີນການ ຕາມມາດຕະການລົງໂທດ ແລະ ປັບໃໝ. ພ້ອມນີ້, ຫາກງານດັ່ງກາວ ເກີດມີ ຜູ່ ຕິດ ເຊື້ອ ໂຄວິດ-19 ກໍ່ຈະມີການເພີ່ມ ໂທດ ຕືມອີກ.

ໃນມື້ດຽວກັນ, ພຣະອາຈານ ສີວິໄລ ວະນາຣາມ ທີ່ເຄີຍ ເປັນ ເຈົ້າອາທິການວັດ ໂພນສິມ ກໍ່ໄດ້ໂພດ ຢືນຢັນ ຄວາມບໍລິສຸດໃຈ ວ່າ ທາງປະຊາຊົນ ແມ່ນເຮັດເອງ ໂດຍຫ້າມກໍ່ບໍ່ຟັງ.

“ອົດສາອ່ານໃຫ້ຈົບດວ້ຍເທີ້ນ ແຊຣ໌ຕໍ່ບອກກັນແນ່ເດີ ເລື່ອງບຸນບັ້ງໄຟບ້ານໂພນສີມນັ້ນ ໃນນາມອັດຕະມາ ເປັນປະທານເຂດໂພນສີມ ບໍ່ເຄີຍອະນຸຍາດໃຫ້ເຮັດ ແລະຍາທ່ານເອງກໍ່ເຄີຍຢູ່ເປັນເຈົ້າອາວາດຢູ່ ບ້ານໂພນສີມມາ15ປີ ແຕ່ຕອນນີ້ບໍ່ໄດ້ຢູ່ແລ້ວຍ້າຍ ໄປຢຸ່ວັດບ້ານສົ້ງໃຊໄດ້ 5 ປີນີ້ແລ້ວ ເນື່ອງຈາກຍາທ່ານຍາຄູຣ ແລະຍາດໂຍມຕຳນິຕິຕຽນຫລາຍພໍສົມຄວນ ວ່າໃຫ້ອອກມາຮັບຜີດຊອບ ອັດຕະມາໄດ້ຍິນແລ້ວ ກໍ່ບໍສະບາຍໃຈ ເພາະຍາບໍ່ເຄີຍອະນຸຍາດໃຫ້ເຂົ້າເຮັດ ຈິ່ງຢາກອອກມາບອກ ເຫຼົ່າຄວາມຈິງ ສູ່ຟັງ ນີ້ບໍ່ແມ່ນ ເວົ້າເອົາດີໃສ່ໂຕ ເອົາຂີ້ຮ້າຍໃສ່ຜູ້ອື່ນເດີ ເວົ້າຄວາມຈິງເປັນສິ່ງບໍ່ຕາຍ ຈະເວົ້າໃຫ້ຫລາຍໆທ່ານຮູ້ ວ່າເລື່ອງບຸນບັ້ງໄຟບ້ານໂພນສີມນັ້ນ ແມ່ນບໍ່ກ່ຽວ ກັບຍາທ່ານ ຄູບາອາຈານ ແຕ່ຢ່າງໃດ ແລະ ຍາທ່ານເຈົ້າແຂວງ ເຈົ້າເມຶອງ ເຈົ້າຄະນະເຂດ ບໍ່ໄດ້ອະນຸຍາດ ເຂົາເຈົ້າໃຫ້ເຮັດ ຂັ້ນເທີງກະບໍ່ໄດ້ອະນຸຍາດໃຫ້ເຮັດເດີ ນີ້ແມ່ນ ໄທບ້ານເຮັດເອງເດີ ແລະບໍ່ໄດ້ເຮັດຫາເງີນອີກ ເນຶ່ອງຈາກວ່າຊາວບ້ານຍັງມີຄວາມເຊື່ອ ແບບງົມງວຍກະວ່າແມ່ນ ຖືຜີຫລາຍກວ່າພຮະສົງ ພຮະເວົ້າຫຍັງບໍ່ມີຟັງ ວ່າ ຜີຫລັກບ້ານເປັນໃຫຍ່ ເພີ່ນໃຫ້ເຮັດ . ສີສ້າງຫຍັງທຳຫຍັງຄືກັນໃນວັດນະ ຕອ້ງໃຫ້ເຈົ້າຜີເພິ່ນອະນຸຍາດກອ່ນ ຈັ່ງໄດ້ສ້າງ ຊາວບ້ານຕາມເພິ່ນ ຊາວບ້ານກະໄດ້ເຮັດຕາມເພີ່ນ ເຂົ້າຢ້ານເພິ່ນຮ້າຍ ປະຊາຊົນຢ້ານບໍ່ຢູ່ດີມີແຮງ ນີ້ຄືຄວາມເຊື່ອຊາວບ້ານຖືບັນພະບູຫລຸດ ມາແຕ່ເຫີງນານ ອັດຕະມາບອກແລ້ວ ເຕືອນແລ້ວ ວ່າເພີນບໍໃຫ້ເຮັດງານຫັຍງ ແລະບອກວ່າທັງໂລກເຂົ້າຢ້ານໂລກໂຄວີດ19 ເຈົ້າພັດມາຢ້ານຍາພໍ່ຫລັກບ້ານນີ້ບໍ ແຕ່ກໍຫ້າມບໍ່ໄດ້ ວ່າບໍ່ຟັງ ແລ້ວຈັກຊີວ່າແນວໃດອັດຕະມາກະດີ ເພີ່ນວ່າຮີດຄອງມາຮອດແລ້ວ ປີກາຍນີ້ກະຢຸດແລ້ວ ບໍ່ໄດ້ເຮັດ ປີນີ້ແນວໃດກະຊີເຮັດ ກະເລີຍບອກເຂົາໄປ ວ່າສຸດແລ້ວແຕ່ຊຸມເຈົ້າເດີ ເປັນຫຍັງມາ ບໍຮັບພິດຊອບນຳເດີ ທາງພັກລັດເພິ່ນຫ້າມບໍ່ໃຫ້ມີງານມວ່ນຊື່ນ ເຂົ້າວ່າຊີເຮັດແຕ່ສະເພາະຄົນໃນບ້ານ ປິດຫົນທາງຫົນທາງ ບໍ່ໃຫ້ຄົນບ້ານອື່ນມາຮວ່ມ ຮອດມື້ບຸນ ເຂົາກະກັກທາງແທ້ ບໍໃຫ້ຄົນບ້ນອື່ນມາຮວ່ມ ຫລີ້ນບຸນນຳແທ້ ຈັງໃດກໍ່ຕາມ ອະຕະມາເວ້າຫຍັງໄປຜີດໃຈຄົນໂພນສີມກໍ່ດີ ຂໍໂທດຂໍອະໄພ ນຳຫລາຍໆ ເພາະວຽກນີ້ ມັນກ່ຽວກັບອັດຕະມາ ແລະຂໍໂທດຕໍ່ຊາວລາວເຮົາທົ່ວປະເທດຫລາຍ ຫລາຍເດີ ມັນເກີດຂື້ນແລ້ວ ເປັນໄປແລ້ວ ຂໍຍອມຜິດທັງໝົດເດີ ແມ່ນ ຊີຕີຊົມ ກະຊິຮັບເອົາໝົດ ທຸກຄຳຕິຊົມ ຂອງທ່ານ ຂໍຍອມຮັບວ່າຜິດ ເຖີງຍາທ່ານຊີບອກ ວ່າບໍ່ໄດ້ອະນຸຍາດໃຫ້ເຂົ້າເຮັດ ກະຄືສິບໍ່ເຊື່ອຍາທ່ານດອກ ຂອບໃຈ ທີ່ອົດສາອ່ານໃຫ້ຈົບ ສຸດທາຍນີ້ອັດຕະມາ ຂໍອ່ວຍພອນໄຊໃຫ້ທ່ານຜູ້ອ່ານ ຈົງມີແຕ່ຄວາມສຸກ ຄວາມຈະເລີນ ປັດສະຈາກໂລກໂຄວິດ19 ຂໍບຸນຮັກສາ ເທວະດາຄຸ້ມຄອງທ່ານແລະຄອບຄົວດ້ວຍເທີນ ສາທຸ ຈະເລີນພອນ”

ພ້ອມດຽວກັນນີ້ ເມື່ອກວດເບິ່ງ ລະບຽບ ແລະ ມາດຕະການສະເພາະ ຂອງແຂວງສະຫວັນນະເຂດ ທີ່ໄດ້ມີການກໍານົດ ການລົງໂທດ ຜູ່ລະເມີດ ມາດຕະການລັອກດາວ ມີດັ່ງນີ້.

ຄຳສັ່ງເພີ່ມເຕີມຈາກຄະນະສະເພາະກິດຂັ້ນແຂວງ
ໃນການສະກັດກັ້ນ,ປ້ອງກັນການລະບາດພະຍາດໂຄວິດ19

.

.

.

.

Leave a Reply

Your email address will not be published. Required fields are marked *