ໃນວັນທີ 02/05/2021 ກວດວິເຄາະທັງໝົດ 3091 ຕົວຢ່າງພົບເຊື້ອ 112 ຕົວຢ່າງ:

ນະຄອນຫຼວງ: 34

ແຂວງວຽງຈັນ: 3

ຈໍາປາສັກ: 11

ບໍ່ແກ້ວ: 60 (ມ ຕົ້ນເຜິ້ງ 53, ແຂວງບໍ່ແກ້ວ 3)

ສະຫວັນນະເຂດ 3

ບໍລິຄໍາໄຊ 1

ຟັງຖະແຫຼ່ງຂ່າວ

ສະບາຍດີ ບັນດາທ່ານຜູ້ຊົມທີ່ກຳລັງຕິດຕາມການຖະແຫຼງຂ່າວ ທີ່ນັບຖື ແລະ ຮັກແພງ.

ຂ້າພະເຈົ້າ ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ. ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19ຈະມາຖະແຫຼງຂ່າວໃນມື້ນີ້:

ສຳລັບ ສປປ ລາວ ໃນວັນທີ 01 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3,091 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 112 ຕົວຢ່າງ, ເຊີ່ງແບ່ງອອກເປັນແຕ່ລະແຂວງດັ່ງນີ້:
oນະຄອນຫຼວງ 34 ຕົວຢ່າງ
oແຂວງວຽງຈັນ 3 ຕົວຢ່າງ
oຈໍາປາສັກ 11 ຕົວຢ່າງ,
oບໍ່ແກ້ວ 60 ຕົວຢ່າງ (ເມືອງຕົ້ນເຜິ້ງ 57 ຕົວຢ່າງ ແລະ ແຂວງບໍ່ແກ້ວ 3 ຕົວຢ່າງ)
oສະຫວັນນະເຂດ 3 ຕົວຢ່າງ
oບໍລິຄໍາໄຊ 1 ຕົວຢ່າງ
-ມາຮອດປະຈຸບັນ ສປປ ລາວ ມີ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 933 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 51 ຄົນ ແລະ ຍັງນອນຕິດຕາມປິ່ນປົວທັງໝົດ ຈຳນວນ 882 ຄົນ, ລາຍລະອຽດດັ່ງນີ້:
-ນະຄອນຫຼວງວຽງຈັນ 591 ຄົນ (ໃໝ່ 34)
-ແຂວງຈຳປາສັກ 117 ຄົນ (ໃໝ່ 11), ສຳລັບຄົນເຈັບແຂວງເຊກອງ ແມ່ນ ນອນປິ່ນປົວຢູ່ແຂວງຈຳປາສັກ
-ແຂວງບໍ່ແກ້ວ 91 ຄົນ (ໃໝ່ 60)
-ແຂວງສະຫວັນນະເຂດ 28 ຄົນ (ໃໝ່ 3)
-ແຂວງຫຼວງພະບາງ 14 ຄົນ
-ແຂວງວຽງຈັນ 13 ຄົນ (ໃໝ່ 3), ຄົນເຈັບແຂວງວຽງຈັນ1 ຄົນ ມາປີ່ນປົວໃນນະຄອນຫຼວງວຽງຈັນ
-ແຂວງສາລະວັນ 6 ຄົນ
-ແຂວງຫຼວງນ້ຳທາ 6 ຄົນ
-ແຂວງອຸດົມໄຊ 5 ຄົນ
-ແຂວງຜົ້ງສາລີ 3 ຄົນ
-ແຂວງໄຊຍະບູລີ 3 ຄົນ
-ແຂວງບໍລິຄຳໄຊ 3 ຄົນ (ໃໝ່ 1)
-ແຂວງຄຳມ່ວນ 1 ຄົນ
-ແຂວງຊຽງຂວາງ 1 ຄົນ
oຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ

ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 112 ຄົນ (ກໍລະນີຢັ້ງຢືນທີ 822-933)
ດຣ. ພອນປະດິດ ສັງໄຊຍະລາດ ຈະເປັນຜູ້ລາຍງານ ລາຍລະອຽດ, ຂໍຮຽນເຊີນ:
•ສຳລັບຜູ້ຕິດເຊື້ອໃໝ່ ຢູ່ແຂວງ ຈຳປາສັກ, ບໍ່ແກ້ວ, ສະຫວັນນະເຂດ, ແຂວງວຽງຈັນ ແລະ ບໍລິຄຳໄຊ ແມ່ນລ້ວນແຕ່ມີປະຫວັດສຳຜັດໃກ້ຊິດ ກັບກໍລະນີຕິດເຊື້ອ ພາຍໃນແຂວງຂອງຕົນ; ສ່ວນ 34 ຄົນທີ່ຕິດເຊື້ອໃໝ່ຢູ່ນະຄອນຫຼວງວຽງຈັນ ກໍ່ລ້ວນແຕ່ເປັນຜູ້ທີ່ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອທີ່ກ່ຽວພັນກັບກໍລະນີທີ 59;

ສຳລັບສະຖານທີ່ທີ່ບັນດາຜູ້ຕິດເຊື້ອໄດ້ເດີນທາງໄປລ້ວນແລ້ວແຕ່ແມ່ນບ່ອນດຽວກັບຜູ້ຕິດເຊື້ອເກົ່າເຊັ່ນ: ຮ້ານຄາລາໂອເກະ ໄດມອນ, ຮ້ານຄາລາໂອເກະ 8118, ຮ້ານເບຍ Funny 89, ພັບ ມາລີນາ, ຮ້ານອາຫານມານາແມະ, ສວນນ້ຳໄອເຕັກ (ງານປາຕີສະນ້ຳ), ຮ້ານຄາລາໂອເກະວີກຕໍ, ສາມແຍກນາໄຊ, ບັນດາວັດໃນໃຈກາງນະຄອນຫຼວງວຽງຈັນ, ຮ້ານຂາຍຂອງກີນສຸກຕະຫຼາດໂພນຕ້ອງ, ເມືອງຈັນທະບູລີ, ບໍລີສັດບໍ່ແຮ່ຄຳ ດາລີ ບ້ານ ຫ້ວຍຄຳ, ເມືອງສັງທອງ, ບໍລິສັດໄຟ້າລາວ, ໜອງບືກ ນະຄອນຫຼວງວຽງຈັນ, ຮ້ານອາຫານມັງກອນທອງ ບ້ານດົງຄຳຊ້າງ, ກອງສີນລະປະກອງທັບໂພນເຄັງ, ຮ້ານ ບິກຊີແຖວທາດຫຼວງ, ຮ້ານອາລູມີນຽມ ຢູ່ບ້ານດອນແດງ ເມືອງ ຈັນທະບູລີ, ອາພາດເມັນ 3 Y ບ້ານໂພນຕ້ອງຈອມມະນີ, ເມືອງຈັນທະບູລີ, ຕະຫຼາດໂພນຕ້ອງຈອມມະນີ.

•ສະພາບການລະບາດ ໃນ ສປປ ລາວເຮົາ ຍັງຄົງໜ້າເປັນຫ່ວງ, ມີລາຍງານຜູ້ຕິດເຊື້ອໃໝ່ເພີ້ມຂຶ້ນຕໍ່ເນື່ອງ ແລະ ມີທ່າອ່ຽງຈະສູງຂຶ້ນໃນຕໍ່ໜ້າ ຈາກຕົວເລກ ຫຼັກສິບ ເພິ່ມມາເປັນ ຫຼັກຮ້ອຍ ໃນແຂວງ 14 ແຂວງທົ່ວປະເທດ ຍົກເວັ້ນ ແຂວງ ຫົວພັນ, ໄຊສົມບູນ ແລະ ອັດຕະປື, ເຊິ່ງສາເຫດລະບາດ ກໍ່ມາຈາກ ມີຄົນລັກລອບເຂົ້າມາປະເທດຂອງພວກເຮົາ;
•ສາເຫດຂອງການລະບາດໃນຄັ້ງນີ້ ກໍ່ຍ້ອນສາຍພັນ B 1.1.7 (ສາຍພັນອັງກິດ) ຖືກນຳເຂົ້າມາໃນປະເທດເຮົາ ເຊິ່ງຈຸດພິເສດຂອງສາຍພັນນີ້ ສາມາດຕິດຕໍ່ກັນໄດ້ງ່າຍ ແລະ ໄວກວ່າເກົ່າ;
•ຕໍ່ກັບສະພາບດັ່ງກ່າວ ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາທ່ານ ຢູ່ເຮືອນຂອງຕົນ ບໍ່ຄວນອອກບ້ານ ຖ້າບໍ່ຈຳເປັນ, ຍົກເວັ້ນການໄປປະຈຳການ, ປະຕິບັດໜ້າທີ່ ຫຼື ຊື້ເຄື່ອງບໍລິໂພກ, ອຸປະໂພກທີ່ຈຳເປັນ, ໄປຫາແພດ ຫຼື ໄປຮັບການສັກຢາວັກຊີນ, ຖ້າຫຼີກລ້ຽງບໍ່ໄດ້ ຄວນໃສ່ຜ້າປິດປາກ-ດັງຕະຫຼອດເວລາ ໄລຍະອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ, ຫຼື ເຈວທີ່ມີສ່ວນຜະສົມເຫຼົ້າ 70% ກ່ອນ ແລະ ຫຼັງສຳຜັດກັບສິ່ງຂອງ ຫຼື ຄົນ, ບໍ່ໃຊ້ມືສຳຜັດ ຕາ, ດັງ ແລະ ປາກ ເພາະສາມາດນຳເອົາເຊື້ອພະຍາດເຂົ້າສູ່ຮ່າງກາຍໄດ້, ຮັກສາໄລຍະຫ່າງທາງສັງຄົມ ຢ່າງໜ້ອຍ 1 ແມັດຂຶ້ນໄປ. ຖ້າທຸກຄົນ ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ໄດ້ຄືແນວນີ້ ຈະຊ່ວຍຫຼຸດຜ່ອນ ໂອກາດໃນການຕິດເຊື້ອ ແລະ ສະກັດກັ້ນ ການແຜ່ເຊື້ອໄປສູ່ຄົນທີ່ທ່ານຮັກ ແລະ ສັງຄົມໄດ້;
•ເພື່ອຢັບຢັ້ງການແຜ່ເຊື້ອ ບໍ່ໃຫ້ຂະຫຍາຍອອກສູ່ວົງກ້ວາງ ຂໍສະເໜີມາຍັງ ອຳນາດການປົກຄອງທຸກຂັ້ນ ເຂັ້ມງວດໃນການຜັນຂະຫຍາຍ ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ, ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ຕິດຕາມເອົາໃຈໃສ່ ກວດກາການເຄື່ອນໄຫວຂອງປະຊາຊົນ, ຕິດຕາມກວດກາຜູ້ທີ່ເດີນທາງເຂົ້າປະເທດ ໂດຍບໍ່ຖືກຕາມລະບຽບຫຼັກການ, ຖ້າຫາກພົບເຫັນ ກໍ່ໃຫ້ຮີບຮ້ອນແຈ້ງຄະນະສະເພາະກິດຂັ້ນທ້ອງຖິ່ນທັນທີ ເພື່ອນຳເອົາຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນຕາມລະບຽບການ;
•ຄຽງຄູ່ກັບການປະຕີບັດມາດຕະການຢ່າງເຂັ້ມງວດແລ້ວ ກໍຂໍໃຫ້ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນ ທີ່ນອນໃນກຸ່ມເປົ້າໝາຍຕ້ອງໄດ້ສັກວັກຊີນ COVID-19 ຈົ່ງພ້ອມໃຈກັນ ໄປຮັບການສັກຢາວັກຊີນ ຕາມສະຖານທີ່ບໍລິການທີ່ໄດ້ກຳນົດໄວ້ ເພື່ອປ້ອງກັນຕົວທ່ານເອງ, ຄອບຄົວ ແລະ ປະຊາຊົນລາວທຸກຄົນ ປອດໄພຈາກພະຍາດໂຄວິດ-19;
•ເພື່ອໃຫ້ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການຂໍໃຫ້ທ່ານຕິດຕາມຂໍ້ມູນຂ່າວສານ ທີ່ເປັນທາງການໄດ້:
oຈາກເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 covid19.gov.la
oເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
oເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກcdc.gov.la
oແລະ ສາມາດໂທສອບຖາມ ສາຍດ່ວນ 166 ຫຼື 165 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 166 ຫຼື 165).
•ກ່ອນຂະຈົບການລາຍງານຂ່າວໃນມື້ນີ້ ຂ້າພະເຈົ້າຕາງໜ້າໃຫ້ທີມແພດໝໍ ຂໍສະແດງຄວາມຂອບໃຈ ແລະຮູ້ບຸນຄຸນມາຍັງພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນ ໃນສັງຄົມທີ່ໄດ້ໃຫ້ສະໜັບສະໜູນ ເຄື່ອງບໍລິໂພກ ອຸບປະໂພກ ແລະ ອາຫານເຂົ້າກ່ອງ ໃຫ້ແກ່ທີມງານແພດໝໍທີ່ປະຕິບັດໜ້າທີ່ຢູ່ໃນແຕ່ລະຂັ້ນ.

ມາຮອດນີ້ການລາຍງານສະພາບພະຍາດ ໂຄວິດ-19 ປະຈຳວັນອາທິດ ວັນທີ 2 ພືດສະພາ ປີ 2021 ຂອງຂ້າພະເຈົ້າ ໄດ້ສີ້ນສຸດພຽງເທົ່ານີ້. ຂໍສະແດງຄວາມຂອບໃຈມາຍັງບັນດາທ່ານທີ່ຕິດຕາມຊົມ ແລະ ຮັບຟັງ (ຂອບໃຈ)

Leave a Reply

Your email address will not be published. Required fields are marked *