ວັນທີ 1 ພຶດສະພາ 2021 ທີ່ພະແນກສາທາລະນະສຸກ​ ແຂວງອັດຕະປື ໄດ້ຈັດກອງປະຊຸມລາຍງານການຈັດຕັັ້ງປະຕິບັດການກະກຽມຄວາມພ້ອມວຽກງານປ້ອງກັນ,​ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ19,​ ໂດຍການເຂົ້າຮ່ວມຂອງທ່ານ​ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື ຮອງປະທານຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ​ ແລະ​ ແກ້ໄຂການລະບາດຂອງພະຍາດຫາກມີກໍລະນີຜູ້ຕິດເຊື້ອໂຄວິດຮອງສາດສະດາຈານ ດ໋ອກເຕີ ບຸນກອງ ສີຫາວົງ ອາດີດລັດຖະມົນຕີກະຊວງສາທາລະນະສຸກ,​ ມີຄະນະສະເພາະກິດປ້ອງກັນ,​ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ19 ຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.

อาจเป็นรูปภาพของ 1 คน

ໃນກອງປະຊຸມທ່ານ ອິນປັນ ອິນທິລາດ ຫົວໜ້າພະແນກສາທາລະນະສຸກແຂວງອັດຕະປື ຮອງປະທານຄະນະສະເພາະກິດປ້ອງກັນ,​ ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ19 ຂັ້ນແຂວງ ໄດ້ລາຍງານການຈັດຕັັ້ງປະຕິບັດວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ19 ຢູ່ພາຍໃນແຂວງອັດຕະປື,​ ເຊິ່ງໄດ້ຍົກໃຫ້ເຫັນນັບແຕ່ວັນທີ 22-30 ເມສາ ຜ່ານມາທົ່ວແຂວງອັດຕະປື ໄດ້ກວດວິເຄາະທັງໝົດ 1.114 ຕົວຢ່າງ,​ ໃນນັ້ນ ກຸ່ມສ່ຽງ 1.043 ຕົວຢ່າງ,​ຜົນການກວດວິເຄາະທັງໝົດແມ່ນເປັນຜົນລົບ​ ແລະ​ ຍັງລໍຖ້າຜົນກວດອີກ 56 ຕົວຢ່າງ,ດ້ານການຈັດຕັ້ງປະຕິບັດມາດຕະການຕ່າງໆ ໄດ້ຕັ້ງຈຸດກວດກັ່ນກອງ ລະຫວ່າງປະເທດຢູ່ດ່ານສາກົນພູເກືອ-ເບີອີ ລາວ-ຫວຽດນາມ, ຕັ້ງຈຸດກວດກັ່ນກອງລະຫວ່າງແຂວງກັບແຂວງມີ 3​ ຈຸດ ຄື: ຫຼັກ​ 52 ເມືອງສາມັກຄີໄຊ, ບ້ານພອນມະນີ ແລະ ບ້ານໄຊດອນໂຂງ ເມືອງສະຫນາມໄຊ​ ແລະ​ ໄດ້ຕັ້ງດ່ານກວດກັ່ນກອງ ໃນ​ 5​ ເມືອງ ຂອງແຂວງ,​ມີຄົນເຂົ້າ 1.712 ຄົນ ແລະ ຄົນອອກ 954 ຄົນ,​ຄະນະດຽວກັນຍັງ ໄດ້ກະກຽມສະຖານທີ່ການປິ່ນປົວ ໂດຍສະເພາະບ່ອນຈຳກັດບໍລິເວນຜູ້ທີ່ສົງໄສໃນໂຮງໝໍແຂວງ,​ ສາມາດຮອງຮັບໄດ້ 12 ຄົນ,ໄດ້ກະກຽມຕຶກປິ່ນປົວຄົນເຈັບ ສາມາດຮັບຮອງໄດ້ 15 ຕຽງ ແລະ​ ໄດ້ກະກຽມແຜນສຳຮອງເພື່ອຮອງຮັບການປິ່ນປົວກໍລະນີຄົນເຈັບທີ່ຕິດເຊື້ອມີຈຳນວນຫຼາຍ ໂດຍກຳນົດເອົາສູນກໍ່ສ້າງ ແລະ ຝຶກອົບຮົມວິຊາຊີບສາທາລະນະສຸກ,ໂຮງແຮມ 3 ແຫ່ງ ແລະ ເຮືອນພັກອີກ 2 ແຫ່ງ,ປະຈຸບັນແຂວງອັດຕະປື​ ໄດ້ຮັບວັກຊິນແລ້ວ​ 2 ຄັ້ງເທົ່າກັບ 24.500 ໂດຣ,​ໄດ້ສັກໃຫ້ກຸ່ມເປົ້າໝາຍຕ່າງໆໃນທົ່ວແຂວງສໍາເລັດເຂັມທີໜຶ່ງມີ 2.863 ຄົນ​ ແລະ​ ສັກສໍາເລັດສອງເຂັ້ມມີ 796 ຄົນ.​

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ກອງປະຊຸມບັນດາຜູ້ເຂົ້າຮ່ວມໄດ້ສຸມໃສ່ປະກອບຄຳເຫັນ​ ເພື່ອເຮັດໃຫ້ວຽກງານການຈັດຕັັ້ງປະຕິບັດວຽກງານປ້ອງກັນ,​ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ19 ຢູ່ແຂວງອັດຕະປື ໃຫ້ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ,​ໂອກາດດັ່ງກ່າວທາງການນຳກະຊວງສາທາລະນະສຸກ,ການນຳຂັ້ນແຂວງ ແລະເມືອງ ຍັງໄດ້ລົງຕິດຕາມປະເມີນສະພາບຕົວຈິງ ຂອງສະຖານທີ່ຈຳກັດບໍລະເວນຢູ່ທີ່ໂຮງຮຽນປະຖົມເຊກອງ ແລະ ໂຮງໝໍແຂວງ ຕື່ມອີກ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ຂ່າວ: ສິດຕິພອນ.

Leave a Reply

Your email address will not be published. Required fields are marked *