ຕໍ່ຫນ້າການຜັນແປສັບສົນຂອງການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ໃນວັນທີ 30 ເມສາ 2021 ທ່ານ ຟ້າມມີງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ສົ່ງສານຢື້ຢາມຖາມຂ່າວມາຍັງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ແຈ້ງໃຫ້ຊາບບ້ວງເງິນຊ່ວຍເຫຼືອດ່ວນ 500.000 ໂດລາສະຫະລັດ ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຊ່ວຍເຫລືອ ພັກ, ລັດ ແລະ ປະຊາຊົນ ລາວເພື່ອຮັບມືກັບການແຜ່ລະບາດຮອບໃຫມ່ຂອງໂຄວິດ-19 ໃນ ສປປ ລາວ.

ນອກຈາກບ້ວງເງິນຊ່ວຍ 500.000 ໂດລາ ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຍັງຊີ້ນຳກະຊວງສາທາລະນະສຸກ ພ້ອມກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ຮີບດ່ວນແບ່ງປັນບົດຮຽນການຄວບຄຸມໂລກລະບາດໃຫ້ ສປປ ລາວ ໂດຍສົ່ງຜູ້ຊ່ຽວຊານ ແລະ ອຸປະກອນການແພດຕ່າງໆ ຊື່ງ ສປປ ລາວ ພວມຕ້ອງການໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19 ແລະ ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ດ້ວຍຄວາມຕັດສິນໃຈ ແລະ ເປັນຈິດຫນຶ່ງໃຈດຽວໃນການປ້ອງກັນສະກັດກັ້ນໂລກລະບາດ ຂອງບັນດາອົງການກ່ຽວຂ້ອງ ແລະປະຊາຊົນທຸກທົ່ວຫນ້າ, ປະເທດລາວ ແລະ ປະຊາຊົນລາວ ອ້າຍນ້ອງ ຈະຄວບຄຸມໂລກລະບາດໂຄວິດ-19 ໄດ້ໂດຍໄວ, ຟື້ນຟູເສດຖະກິດ ສັງຄົມ ແລະ ສືບຕໍ່ພັດທະນາຢ່າງໝັ້ນຄົງເຂັ້ມແຂງ.