ລາຍງານຈາກ ທ່ານໝໍ Souk Phetsavong ໃຫ້ຮູ້ໃນຄືນ ວັນທີ 1 ພຶດສະພາ 2021, ກັບການຈົບພາລະກິດ ທີມແພດໝໍ ຊຸດທີ 1 ຂອງ ໂຮງໝໍເຊດຖາທິຣາດ ທີ່ໄດ້ປະຕິບັດ ໜ້າທີ່ 7 ມື້ເຕັມໆ ໃນການປິ່ນປົວ ແລະ ເບິ່ງແຍງຜູ່ຕິດເຊື້ອ ໂຄວິດ-19 ຈໍານວນ 61ຄົນ ທີ່ມານອນປິ່ນປົວ ທີ່ໂຮງໝໍເສດຖາທິຣາດ.

ໂດຍທ່ານໄດ້ຂຽນວ່າ: ”ທີມທຳອິດຂອງໂຮງໝໍເຊດຖາທີຣາດຈົບການປະຕິບັດໜ້າທີ່ກັບການຕິດຕາມອາການຂອງຄົນເຈັບມີເຊື້ອ covid 19 ຈຳນວນ 61 ຄົນ ກັບໝໍ1ຄົນ ພະຍາບານ 3 ຄົນ ເປັນເວລາ 7ມື້7ຄືນ ເຊີ່ງມັນຄັ້ງທຳອິດຂອງໂຮງໝໍທີ່ໄດ້ຮັບຄົນເຈັບທີ່ມີເຊື້ອເຂົ້ານອນຕິດຕາມເຊີ່ງມັນເປັນວຽກທີ່ທ້າທາຍສຳລັບພວກເຮົາ ເພາະມັນເປັນຄັ້ງທຳອິດ ທຸກໆມືື້ພວກເຮົາຈະໃສ່ຊຸດ PPE 3 ຫາ 6 ເທື່ອຕໍ່ມື້ ເທື່ອໜຶ່ງ 2ຫາ3 ຊົ່ວໂມງບອກໄດ້ເລີຍວ່າທັງຮ້ອນທັງຂາດອາກາດຫາຍໃຈເຖີງຈະເມື່ອຍແຕ່ພວກເຮົາກະບໍ່ເຄີຍປະລະໜ້າທີ່ທີ່ຂັ້ນເທີງໄດ້ມອບໝາຍໃຫ້ຈົນຮອດມື້ສຸດທ້າຍຕອນເຊົ້າຂອງມື້ນີ້ພວກເຮົາໄດ້ເກັບໂຕຢ່າງເດລະລໍຖ້າທັງຜົນ 7ໂມງຜົນກວດອອກເປັນລົບທັງ4ຄົນຈຶ່ງໄດ້ອອກມາກັກໂຕຕິດຕາມອາການ14ມື້ ແລະ ລໍຖ້າເຂົົ້າປະຈຳການອີກໃນຮອບຕໍ່ໄປ. ສຸດທ້າຍ ຂໍຂອບໃຈມາຍັງຄົນເຈັບທີ່ມາຊ່ວຍແບ່ງເບົາໃນການເຮັດວຽກແຈກຍາຍອາຫານແລະອື່ນໆໃນທຸກໆ ຂໍໃຫ້ຄົນເຈັບທຸກຄົນແຂງແຮງແລະຫາຍຈາກເຊື້ອໄວໆເດີ ສູ້ສູ້”

.

.

.

.

.

.

ຂໍຊົມເຊີຍ! ທັງ 4 ທ່ານ ທີ່ເຮັດວຽກ ຢ່າງຫຼ້ອນໜ້າທີ່, ຂໍໃຫ້ທຸກທ່ານ ຈົ່ງສຸຂະພາບແຂງແຮງ ແລະ ກຽມພ້ອມ ໃນບັ້ນຮົບຕໍ່ໄປ.
