ມື້ນີ້ວັນທີ 01/05/2021 ສປປ ລາວ ພົບຜູ້ຕິດເຊື້ອໂຄວິດໃຫມ່ ຈໍານວນທັງໝົດ +64 ຄົນ ! ລາຍລະອຽດ ດັ່ງຕໍ່ໄປນີ້: ຍອດຜູ້ຕິດເຊື້ອສະສົມທົ່ວປະເທດ 821 ຄົນ ຜູ້ຕິດເຊື້ອໃຫມ່ມື້ນີ້:
ນະຄອນຫຼວງວຽງຈັນ 49 ຄົນ
ຈໍາປາສັກ 13 ຄົນ
ອຸດົມໄຊ 1 ຄົນ
ສາລະວັນ 1 ຄົນ
ສະບາຍດີ ບັນດາທ່ານຜູ້ຊົມທີ່ກຳລັງຕິດຕາມການຖະແຫຼງຂ່າວທີ່ນັບຖື ແລະ ຮັກແພງ.
ມື້ນີ້ ວັນທີ່ 1 ພຶດສະພາ 2021, ຂ້າພະເຈົ້າ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ພ້ອມດ້ວຍ ດຣ. ບົວເທບ ພູມີນ ຮອງຫົວໜ້າກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19ຈະມາຖະແຫຼງຂ່າວໃນມື້ນີ້:
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ແລະ ທົ່ວໂລກ
ສຳລັບ ສປປ ລາວ ໃນວັນທີ 30 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3,003 ຄົນ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 64 ຄົນ, ເຊີ່ງແບ່ງອອກຕາມແຕ່ລະແຂວງດັ່ງນີ້:
ນະຄອນຫຼວງວຽງຈັນ 49
ຄົນຈໍາປາສັກ 13
ຄົນອຸດົມໄຊ 1
ຄົນສາລະວັນ 1 ຄົນ
ມາຮອດປະຈຸບັນ ສປປ ລາວ ມີ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 821 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 51 ຄົນ ແລະ ຍັງນອນຕິດຕາມປິ່ນປົວທັງໝົດ ຈຳນວນ 770 ຄົນ, ລາຍລະອຽດດັ່ງນີ້:
-ນະຄອນຫຼວງວຽງຈັນ 557 ຄົນ (ໃໝ່ 49)
-ແຂວງຈຳປາສັກ 106 ຄົນ (ໃໝ່ 13), ສຳລັບຄົນເຈັບແຂວງເຊກອງ ແມ່ນ ນອນປິ່ນປົວຢູ່ແຂວງຈຳປາສັກ
-ແຂວງສະຫວັນນະເຂດ 25 ຄົນ
-ແຂວງບໍ່ແກ້ວ 31 ຄົນ
-ແຂວງສາລະວັນ 6 ຄົນ (ໃໝ່ 1)
-ແຂວງອຸດົມໄຊ 5 ຄົນ (ໃໝ່ 1)
-ແຂວງຫຼວງນ້ຳທາ 6 ຄົນ
-ແຂວງວຽງຈັນ 10 ຄົນ (ຄົນເຈັບຂອງແຂວງວຽງຈັນ1 ຄົນມາປີ່ນປົວໃນ ນະຄອນຫຼວງວຽງຈັນ
-ຜົ້ງສາລີ 3 ຄົນ
-ແຂວງຫຼວງພະບາງ 14 ຄົນ
-ແຂວງໄຊຍະບູລີ 3 ຄົນ
-ແຂວງບໍລິຄຳໄຊ 2 ຄົນ
-ແຂວງຄຳມ່ວນ 1 ຄົນ
-ແຂວງຊຽງຂວາງ 1 ຄົນ
ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ
ສຳລັບຜູ້ຕິດເຊື້ອໃໝ່ຢູ່ແຂວງຈຳປາສັກ, ອຸດົມໄຊ ແລະ ແຂວງສາລະວັນ ແມ່ນລ້ວນແລ້ວແຕ່ມີປະຫວັດສຳຜັດກັບກໍລະນີຕິດເຊື້ອໃນແຂວງຂອງເຂົາເຈົ້າ ສ່ວນ 49 ຄົນທີ່ຕິດເຊື້ອໃໝ່ຢູ່ນະຄອນຫຼວງວຽງຈັນ ກໍ່ລ້ວນແລ້ວແຕ່ເປັນຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ກ່ຽວພັນກັບກໍລະນີທີ່ 59 ສຳລັບສະຖານທີ່ທີ່ບັນດາຜູ້ຕິດເຊື້ອໄດ້ເດີນທາງໄປລ້ວນແລ້ວແຕ່ແມ່ນບ່ອນດຽວກັບຜູ້ຕິດເຊື້ອເກົ່າເຊັ່ນ: ຮ້ານຄາລາໂອເກະ ໄດມອນ, ຮ້ານຄາລາໂອເກະ 8118, ຮ້ານເບຍ Funny 89, ພັບ ມາລີນາ, ຮ້ານອາຫານມານາແມະ, ສວນນ້ຳໄອເຕັກ (ງານປາຕີສະນ້ຳ), ຮ້ານຄາລາໂອເກະວີກຕໍ, ສາມແຍກນາໄຊ, ບັນດາວັດໃນໃຈກາງນະຄອນຫຼວງວຽງຈັນ, ຮ້ານຂາຍຂອງກີນສຸກຕະຫຼາດໂພນຕ້ອງ, ເມືອງຈັນທະບູລີ, ບໍລີສັດບໍ່ແຮ່ຄຳ ດາລີ ບ້ານ ຫ້ວຍຄຳ, ເມືອງສັງທອງ, ບໍລິສັດໄຟ້າລາວ, ໜອງບືກ ນະຄອນຫຼວງວຽງຈັນ, ຮ້ານອາຫານມັງກອນທອງ ບ້ານດົງຄຳຊ້າງ, ກອງສີນລະປະກອງທັບໂພນເຄັງ, ຮ້ານ ບິກຊີແຖວທາດຫຼວງ, ຮ້ານອາລູມີນຽມ ຢູ່ບ້ານດອນແດງ ເມືອງ ຈັນທະບູລີ, ອາພາດເມັນ 3 Y ບ້ານ ໂພນຕ້ອງຈອມມະນີ, ເມືອງຈັນທະບູລີ, ຕະຫຼາດໂພນຕ້ອງຈອມມະນີ,
•ໃນສະພາບປະຈຸບັນເຫັນວ່າ ສປປ ລາວເຮົາ ຍັງມີທ່າອ່ຽງຈະມີການຕິດເຊື້ອໃໝ່ເພີ້ມຂຶ້ນ ຢ່າງຕໍ່ເນື່ອງໃນແຕ່ລະມື້ເປັນເວລາ 10 ກ່ວາວັນແລ້ວ ໂດຍສະເພາະຢູ່ນະຄອນຫຼວງ ແລະ ມີລາຍງານການຕິດເຊື້ອໃນແຂວງ14 ແຂວງ ເພີ່ມຂື້ນ ຍົກເວັ້ນ ແຂວງຫົວພັນ, ໄຊສົມບູນ ແລະ ອັດຕະປື, ນັບແຕ່ຕົ້ນເດືອນເມສາ 2021 ມາຮອດມື້ນີ້ ເຫັນວ່າມີຜູ້ຕິດເຊື້ອໃໝ່ເຖີງ 773 ຄົນ (ສະສົມທົ່ວປະເທດ 821) ເຊີ່ີງເພີ່ມຂື້ນ 16 ເທ່ົາຂອໂຕເລກກ່ອນປີໃໝ່ລາວ ຖືວ່າເປັນໂຕເລກຕິດເຊື້ອສູງທີ່ສຸດໃນປະເທດເຮົາ ຖ້າສົມທຽບໃສ່ໄລຍະດຽວຂອງປີ 2020. ໃນບາງປະເທດໃກ້ຄຽງທີ່ມີຊາຍແດນຕິດກັບປະເທດລາວແມ່ນກຳລັງມີການລະບາດໃນຊຸມຊົນ ແລະ ມີລາຍງານຜູ້ຕິດເຊື້ອໃໝ່ເພີ່ມຂື້ນເປັນຈຳນວນຫຼວງຫຼາຍໃນແຕ່ລະວັນ ພ້ອມກັບມີລາຍງານການເສຍຊີວິດເພີີ່ມຂື້ນ. ສາເຫດຂອງການລະບາດໃນຄັ້ງນີ້ທີ່ມີລັກສະນະຕິດເຊື້ອງ່າຍ ແລະ ໄວແມ່ນໄດ້ພົບວ່າສາຍພັນ B 1.1.7(ສາຍພັນອັງກິດ) ເຊີ່ງຖືກນຳເຂົ້າມາໃນປະເທດເຮົາ.
•ຕໍ່ກັບສະພາບດັ່ງກ່າວ ຂ້າພະເຈົ້າຮຽກຮ້ອງມາຍັງບັນດາທ່ານທີ່ກຳລັງຕິດຕາມຮັບຊົມການຖະແຫຼງຂ່າວຄະນະສະເພາະກິດໃນຂອບເຂດທົ່ວປະເທດ ໃຫ້ຢູ່ເຮືອນ ບໍ່ໃຫ້ອອກໄປນອກຖ້າບໍ່ຈຳເປັນ, ຍົກເວັ້ນການໄປປະຈຳການ, ປະຕິບັດໜ້າທີ່ ຫຼື ຊື້ເຄື່ອງບໍລິໂພກ, ອຸປະໂພກທີ່ຈຳເປັນ, ໄປຫາແພດ ຫຼື ໄປຮັບການສັກຢາວັກຊີນ, ແຕ່ທັງນັ້ນ ໃຫ້ໃສ່ຜ້າປິດປາກ-ດັງຕະຫຼອດໄລຍະເວລາອອກຈາກບ້ານ, ມີສະຕິລ້າງມືເລື້ອຍໆດ້ວຍນ້ຳສະອາດ ແລະ ສະບູ, ຫຼື ດ້ວຍເຈວທີ່ມີສ່ວນເຫຼົ້າ 70% ທຸກຄັ້ງທີ່ໃຊ້ມືໃນການສຳຜັດ. ຫຼີກລຽງການໃຊ້ມືສຳຜັດຕາ, ດັງ ແລະ ປາກ ຢ່າງເດັດຂາດ ແລະ ເມື່ອພົບປະນຳຄົນກໍ່ໃຫ້ຍືນຫ່າງຢ່າງໜ້ອຍ 1 ແມັດ, ເຮັດໄດ້ຄືແນວນີ້ ເຖີງວ່າທ່ານຈະໄປໃນສະຖານທີ່ທີ່ອາດຈະມີຄົນຕິດເຊື້ອໄປມາກ່ອນ ຫຼື ປະເຊີນກັບຜູ້ທີ່ສົງໃສຕິດເຊື້ອແຕ່ໂອກາດທີ່ທ່ານຈະຕິດເຊື້ອ ແມ່ນໜ້ອຍທີ່ສຸດ.
•ເພືອຢຸດຢັ້ງບໍ່ໃຫ້ການແຜ່ເຊື້ອໃນໄລຍະນີ້ອອກສູ່ວົງກ້ວາງ ດັ່ງພວກເຮົາເຫັນລາຍວັນ, ຂ້າພະເຈົ້າສະເໜີອຳນາດການປົກຄອງທຸກຂັ້ນໃຫ້ເຂັ້ມງວດໃນການຜັນຂະຫຍາຍຄຳສັ່ງ ແຈ້ງການຂອງ ນາຍົກລັດຖະມົນຕີ, ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ຕິດຕາມເອົາໃຈໃສ່ ກວດກາການເຄື່ອນ ໄຫວໄປມາຂອງປະຊາຊົນ ບໍ່ໃຫ້ອອກຈາກເຮືອນ ແລະ ເດີນທາງຖ້າບໍ່ມີຄວາມຈຳເປັນ, ໃຫ້ຕິດຕາມກວດກາຜູ້ທີ່ເດີນທາງເຂົ້າປະເທດໂດຍຜິດກົດໝາຍ ກໍ່ໃຫ້ຮີບຮ້ອນແຈ້ງຄະນະສະເພາະກິດ ຂັ້ນຂອງຕົນທັນທີ ເພື່ອນຳເອົາຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນ ຕາມລະບຽບການ,
•ສະເໜີມາຍັງຜູ້ຈັດສັນຕະຫຼາດ, ຫ້າງຮ້ານໃຫ້ມີການກວດກາວັດແທກອຸນຫະພູມ, ມີເຈວລ້າງມືທີ່ມີສ່ວນປະກອບເຫຼົ້າ 70% ແລະ ທຸກຄົນລວມທັງຜູ້ຊື້ ແລະ ຜູ້ຂາຍແມ່ນໃຫ້ໃສ່ຜ້າປິດປາກ-ດັງຕະຫຼອດເວລາ ແລະ ຮັບປະກັນການຮັກສາໄລຍະຫ່າງທາງສັງຄົມ. ສຳລັບຮ້ານອາຫານແມ່ນໃຫ້ຈັດສັນບ່ອນນັ່ງກີນສະເພາະໂດຍຮັກສາໄລຍະຫ່າງ ແລະ ມີບ່ອນລ້າງມືສຳລັບລູກຄ້າ, ພາຍຫຼັ້ງລູກຄ້າອອກຈາກຮ້ານໃຫ້ເຊັດອະນາໄມໂຕະຕັ່ງດ້ວຍຢາຂ້າເຊື້ອທັນທີ ດີແທ້ແມ່ນສົ່ງເສີມການຊື້ອາຫານໄປກີນຢູ່ບ້ານ.
•ຖ້າຜູ້ໃດຫາກຮູ້ວ່າໂຕເອງເປັນຜູ້ສຳຜັດກັບຜູ້ຕິດເຊື້ອທີ່ທາງຄະນະສະເພາະກິດໄດ້ປະກາດກໍ່ໃຫ້ຮີບຮ້ອນໄປກວດຫາເຊື້ອຕາມຈຸດບໍລິການທີ່ໄດ້ກຳນົດໄວ້:
ມສ ສີໂຄດ
ມສ ລາວ-ຫວຽດ
ເດີ່ນກິລາເຈົ້າອະນຸ
ສຳລັບເວລາເກັບຕົວຢ່າງ ແມ່ນຍັງຄືເກົ່າ ຕອນເຊົ້າ ເວລາ 9-12 ໂມງ ທຸກໆວັນ.
•ເມື່ອທ່ານໄປຈຸດດັ່ງກ່າວແມ່ນໃຫ້ໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງກັບຄົນອື່ນ ແລະ ປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່ຢ່າງເຄັ່ງຄັດ ບໍ່ລັດຄີວ ບໍ່ແຊງຄີວ. ພາຍຫຼັງເກັບຕົວຢ່າງແລ້ວ ແມ່ນໃຫ້ກັບທີ່ພັກຂອງຕົນເອງທັນທີ ພ້ອມທັງ ແຍກໂຕເອງອອກຈາກຄົນໃກ້ຊິດ ແລະ ຄົນໃນຄອບຄົວ ແລະ ຈຳກັດບໍລິເວນ ຢູ່ສະຖານທີ່ພັກເຊົາຂອງຕົນເອງເທົ່ານັ້ນ ( ເຮືອນ, ໂຮງແຮມ, ຫໍພັກ, ສະຖານທີ່ທີ່ຈັດກຽມໄວ້ ) ເປັນເວລາ 14 ວັນ ໂດຍໃຫ້ຕິດຕາມວັດແທກອຸນຫະພູມຮ່າງກາຍທຸກມື້ ແລະ ໂດຍປະຕິບັດຮັກສາໄລຍະຫ່າງກັບບຸກຄົນອື່ນຕາມມາດຕະການທີ່ຄະນະສະເພາະກິດວາງອອກ. ຖ້າຜົນກວດຫາກອອກມາພົບເຊື້ອທາງເຈົ້າໜ້າທີ່ກໍ່ຈະໂທແຈ້ງໃຫ້ທ່ານໄດ້ຮັບຊາບ ແລະ ຈະມີທີມງານໄປຮັບເອົາ ທ່ານເພື່ອໄປປີ່ນປົວ.
•ຄຽງຄູ່ກັບການປະຕີບັດມາດຕະການຢ່າງເຂັ້ມງວດແລ້ວ ກໍຂໍໃຫ້ພໍ່ແມ່ປະຊາຊົນ ແລະ ທຸກ ພາກສ່ວນ ທີ່ນອນໃນກຸ່ມເປົ້າໝາຍຕ້ອງໄດ້ສັກວັກຊີນ COVID-19 ຈົ່ງພ້ອມໃຈກັນໄປຮັບການສັກຢາວັກຊີນຕາມສະຖານທີ່ບໍລິການທີ່ໄດ້ກຳນົດໄວ້ ເພື່ອປ້ອງກັນຕົວທ່ານເອງ, ຄອບຄົວຂອງທ່ານ ແລະ ປະຊາຊົນລາວເຮົາທຸກຄົນ ຈາກພະຍາດໂຄວິດ-1
•ທ້າຍສຸດນີ້ ຂ້າພະເຈົ້າເຊື່ອໜັນວ່າບົນພື້ນຖານຄວາມສາມັກຄີ ເປັນຈິດນຶ່ງໃຈດຽວຂອງປະຊາຊົນລາວທັງໝົດ ພວກເຮົາຈະພ້ອມໃຈກັນຕໍ່ສູ້ຕ້ານກັບພະຍາດ COVID-19 ແລະ ສາມາດ ຜ່ານວິກິດການສະພາບລະບາດຂອງພະຍາດໃນຄັ້ງນີ້ພ້ອມກັນ ແລະ ເນື່ອງໃນໂອກາດວັນກຳມະກອນສາກົນນີ້ ຂ້າພະເຈົ້າຂໍອວຍພອນໄຊໃຫ້ຊາວຜູ້ອອກແຮງງານທຸກທ່ານຈົ່ງມີແຕ່ສຸຂະພາບເຂັ້ມແຂງ ປາສະຈາກພະຍາດ COVID-19 ແລະ ພ້ອມກັນຜ່ານພົ້ນການລະບາດໃນຄັ້ງນີ້ຢ່າງມີໄຊ.
•ເພື່ອໃຫ້ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການຂໍໃຫ້ທ່ານຕິດ
ຕາມຂໍ້ມູນຂ່າວສານ ທີ່ເປັນທາງການໄດ້:
ຈາກເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 covid19.gov.la
ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະ
ນະສຸກ
ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກcdc.gov.la
ແລະ ສາມາດໂທສອບຖາມ ສາຍດ່ວນ 166 ຫຼື 165 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 166 ຫຼື 165).
•ກ່ອນຂະຈົບການລາຍງານຂ່າວໃນມື້ນີ້ ຂ້າພະເຈົ້າຕາງໜ້າໃຫ້ທີມແພດໝໍ ຂໍສະແດງຄວາມຂອບໃຈ ແລະຮູ້ບຸນຄຸນມາຍັງພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນ ໃນສັງຄົມທີ່ໄດ້ໃຫ້ສະໜັບສະໜູນ ເຄື່ອງບໍລິໂພກ ອຸບປະໂພກ ແລະ ອາຫານເຂົ້າກ່ອງ ໃຫ້ແກ່ທີມງານແພດໝໍທີ່ປະຕິບັດໜ້າທີ່ຢູ່ໃນແຕ່ລະຂັ້ນ
ມາຮອດນີ້ການລາຍງານສະພາບພະຍາດ ໂຄວິດ-19 ປະຈຳວັນເສົາ ວັນທີ 1 ພືດສະພາ ປີ 2021 ຂອງຂ້າພະເຈົ້າ ໄດ້ສີ້ນສຸດພຽງເທົ່ານີ້. ຂໍສະແດງຄວາມຂອບໃຈມາຍັງບັນດາທ່ານທີ່ຕິດຕາມຊົມ ແລະ ຮັບຟັງ (ຂອບໃຈ)