ໃນວັນທີ 30 ເມສາ 2021 ທາງເຈົ້າໜ້າທີ່ໄທ ໄດ້ນໍາ ນາງ ສຸພາວະດີ ວິພາກອນ ຫຼື ຕຸກຕິກ ( ເອື້ອຍຮັກ ກໍລະນີຜູ້ຕິດເຊື້ອ 59 ກັບຄືນ ສປປລາວ )

.

ພາຍຫຼັງຜູ້ກ່ຽວພາ 2 ຊາຍໄທ ລັກລອກເຂົ້າ-ອອກ ສປປລາວ ນໍາເອົາເຊື້ອພະຍາດໂຄວິດ ມາແຜ່ໃນລາວທາງເຈົ້າຫນ້າທີ່ລາວ ຈະໄດ້ດຳເນີນການສືບສວນ-ສອບສວນຜູ້ກ່ຽວເພື່ອດຳເນີນຄະດີຕາມລະບຽບກົດໜາຍ ສປປລາວ

ໃນຕອນຄໍ່າຂອງວັນທີ 30 ເມສາ 2021 ນີ້ ທີ່ຂົວມິດຕະພາບລາວ-ໄທຍ (ນະຄອນຫຼວງວຽງຈັນ-ຈັງຫວັດໜອງຄາຍ) ທາງການຮັບເອົາຕົວ ນາງ ພາວະດີ ວິພາກອນ ຫຼື ຕຸກຕິກ (ເອື້ອຍຮັກ ກໍລະນີຜູ້ຕິດເຊື້ອ 59) ກັບຄືນ ສປປ ລາວ ຫຼັງຈາກສໍາເລັດການປິ່ນປົວທີ່ປະເທດໄທໂດຍ ພັອ ສາຍສະໝິງ ສີວິໄລ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງ ປກສ
1. ສາເຫດທີ່ຕ້ອງໄດ້ຮັບເອົາ ນາງ ພາວະດີ ວິພາກອນ ກັບຄືນ ສປປ ລາວ ພາຍໃຕ້ ການທິດຊີ້ນໍາ ຂອງຄະນະນໍາກະຊວງປ້ອງກັນຄວາມສະຫງົບ ກໍ່ຄືກົມໃຫຍ່ສັນຕິບານ ແລະ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດໂຄວິດ-19 ຂັ້ນສູນກາງ ກ່ຽວກັບການນໍາເອົາ ນາງ ພາວະດີ ວິພາກອນ ຫຼື ຕຸກຕິກ (ເອື້ອຍຮັກ ກໍລະນີຜູ້ຕິດເຊື້ອ 59) ກັບຄືນ ສປປ ລາວ. ດັ່ງພວກເຮົາຮູ້ ຜູ້ກ່ຽວໄດ້ລັກລອບເດີນທາງເຂົ້າ-ອອກ ສປປ ລາວ ແລະ ຮ່ວມກັບ ກໍລະນີທີ 59 ເດີນທາງໄປສະຖານຊຸມຊົນຕ່າງໆ ໃນລາວ, ຊຶ່ງອາດເປັນໜຶ່ງໃນສາເຫດ ໃນການນໍາເອົາເຊື້ອພະຍາດ ໂຄວິດ-19 ມາແຜ່ລາມຢູ່ໃນ ສປປລາວ ດັ່ງໃນສະພາບປັດຈຸບັນ.

2. ການດໍາເນີນການສືບສວນ, ເກັບກໍາຂໍ້ມູນ ເພື່ອຊອກຫາ ນາງ ພາວະ ວິພາກອນກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໄດ້ປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ສືບຄົ້ນ, ຊອກຫາ ນາງ ພາວະດີ ວິພາກອນ ຈຶ່ງໄດ້ຮູ້ວ່າ ໃນຄັ້ງວັນທີ 15 ເມສາ 2021 ຜູ້ກ່ຽວລັກລອບເດີນທາງອອກ ຈາກ ສປປ ລາວ ຢູ່ ເຂດບໍລືເວນ ບ້ານ: ໝາກນາວ, ເມືອງ: ປາກງື່ມ, ນະຄອນຫຼວງວຽງຈັນ ໄປບ້ານ: ເດືອ, ອໍາເພື: ທ່າບໍ່, ຈັງຫວັດຫນອງຄາຍ ຣາຊະອານາຈັກໄທ; ຮອດວັນທີ 16 ເມສາ 2021 ນາງ ພາວະດີ ວິພາກອນ ຮູ້ສຶກບໍ່ສະບາຍ ຈຶ່ງໄດ້ໄປກວດສຸຂະພາບ ຢູ່ໂຮງໝໍ ໜອງຄາຍ, ຜົນກວດພົບວ່າ ຜູ້ກ່ຽວຕິດເຊື້ອພະຍາດ ໂຄວິດ-19 ແລະ ໄດ້ຮັບການຮັກສາທີ່ໂຮງໝໍດັ່ງກ່າວ.
3. ການປະສານສົມທົບກັບ ຕມ ໄທ ເພື່ອນໍາເອົາຜູ້ກ່ຽວກັບມາລາວ ກົມ ຕມ ສປປ ລາວ ໄດ້ປະສານຕາມກົນໄກຮ່ວມມີ ສອງຝ່າຍ ລະຫວ່າງ ຕມ ລາວ ແລະ ຕມ ໄທ ທີ່ໄດ້ຮ່ວມລົງນາມກັນ ໃນບົດບັນທຶກ ການຮ່ວມມືວຽກງານກວດຄົນເຂົ້າ-ອອກເມືອງ ໃນຄັ້ງວັນທີ 14 ທັນວາ 2018. ເມື່ອໄດ້ຮັບຂໍ້ມູນດັ່ງທີ່ກ່າວມານັ້ນ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ຈຶ່ງໄດ້ປະສານສົມທົບກັບເຈົ້າໜ້າທີ່ ຕມ ຣາຊະອານາຈັກໄທ ເພື່ອນໍາສົ່ງຕົວ ນາງ ພາວະດີ ວິພາກອນ ກັບມາ ສປປ ລາວ ພາຍຫຼັງປິ່ນປົວພະຍາດຫາຍດີແລ້ວ.
4. ພາຍຫຼັງຮັບເອົາ ນາງ ພາວະດີ ວິມາກອນ ແລ້ວຈະນໍາເອົາຜູ້ກ່ຽວເຂົ້າສູ່ຂະບວນການຍຸຕິທໍາໃນ ສປປ ລາວຈົນມາຮອດມື້ນີ້ ວັນທີ 30 ເມສາ 2021 ພາຍຫຼັງຜູ້ກ່ຽວປິ່ນປົວຫາຍດີ ແລະ ເຈົ້າໜ້າໄທ ດໍາເນີນຄະດີສໍາເລັດແລ້ວ ຈຶ່ງໄດ້ສົ່ງ ນາງ ພາວະດີ ວິພາກອນ ຕາມຄວາມຮຽກຮ້ອງຕ້ອງການ ຂອງລັດຖະບານ ສປປ ລາວ. ສໍາລັບນາງ ພາວະດີ ວິພາກອນ ເຈົ້າໜ້າທີ່ກ່ຽວຂ້ອງ ຈະໄດ້ດຳເນີນການສືບສວນ-ສອບສວນຜູ້ກ່ຽວ ຕາມກົດໝາຍ.ລະບຽບການ ກໍ່ຄືກົນໄກຂະບວນການຍຸຕິທໍາຂອງ ສປປ ລາວ, ຊຶ່ງການກະທໍາຂອງຜູ້ກ່ຽວ ລະເມີດກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ, ປະມວນກົມໝາຍອາຍາ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ກົດໝາຍ ລະບຽບການອື່ນທີ່ກ່ຽວຂ້ອງ, ພາກສ່ວນທີ່ໄດ້ຮັບມອບໝາຍ ຈະຮີບຮ້ອນດໍາເນີນການຕ່າງໆຕໍ່ຜູ້ກ່ຽວຕາມຄວາມເໝາະສົມ ແລະ ຈະແຈ້ງໃຫ້ສັງຄົມຮັບຊາບຕາມເວລາອັນຄວນ.
ຂ້າພະເຈົ້າ ໃນນາມຫົວຫນຶ່ງກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ທີ່ໄດ້ຮັບມອບໝາຍ ເປັນຕາງໜ້າຝ່າຍລາວຮັບເອົງ ນາງ ພາວະດີ ວິພາກອນ ຈາກເຈົ້າໜ້າທີ່ ຕມ ໄທ ຂໍສະແດງຄວາມຂອບໃຈຢ່າງສູງ ຕໍ່ເຈົ້າໜ້າທີ່ ຕມ ໄທຊຶ່ງເປັນເພື່ອນມິດບ້ານໃກ້ເຮືອນຄຽງທີ່ດີມາໂດຍຕະຫຼອດ ໄດ້ໃຫ້ຄວາມຮ່ວມມືໃນການສົ່ງຕົວ ຜູ້ທີ່ລັດຖະບານ ແລະ ສັງຄົມ ລາວ ຕ້ອງການທີ່ສຸດ ໃນໄລຍະນີ້, ຫວັງວ່າຈະໄດ້ຮັບການຮ່ວມມືທີ່ດີ ແບບນີ້ຕະຫຼອດໄປ.