ວັນທີ 29/4/21 ໄດ້ກວດວິເຄາະວິເຄາະທັງໝົດ 4841 ຕົວຢ່າງ ກວດພົບເຊື້ອ 85 ນະຄອນຫຼວງ 69 ຈໍາປາສັກ 1 ສະຫວັນນະເຂດ 3 ບໍ່ແກ້ວ 7 ແຂວງວຽງຈັນ 2 ອຸດົມໄຊ 1 ໄຊຍະບູລີ 2 ລວມຕິດເຊື້ອ 85ຄົນ

ຟັງຖະແຫຼ່ງຂ່າວ

ສະບາຍດີ ບັນດາທ່ານທີ່ນັບຖື ແລະ ຮັກແພງ.

ຂ້າພະເຈົ້າ ທ່ານ. ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ພ້ອມດ້ວຍ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຂໍອະນຸຍາດລາຍງານ:​         

ສຳລັບ ສປປ ລາວ ໃນວັນທີ 29 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 4,841 ຄົນ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 85 ຄົນ, ໃນນັ້ນມີ
oນະຄອນຫຼວງ 69 ຄົນ,
oບໍ່ແກ້ວ 7 ຄົນ
oສະຫວັນນະເຂດ 3 ຄົນ,
oວຽງຈັນ 2 ຄົນ,
oໄຊຍະບູລີ 2 ຄົນ,
oຈຳປາສັກ 1 ຄົນ,
oອຸດົມໄຊ 1 ຄົນ
ມາຮອດປະຈຸບັນ ສປປ ລາວ ມີ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 757 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 51 ຄົນ,
oຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວຢູ່ສະຖານທີ່ທີ່ຄະນະສະເພາະກິດກຳນົດໄວ້ ຈຳນວນ 706 ຄົນ, ລາຍລະອຽດດັ່ງນີ້:
-ນະຄອນຫຼວງວຽງຈັນ 508 ຄົນ (ໃໝ່ 69)
-ແຂວງຈຳປາສັກ 93 ຄົນ (ໃໝ່ 1), ສຳລັບຄົນເຈັບແຂວງເຊກອງ ແມ່ນ ນອນປິ່ນປົວຢູ່ແຂວງຈຳປາສັກ
-ແຂວງສະຫວັນນະເຂດ 25 ຄົນ (ໃໝ່ 3)
-ແຂວງບໍ່ແກ້ວ 31 ຄົນ (ໃໝ່ 7)
-ແຂວງສາລະວັນ 5 ຄົນ
-ແຂວງອຸດົມໄຊ 4 ຄົນ (ໃໝ່ 1)
-ແຂວງຫຼວງນ້ຳທາ 6 ຄົນ
-ແຂວງວຽງຈັນ 10 ຄົນ (ໃໝ່ 2) (ຄົນເຈັບຂອງແຂວງວຽງຈັນ1 ຄົນມາປີ່ນປົວໃນ ນະຄອນຫຼວງວຽງຈັນ
-ຜົ້ງສາລີ 3 ຄົນ
-ແຂວງຫຼວງພະບາງ 14 ຄົນ
-ແຂວງໄຊຍະບູລີ 3 ຄົນ (ໃໝ່ 2)
-ແຂວງບໍລິຄຳໄຊ 2 ຄົນ
-ແຂວງຄຳມ່ວນ 1 ຄົນ
-ແຂວງຊຽງຂວາງ 1 ຄົນ
ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ
ແລະ ທຸກຄົນແຂງແຮງດີ

ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 85 ຄົນ (ກໍລະນີຢັ້ງຢືນທີ 673-757)
•ສຳລັບຜູ້ຕິດເຊື້ອໃໝ່ຢູ່ແຂວງຈຳປາສັກ, ສະຫວັນນະເຂດ, ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ ແລະ ແຂວງວຽງຈັນ ແມ່ນລ້ວນແລ້ວແຕ່ມີປະຫວັດສຳຜັດກັບກໍລະນີຕິດເຊື້ອຜ່ານມາຄືກັນ
•ສ່ວນ 69 ຄົນທີ່ຕິດເຊື້ອໃໝ່ຢູ່ນະຄອນຫຼວງວຽງຈັນ ກໍ່ລ້ວນແລ້ວແຕ່ເປັນຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ກ່ຽວພັນກັບກໍລະນີທີ່ 59 ເຊັ່ນກັນ
-ສຳລັບສະຖານທີ່ທີ່ບັນດາຜູ້ຕິດເຊື້ອໄດ້ເດີນທາງໄປລ້ວນແລ້ວແຕ່ແມ່ນບ່ອນດຽວກັບຜູ້ຕິດເຊື້ອເກົ່າ ແລະ ອີກບ່ອນໃໝ່ທີ່ຢາກແຈ້ງໃຫ້ບັນດາທ່ານຊາບແມ່ນສຳລັບຜູ້ທີ່ເດີນທາງໄປຍັງສະຖານທີ່ເຫຼົ່ານີ້ເຊັ່ນ:
-ວັນທີ່ 14 ເມສາ 2021 ຮ້ານຄາລາໂອເກະວີກຕໍ, ສາມແຍກນາໄຊ
-ວັນທີ່ 16 ເມສາ 2021 : ສົງນ້ຳພະວັດໄຕໃຫ່ຍ, ວັດໄຕນ້ອຍ, ວັດໂຊກໄຊ, ວັດປ່າໜອງບົວທອງ
-ຮ້ານຂາຍຂອງກີນສຸກຕະຫຼາດໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
-ວັນທີ່ 19 ເມສາ 2021 ບໍ່ແຮ່ຄຳບໍລີສັດດາລີ ສສ ຫວຽດນາມບ້ານ ຫ້ວຍຄຳ, ເມືອງສັງທອງ
-ວັນທີ 17 -18 ເມສາ 2021: ໂຮງໝໍມະໂຫສົດ
-ວັນທີ່ 19 ເມສາ 2021 ໂຮງໝໍ 103 ບ່ອນສ່ອງລັງສີ
-ໂຮງພີມເທບປັນຍາການພີມ, ບ້ານ ຈອມມະນີໃຕ້, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
-ແມ່ນໃຫ້ບຸກຄົນດັ່ງກ່າວຈົ່ງຮີບຮ້ອນໄປເກັບຕົວຢ່າງຊອກຫາເຊື້ອຕາມສະຖານທີ່ກຳນົດໄວ້
ນອກຈາກນີ້ ຂໍຮຽກຮ້ອງມາຍັງບັນດາທ່ານທີ່ມີລາຍຊື່ຂ້າງລຸ່ມທີ່ໄດ້ໄປເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດ COVID-19 ໃນນະຄອນຫຼວງວຽງຈັນທີ່ໃຫ້ຂໍ້ມູນບໍ່ລະອຽດແມ່ນໃຫ້ຮີບຮ້ອນໂທປະສານຫາ ທ່ານ ດຣ. ນາງ ວຽງສາຄອນ ຫຼວງປະດິດ ເບີໂທ 020 94095533 ແລະ ເບີ 020 55663579 ລາຍຊື່ລະອຽດຄື:
1.ທ້າວໂລ້ ຈັນທະພູມ ອາຍຸ 27 ປີ
2.ທ້າວ ມີນຕາ ອາຍຸ 23 ປີ
3.ນາງນົກແກ້ວ ອາຍຸ 18 ປີ
4.ທ້າວ ວຽງໄຊ ຢູ່ບ້ານຍອດອູ ເມືອງຍອດອູ ແຂວງ ຜົ້ງສາລີ
ໃຫ້ບຸກຄົນດັ່ງກ່າວຈົ່ງຮີບຮ້ອນໂຕໂທກັບເບີດັ່ງກ່າວ ຫຼື ແຈ້ງຕໍ່ອຳນາດການປົກຄອງບ້ານຂອງທ່ານເພື່ອຕິດຕໍ່ຫາພະນັກງານແພດໝໍດ່ວນ, ຖ້າຫາກທ່ານໃດຮັບຮູ້ແລ້ວບໍ່ຮີບຮ້ອນມາສະເໜີໂຕ ຫຼື ຈົງໃຈລົບຫຼີກແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ.

Leave a Reply

Your email address will not be published. Required fields are marked *