ກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ປະຕິບັດຄຳສັ່ງເລກທີ 15/ນຍ ອອກກວດລາລາດຕະເວນຕາມເສັ້ນທາງຕ່າງໆ ໃນຂອບເຂດ 04 ເມືອງໃນ, ນັບແຕ່ເວລາ 20ໂມງ 30ນາທີ ຫາ 23ໂມງ 00ນາທີ; ໃນເວລາອອກເຄື່ອນໄຫວຕາມເສັ້ນທາງພົບເຫັນຮ້ານອິນເຕີເນັດກາເຟ ອອກຊີ່ນາງ ໂມະ ຕັ້ງຢູ່ບ້ານໂນນສະອາດ ເມືອງໄຊທານີ ນວ ລັກລອບເປີດໃຫ້ບໍລິການ ເຊີ່ງເປັນການລະເມີດຄຳສັ່ງ ແລະ ແຈ້ງການຂອງຂັ້ນເທິງ ເຈົ້າໜ້າທີ່ຈຶ່ງໄດ້ສຶກສາອົບຮົມກ່າວເຕືອນ ພ້ອມທັງເຮັດບົດບັນທຶກ ແລະ ລາຍງານໃຫ້ຂະແໜງການທີ່ກ່ຽວຂອງພິຈາລະນາ, ຖ້າການລະເມີດດັ່ງກ່າວເປັນສາເຫດການແຜ່ນເຊື້ອພະຍາດໂຄວິດ-19 ຈະຖືກດໍາເນີນຄະດີອາຍາ ແລະ ຮັບຜິດຊອບທາງແພ່ງຢ່າງເດັດຂາດ.

อาจเป็นรูปภาพของ สถานที่ในร่ม

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ໃຫ້ຕື່ນຕົວເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງຄອບຄົວ ແລະ ຕົວທ່ານເອງ. ສະເໜີມາຍັງຊາວນະຄອນຫຼວງວຽງຈັນ ຈົ່ງປະຕິບັດພັນທະຊ່ວຍກັນ, ຖ້າເຫັນສະຖານທີ່ທຸລະກິດໃດຍັງລະເມີດ ແມ່ນໃຫ້ແຈ້ງມາທາງເບີວອດແອັບ 020​28899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ

อาจเป็นรูปภาพของ หนึ่งคนขึ้นไป, ชุดเครื่องแบบทหาร และสถานที่ในร่ม

Leave a Reply

Your email address will not be published. Required fields are marked *