ໜ່ວຍງານວິຊາການທະຫານ ສະຫະລັດອາເມລິກາ ທີ່ໄດ້ເດີນທາງເຂົ້າມາ ສປປ ລາວ ໃນຄັ້ງວັນທີ 28 ເມສາ 2021 ໂດຍເຮືອບິນ C-17 ຈໍານວນ 65 ຄົນ ເຊິ່ງສັງຄົມກໍຄືປະຊາຊົນຈໍານວນຫຼາຍ ກໍໄດ້ວິພາກວິຈານໄປຕ່າງໆ ນາໆ ມີທັງ ທາງບວກ ແລະ ທາງລົບ.

ສະນັ້ນ, ຄະນະຄຸ້ມຄອງສື່ມວນຊົນ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອ ສອບຖາມຂໍ້ມູນຕົວຈິງເຫັນວ່າ ຄະນະວິຊາການທີ່ເດີນທາງເຂົ້າມາແມ່ນທິມງານ MIA ເພື່ອເຂົ້າມາຂຸດຄົ້ນກະດຸກ ທະ ຫານສະຫະລັດອາເມລິກາ ເພື່ອມະນຸດສະທໍາ ແລະ ວຽກງານດັ່ງກ່າວນີ້ ກໍເຄີຍປະຕິບັດຮ່ວມກັນກັບຄະນະທາງ ການຝ່າຍລາວມາແລ້ວ ແລະ ການເດີນທາງຄັ້ງນີ້ ກໍໄດ້ປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ໃນນັ້ນຄະນະທີ່ເດີນທາງເຂົ້າມາ ສປປ ລາວ ເທື່ອນີ້ ແມ່ນຈະໄດ້ຜ່ານການກວດຂອງຄະນະແພດ ແລະ ກັກໂຕ 14 ວັນ ກ່ອນລົງປະຕິບັດງານຕົວຈິງ.

ດັ່ງນັ້ນ, ຂໍໃຫ້ສັງຄົມ ຢ່າແຕກຕື່ນ ແລະ ເສບຂ່າວຢ່າງມີສະຕິ ແລະ ຂໍໃຫ້ຕິດຕາມແຫຼ່ງຂ່າວທີ່ເປັນທາງການເທົ່ານັ້ນ.

Leave a Reply

Your email address will not be published. Required fields are marked *