ລາຍງານສະພາບໂຄວິດ-19 ປະຈຳວັນທີ 29 ເມສາ 2021, ສປປ ລາວ ໃນວັນທີ 28 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2,817 ຄົນ ຜົນກວດວິເຄາະແມ່ນພົບຜູ້ຕິດເຊື້ອໃຫມ່ 68 ຄົນ.

ໃນນັ້ນມີ ນະຄອນຫຼວງວຽງຈັນ 34 ຄົນ,ແຂວງຈໍາປາສັກ 11 ຄົນ, ແຂວງບໍ່ແກ້ວ 10 ຄົນ, ແຂວງຫຼວງພະບາງ 8 ຄົນ, ແຂວງຫຼວງນໍ້າທາ 2 ຄົນ, ແຂວງວຽງຈັນ 1 ຄົນ, ແຂວງອຸດົມໄຊ 1 ຄົນ, ແຂວງຜົ້ງສາລີ 1 ຄົນ.

ມາຮອດປະຈຸບັນ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 672 ຄົນ, ບໍ່ມີຜູ້ເສຍຊີວິດ, ປິ່ນປົວຫາຍດີ 50 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ຄະນະສະເພາະກິດກໍານົດໄວ້ ຈໍານວນ 622 ຄົນ, ລາຍລະອຽດດັ່ງນີ້:

-ຢູ່ນະຄອນຫຼວງວຽງຈັນ 439 ຄົນ (ໃໝ່ 34)
-ແຂວງຈໍາປາສັກ 92 ຄົນ (ໃໝ່ 11), ສາລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈາປາສັກ
-ແຂວງສະຫວັນນະເຂດ 22 ຄົນ
-ແຂວງບໍ່ແກ້ວ 24 ຄົນ (ໃໝ່ 10)
-ແຂວງສາລະວັນ 6 ຄົນ
-ແຂວງອຸດົມໄຊ 3 ຄົນ (ໃໝ່ 1)
-ແຂວງຫຼວງນໍ້າທາ 6 ຄົນ (ໃໝ່ 2)
-ແຂວງວຽງຈັນ 8 ຄົນ (ໃໝ່ 1) (ຄົນເຈັບຂອງແຂວງວຽງຈັນ1 ຄົນມາປິ່ນປົວໃນ ນະຄອນຫຼວງວຽງຈັນ
-ແຂວງຜົ້ງສາລີ 3 ຄົນ (ໃໝ່ 1)
-ແຂວງຫຼວງພະບາງ 14 ຄົນ (ໃໝ່)
-ແຂວງໄຊຍະບູລີ 1 ຄົນ
-ແຂວງບ ລິຄໍາໄຊ 2 ຄົນ
-ແຂວງຄໍາມ່ວນ 1 ຄົນ
-ແຂວງຊຽງຂວາງ 1 ຄົນ

ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ.

ຖະແຫຼ່ງຂ່າວ

Leave a Reply

Your email address will not be published. Required fields are marked *