ຂ່າວສານຫວຽດນາມລາຍງານວ່າ: ລາຄານ້ຳມັນໂລກຫຼຸດລົງ ໃນວັນທີ 26 ເມສາຜ່ານມາ, ອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ແລະ ບັນດາປະເທດພັນທະມິດທີ່ເອີ້ນວ່າ; “OPEC+” ໃຫ້ຮູ້ວ່າ: ກຳລັງເຝົ້າຕິດຕາມການຕິດເຊື້ອ ໂຄວິດ-19 ທີ່ເພີ່ມຂຶ້ນໃນປະເທດ ອິນເດຍ ຊຶ່ງສາມາດເຮັດໃຫ້ຫຼຸດຜ່ອນຄວາມຕ້ອງການນ້ຳມັນເຊື້ອໄຟຂອງຜູ້ນຳເຂົ້ານ້ຳມັນລາຍໃຫຍ່ ອັນດັບທີ 3 ຂອງໂລກ.

May be an image of outdoors

ຂ່າວລະບຸວ່າ: ລາຄານ້ຳມັນເບຣນ ຫຼຸດລົງ 46 ເຊັນ ກວມ 0.7% ມາເປັນ 65.65 ໂດລາ/ບາເຣນ, ຫຼັງຈາກການຊື້ຂາຍໃນລາຄາຕໍ່າສຸດ 64,57 ໂດລາ/ບາເຣນ. ນ້ຳມັນດິບຂອງອາເມຣິກາ (WTI) ໄດ້ສິ້ນສຸດລົງທີ່ 23 ເຊັນ ກວມ0.4% ມາເປັນ 61,91 ໂດລາ/ບາເຣນ, ຫຼັງຈາກຕົກລາຄາໃນລະດັບຕໍ່າສຸດ 60.66 ໂດລາ/ບາເຣນ.

Crude Oil Weekly Price Forecast – Look Ready to Go Even More Parabolic

ທ່ານ ຟິວ ຟລິນ ຜູ້ຊ່ຽວຊານຂອງບໍລິສັດ Price Futures Group ໃນລັດຊິຄາໂກ ອາເມຣິກາ ໃຫ້ຮູ້ວ່າ: ຕະຫຼາດກຳລັງຢູ່ໃນສະພາວະທີ່ລະມັດລະວັງ, ເພາະວ່າຄວາມຕ້ອງການອາດຈະຫຼຸດລົງໃນປະເທດອິນເດຍ ຍ້ອນການຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຢ່າງໄວວາ. ຄະນະກຳມະການເຕັກນິກຂອງOPEC ໄດ້ຍອມຮັບເຖິງຄວາມຈຳເປັນອາດຈະໄດ້ຮັບຜົນກະທົບຈາກສະຖານະການທີ່ບໍ່ດີ.

ຂ່າວ: ປະຊາຊົນ

Leave a Reply

Your email address will not be published. Required fields are marked *