ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ:ໃນວັນທີ 27 ເມສາ 2021ນີ້,ອາສາສະໜັກຊາວໜຸ່ມຂະແໜງການອ້ອມຂ້າງນະຄອນ ໄກສອນ ພົມວິຫານ ໄດ້ອະນາໄມທຳສະອາດເພື່ອກະກຽມຄວາມພ້ອມໃຫ້ເປັນໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19 ທີ່ອາດເພີ່ມຂຶ້ນເປັນຈໍານວນຫລາຍ ໃນກໍລະນີ ທີ່ຜູ້ຕິດເຊື້ອລົ້ນໂຮງໝໍແຕ່ມີອາການບໍ່ຮຸນແຮງ,

ເຊິ່ງໂຮງຮຽນເຕັກນິກວີຊາອາຊີບ ແລະ ໂຮງຮຽນແພດ ແມ່ນມີຄວາມຍິນດີໃຫ້ການສະໜັບສະໜູນສະຖານທີ່ ເພື່ອກຽມເປັນໂຮງໝໍພາກສະໜາມ ແລະ ເປັນບ່ອນກັກກັນຜູ້ຕິດເຊື້ອໃນກໍລະນີບໍ່ຮຸນແຮງ.

ວັນທີ່ 27 ເມສາ 2021 ມີຜູ້ຕິດເຊື້ອເພີ່ມ 1 ຄົນ ເຮັດໃຫ້ຍຶດສະສົມ ເປັນ 19 ຄົນ.

.

.

.

.

.

.

.

Leave a Reply

Your email address will not be published. Required fields are marked *