ວັນ 26 ເມສາ ປີ 2021 ຢູ່ສະຖານີໂທລະພາບແຂວງຫຼວງພະບາງ ທ່ານ ດຣ ຄຳສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ ໄດ້ຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ COVID-19 ຖະແຫຼງການກ່ຽວກັບສະພາບການຂອງພະຍາດໂຄວິດ ແລະການແຜ່ລະບາດ ໂດຍສະເພາະຢູ່ແຂວງຫຼວງພະບາງ.

ເຊິ່ງກ່ອນອື່ນທ່ານ ໄດ້ຍົກໃຫ້ເຫັນສະພາບໃນປັດຈຸບັນ ຢູ່ສປປ ລາວ ກໍຄືວັນທີ 26 ເມສາ ປີ 2021 ມີຜູ້ຕິດເຊື້ອຈໍານວນ 11 ແຂວງ ແລະ 1 ນະຄອນຫຼວງ, ຈໍານວນສະສົມມາຮອດປະຈຸບັນ 436 ຄົນ,ປີ່ນປົວຫາຍດີ 49 ກໍລະນີ, ກໍາລັງປີ່ນປົວ 387 ຄົນ ແລະ ຍັງບໍ່ມີຜູ້ເສຍຊີວິດ.ໃນນີ້ຕົວເລກຕິດເຊື້ອສະສົມໃນແຕ່ລະແຂວງຄື: ກຳແພງນະຄອນ 271 ຄົນ, ແຂວງຈໍາປາສັກ 61 ຄົນ, ຫຼວງພະບາງ 1 ຄົນ,ສະຫວັນນະເຂດ 18 ຄົນ, ບໍ່ແກ້ວ 13 ຄົນ. ສາລະວັນ 6 ຄົນ , ຫຼວງນໍ້າທາ 4 ຄົນ, ແຂວງວຽງຈັນ 4 ຄົນ ໄຊສົມບຸນ 1 ຄົນ,ບໍລິຄໍາໄຊ 2 ຄົນ, ຄໍາມ່ວນ 1 ຄົນ,ໄຊຍະບູລີ 1 ຄົນ ແລະຜົ້ງສາຫຼີ 2 ຄົນ.

ສຳຫຼັບວັນທີ 25 ເມສາ ປີ 2021 ໄດ້ມີເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຫາຜູ້ຕິດເຊື້ອໂຄວິດ- 19 ລວມທັງໝົດທົ່ວປະເທດ 2.682 ຄົນ, ໃນນັ້ນພົບເຊື້ອ 113 ຄົນ,ດັ່ງຄະນະສະເພາະກິດແຫ່ງຊາດໄດ້ຖະແຫຼງຜ່ານມາມື້ນີ້,ຄືກຳແພງນະຄອນ 31 ຄົນ, ແຂວງຈໍາປາສັກ 54 ຄົນ,ຫຼວງພະບາງ 1 ຄົນ,ສະຫວັນນະເຂດ 13 ຄົນ,ບໍ່ແກ້ວ 7 ຄົນ, ອຸດົມໄຊ 2 ຄົນ ,ຜົ້ງສາຫຼີ 2 ຄົນ, ແຂວງວຽງຈັນ 1 ຄົນ,ເຊກອງ 1 ຄົນ ແລະແຂວງ ໄຊຍະບູລີ 1 ຄົນ.

ສໍາລັບການເຝົ້າລະວັງ COVID-19 ຢູ່ ແຂວງຫຼວງພະບາງ ໄດ້ຕິດຕາມຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ກຳນົດໄວ້ ທົ່ວແຂວງຫຼວງພະບາງ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ທັງໝົດ 17 ສູນ,ຢູ່ 11 ເມືອງ ແລະ 1 ນະຄອນ, ທົ່ວແຂວງຈຸດກວດຄົນເຂົ້າອອກເມືອງ 30 ຈຸດ.ໃນວັນທີ 25 ເມສາ ປີ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 41 ຄົນ; ຜົນກວດວິເຄາະພົບເຊື້ອທັງໝົດ 1 ຄົນ ແລະ ໃນວັນທີ 26 ເມສາ ປີ 2021 ໄດ້ເກັບຕົວຢ່າງກວດຊອກຫາເຊື້ອຢູ່ໂຮງໝໍແຂວງທັງໝົດ 60 ຄົນ; ປະຈຸບັນລໍຖ້າຜົນກວດວິເຄາະໃນມື້ອື່ນ ກໍຄືວັນທີ 27 ເມສາ.

ສ່ວນກໍລະນີຕິດເຊື້ອໃຫມ່ໃນແຂວງຫຼວງພະບາງ, ຄັ້ງວັນທີ 25 ເມສາ ຢູ່ແຂວງຫຼວງພະບາງ 1 ກໍລະນີແມ່ນ ເພດຍິງ, ອາຍຸ 21 ປີ, ສັນຊາດລາວ, ອາຊີບ: ນັກສຶກສາ ມະຫາວິທະຍາໄລ ສຸພານຸວົງ ຄະນະເສດຖະສາດ ປີ 4 ບ້ານຢູ່ປະຈຸບັນ: ບ້ານ ໂພສີ, ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ,ຜູ້ກ່ຽວບໍ່ມີພະຍາດປະຈໍາຕົວ ແລະ ເປັນຄົນມີສຸຂະພາບແຂງແຮງ,ເຊິ່ງໄດ້ສຳຜັດກັບໝູ່ ກໍລະນີທີ 111 ບໍ່ມີ ອາການສະແດງປະຈຸບັນປີ່ນປົວແຍກປ່ຽວຢູ່ໂຮງໝໍແຂວງ.

ເຊິ່ງການເຄື່ອນໄຫວມີຄື:

  • ວັນທີ 16 ເມສາ 2021 ຕອນສວຍ ໄປຫຼິ້ນນ້ຳຢູ່ເສົ້ນທາງກາງເມືອງ ແຖວ ບ້ານເຈັກ,ຕອນແລງໄປກິນເຂົ້າຢູ່ ຮ້ານອາຫານ ວິນເທຼດ ຂ້າງເດີ່ນເຕະບານສົມຫວັງ ແລ້ວກັບບ້ານ,
  • ວັນທີ 17 – 18 ເມສາ 2021 ຂາຍເຄື່ອງຢູ່ຮ້ານ ໜ້າເຮືອນຕົນເອງ (ຮ້ານນາງແສງເດືອນ ບ້ານ ໂພສີ) ໝົດມື້.
  • ວັນທີ 19 ເມສາ 2021,ຕອນເຊົ້າໄປຮຽນໜັງສື ຢູ່ໂຮງຮຽນ ມະຫາວິທະຍາໄລສຸພານຸວົງ, ຄະນະເສດຕະສາດ ຫ້ອງປີ 4, ນັ່ງຮຽນຢູ່ຫ້ອງ 1ຊົ່ວໂມງ 30 ນາທີ (ໃນຫ້ອງມີ ນັກຮຽນ 30 ຄົນ) ແລ້ວກັບບ້ານ.
  • ວັນທີ 20 ເມສາ 2021 ຕອນເຊົ້າໄປຮຽນໜັງສື ຢູ່ໂຮງຮຽນ ມະຫາວິທະຍາໄລສຸພານຸວົງ, ຄະນະເສດຕະສາດ ຫ້ອງປີ 4, ນັ່ງຮຽນຢູ່ຫ້ອງ 1ຊົ່ວໂມງ 30 ນາທີ (ໃນຫ້ອງມີ ນັກຮຽນ 30 ຄົນ). ຕອນສວຍໄປກວດຢູ່ Clinic ພະນົມໄຊ ພະການ ດ້ວຍອາການໄຂ້, ໄອ ແລະ ເຈັບຄໍ ປະມານ 30 ນາທີ, ຫຼັງຈາກກວດແລ້ວ ກັບມາບ້ານ.
  • ວັນທີ 21 – 23 ເມສາ 2021 ຂາຍເຄື່ອງຢູ່ຮ້ານ ໜ້າເຮືອນຕົນເອງ (ຮ້ານນາງແສງເດືອນ ບ້ານ ໂພສີ) ໝົດມື້.
  • ວັນທີ 24 ເມສາ 2021 ເຂົ້າໄປກັກຕົວຢູ່ໂຮງໝໍແຂວງ ແລະ ເກັບຕົວຢ່າງໄປກວດ,ວັນທີ 25 ເມສາ 2021 ຜົນກວດວິເຄາະພົບເຊື້ອ COVID-19.
  • ສໍາລັບຂໍ້ມູນຂອງຜູ້ສຳຜັດໃກ້ຊິດໃນເບື້ອງຕົ້ນ: ຂໍ້ມູນຜູ້ສໍຜັດເບື້ອງຕົ້ນເກັບກໍາໄດ້ 48 ຄົນ ທີ່ຢູ່ໃນຄອບຄົວດຽວກັນ ແລະ ຢູ່ຫ້ອງຮຽນດຽວກັນໄດ້ແນະໃນມາເກັບຕົວຢ່າງ ແລະສືບຕໍ່ຈຳກັດບໍລິເວນ.

ຕາມຂໍ້ມູນເບື້ອງຕົ້ນກໍລະນີຢັ້ງຢືນ 219 ກວດຢູ່ວຽງຈັນ,ເພດຊາຍ, ອາຍຸ 34 ປີ, ສັນຊາດລາວ, ອາຊີບ: ພະນັກງານ ຮ້ານຂາຍເຄື່ອງ,ບ້ານຢູ່ປະຈຸບັນ: ໂພນພະເນົາ , ມ ໄຊເສດຖາ, ນະຄອນຫລວງວຽງຈັນ , ຜູ້ກ່ຽວມີພະຍາດປະຈໍາຕົວເປັນພູມແພ້ ປົກກະຕິເວລາອາກາດເຢັນຫຼາຍ ຫຼືຮ້ອນຫຼາຍ ຫຼືອາກາດປ່ຽນ ເປັນຫາຍໃຈຝຶດ ນ້ຳມູກຍ້ອຍ, ສໍາຜັດກັບກໍລະນີ 83 ມີອາການຄັນຄໍ ໄອ ບາງຄັ້ງ. ວັນທີ 13 ເມສາ ກໍລະນີ 83 ມາຫຼິ້ນນຳ ປະມານ 20 ນາທີ, ວັນທີ 14 ເມສາ ເວລາ 8 ໂມງ ເດີນທາງໄປໄຊຍະບູລີ ດ້ວຍລົດສ່ວນຕົວ ກັບນ້ອງຊາຍ (ຜົນກວດເປັນລົບ) ແວ່ກິນເຂົ້າຢູ່ວັງວຽງ ຮ້ານອາຫານຕາມສັ່ງ (ກາຍສາມແຍກຊາກຸລະ ແຕ່ບໍ່ຈື່ຊື່ຮ້ານ),ແວ່ຫຼິ້ນນຳໝູ່ລຸ້ນນ້ອງຢູ່ ເມືອງໄຊຍະບູລີ ແລະນອນຢູ່ລົດ,ວັນທີ 15 ເມສາ ເວລາ 10 ໂມງເຊົ້າ ອອກເດີນທາງໄປຫຼວງພະບາງ 11:30-5ໂມງ ແວ່ແກ້ງນູນ (ແຍກກັນກັບນ້ອງ) 4:30- 5:30 ໄປແວ່ງານສັງສັນກັບໝູ່ຢູ່ 4 ແຍກຄອກງົວ ກັບໝູ່ອີກ 4 ຄົນ ແລ້ວຂີ່ລົດເລາະເມືອງ, 10:30 ຫາ ທ່ຽງຄືນ ໄປຮ້ານວິນເທຈ໌ ,ເຂົ້າບ້ານພັກມົງເຮີ (ເຂດຕີນພູວ່າວ) ປະມານ,16 ເມສາ ເວລາ 9-10 ໂມງໄປສູ່ຂວັນຢູ່ເຮືອນພໍ່ແມ່ ບ້ານ ສີບຸນເຮືອງ, ເມືອງນ່ານ ເຊິ່ງມີແຕ່ຄອບຄົວ ແລະ ຄົນຂ້າງເຮືອນ ປະມານ 15 ຄົນ, ເດີນທາງກັບນະຄອນຫຼວງ ,17 ເມສາ ພັກການ ຢູ່ເຮືອນ ,18 ເມສາ ຢູ່ເຮືອນ ເວລາ 7:30 ພໍ້ກໍລະນີ ທີ 83 ກິນເຂົ້າແລງນໍາກັນ ທີ່ເລີ່ມມີອາການຫວັດ ແລະ ລີ້ນບໍ່ຮັບລົດ ,ວັນທີ 19-20 ເມສາ ໄປວຽກຢູ່ຫ້ອງການ ບໍລິສັດລັດວິສະຫະກິດອຸປະກອນການສຶກສາ (ໜ້າແພດສາດ), ບໍ່ຄ່ອຍມີລູກຄ້າຊື້ຍ່ອຍ,ວັນທີ 21 ເມສາ ພັກການ ແລະ ໄດ້ເຂົ້າມາກວດຢູ່ຈຸດເກັບຕົວຢ່າງຢູ່ 22 ແລະ ຜົນກວດແມ່ນພົບເຊື້ອ. ສັງລວມຂໍ້ມູນຂອງຜູ້ສຳຜັດໃກ້ຊິດໃນເບື້ອງຕົ້ນ: ໝູ່ລຸ້ນນ້ອງຢູ່ແຂວງໄຊຍະບູລີ ແລະ ໝູ່ທີ່ຢູ່ຫຼວງພະບາງ,ເພື່ອນຮ່ວມງານ.

ໃນນາມຕາງໜ້າຫົວຫນ້າສະເພາະກິດຂັ້ນແຂວງເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະ ຍາດໂຄວິດ 19 (COVID-19) ຂໍຮຽກຮ້ອງຄະນະສະເພາະກິດຂັ້ນຕ່າງໆແຕ່ລະຂັ້ນເຜີ້ມທະວີມາດຕະການສະກັດກັ້ນປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ພາຍໃນແຂວງຢ່າງເປັນເຈົ້າການໂດຍສະເພາະປະຕິບັດຕາມ 3 ມາດຕະການ:ຕາມການຊີ້ນຳຂອງທ່ານເຈົ້າແຂວງຫຼວງພະບາງຄັ້ງວັນທີ 26 ເມສາ 2021

1. ໃຫ້ເຜີ້ມມາດຕະການປ້ອງກັນການຫລຸດຜ່ອນການແຜ່ເຊື້ອຊູ່ຊຸມຊົນໂດຍສະເພາະການ (ລອກດາວ) ແມ່ນໃຫ້ຫ້າມປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍ່າຫຼວດ, ອອກຈາກເຮືອນ, ອອກຈາກບ້ານ, ເດີນທາງໄປຕ່າງເມືອງຕ່າງແຂວງຖ້າບໍ່ຈຳເປັນແທ້ໆໂດຍມອບໃຫ້ເຈົ້າໜ້າທີ່ ປກສ, ປກຊ, ສົມທົບກັບກອງຫຼອນບ້ານ ແລະ ອຳນາດການປົກຄອງບ້ານຕັ້ງຈຸດກວດກາຢ່າງເຂັ້ມງວດ, ພ້ອມທັງລົງກວດກາໃນແຕ່ລະບ້ານໂດຍສະເພາະ ຫ້າມຊຸມນຸມກັນທີ່ມີຄວາມສ່ຽງ,ພ້ອມທັງມີມາດຕະການຢ່າງ ເໝາະສົມຕໍ່ຜູ້ລະເມີດມາດຕະການທີ່ຄະນະສະເພາະກິດວາງອອກ.

2. ໃຫ້ບັນດາທ່ານທີ່ມີການພົວພັນກັບຜູ້ຕິດເຊື້ອທີ່ໄດ້ສະເໜີໃນຂ້າງເທີງນັ້ນໃຫ້ມາພົບກັບເຈົ້າໜ້າທີ່ສາທາລະນະສຸກຢູ່ໃນຂັ້ນຕ່າງໆເພື່ອຈະໄດ້ຈຳກັດບໍລິເວນຕົນເອງທີ່ຄະນະສະເພາະກິດໄດ້ຈັດຫາໃຫ້ເພື່ອຈະບົ່ງມະຕິໃຫ້ໄວ ແລະ ປີ່ນປົວໄວ,

3. ໃຫ້ຄະນະສະເພາະກິດແຕ່ລະຂັ້ນ, ອຳນາດການປົກຄອງຂັ້ນຕ່າງໆເອົາໃຈໃສ່ໂຄສະນາປຸກລະດົມໃຫ້ທົ່ວສັງຄົມເປັນເຈົ້າການໃນການປ້ອງກັນຕົນເອງໂດຍສະເພາະການປະຕິບັດມາດຕະການປ້ອງກັນການຕິດເຊື້ອໂດຍສະເພາະການປ້ອງກັນຕົນເອງຄື: ການໃສ່ຜ້າປິດປາກ-ດັງ ເມື່ອເດີນທາງອອກຈາກບ້ານ, ໝັ່ນລ້າງມືໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອເລື້ອຍໆ, ຫຼີກລ້ຽງການເດີນທາງໄປຍັງເຂດທີ່ມີຄວາມສ່ຽງ ຫຼື ແອອັດ, ຮັກສາໄລຍະຫ່າງທາງສັງຄົມຢ່າງເຂັ້ມງວດ,

4. ປຸກລະດົມບັນດາທົ່ວສັງຄົມ, ບັນດານັກທຸລະກິດ, ຫ້າງຮ້ານບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງສາກົນໃນທົ່ວແຂວງຈົ່ງໃຫ້ການສະໜັບສະໜູນທາງດ້ານງົບປະມານ,ຕ່າງໆຊ່ວຍຄະນະສະເພາະກິດຂອງພວກເຮົາເພື່ອປະກອບສ່ວນເຂົ້າໃນວຽກງານເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ 19,

5. ຫ້າມການໂຄສະນາ, ເຜີ່ຍແຜ່ຂໍ້ມູນ ແລະ ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ໃນຮູບແບບໃດໜື່ງຜ່່ານສື່ອອນລາຍຕ່າງໆ ຊື່ງຈະເຮັດໃຫ້ປະຊາຊົນເຂົ້າໃຈຜິດ, ສ້າງຄວາມແຕກຕື່ນຕໍ່ສັງຄົມ, ໂດຍໃຫ້ຕິດຕາມຂ່າວທີ່ເປັນທາງການຂອງຄະນະສະເພາະກິດຂັ້ນຕ່າງໆເທົ່ານັ້ນ,

6. ການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ວຽກງານສັກຢາວັກຊີນຕາມທິດຊີ້ນໍາຂອງກະຊວງສາທາລະນະສຸກເພື່ອຮັບປະກັນຍົກສຸູງພູມຄຸ້ມກັນໝູ່ໃນແຂວງຂອງພວກເຮົາໃຫ້ສູງເພື່ອປ້ອງກັນການລະບາດໃນຊຸມຊົນ,ປະຈຸບັນນີ້ທາງພະແນກສາທາລະນະສຸກໄດ້ຈັດສັກຢາຢູ່ 3 ຈຸດ ຄື: 1. ຈຸດໂຮງໝໍ 107, 2. ຈຸດໂຮງໝໍແຂວງ, ແລະ ໂຮງຮຽນສ້າງແພດບ້ານທາດຫຼວງແຕ່ພວກເຮົາໄດ້ຈັດເປັນກຸ່ມເປົ້າໝາຍໃນແຕ່ລະວັນ, ທາງຄະນະຮັບຜິດຊອບຈະແຈ້ງໃຫ້ຊາບ, ເພື່ອແນໃສ່ຫຫຼິກເວັ້ນຄວາມສ່ຽງຄືຜ່ານມາແຕ່ຜູ້ມາໃຊ້ບໍລິການຕ້ອງປະຕິບັດມາດຕະການປ້ອງກັນຕົນເອງເຊັ່ນ: ລຽນຄີວ, ໃສ່ຜ້າອັດປາກ, ເວັ້ນໄລຍະຫ່າງ,

7. ສຳຫຼັບຜູ້ມີຄວາມສ່ຽງສຳພັດກັບຜູ້ຕິດເຊື້ອຜ່ານມາໃນແຕ່ລະເມືອງແມ່ນໃຫ້ຄະນະສະເພາະກິດຂອງເມືອງເກັບກຳຂໍ້ມູນລະອຽດ ແລ້ວນຳມາຈຳກັດບໍລິເວນຢູ່ໃນສູຂອງເມືອງ, ພ້ອມທັງລາຍງານໃຫ້ທິມງານຂັ້ນແຂວງລົງເກັບຕົວຢ່າງມາກວດຫາຊື້ຕາມວິຊາການ,

8. ສະນັ້ນທາງຄະນະສະເພາະກິດຂັ້ນແຂວງ, ຂັ້ນຕ່າງໆແມ່ນໄດ້ກຽມຄວາມພ້ອມເພື່ອຮອງຮັບການຕ້ານ ແລະ ຄວບຄຸມພະຍາດໂຄວິດໄລຍະສັ້ນໄລຍະຍາວ,

9. ຖ້າຫາກບຸກຄົນໃດຫາກເຂົ້າຄ່າຍສຳພັດການຕິດເຊື້ອຫຼືມີບັນຫາປຶກສາທ່ານສາມາດໂທສອບຖາມ ສາຍດ່ວນໜ່ວຍສະເພາະກິດຂອງພວກເຮົາ ໂທ : 071 166 , 030 5475000.

ຂໍ້ມູນຈາກຄະນະສະເພາະກິດ ຄວບຄຸມ ໂຄວິດ-19

ຂ່າວ: ເພັດສາຄອນ ສິມມະວົງ

Leave a Reply

Your email address will not be published. Required fields are marked *