ພຣະພຸທທະເຈົ້າເປັນກະສັຕຣິຍ໌ໂດຍພຣະຊາດ ເປັນໂຄຕະມະວົງໂດຍຊາດພູມ ເປັນຊາວສາກະຍະ ປະສູຕິ ໃນວັນສຸກ ຂຶ້ນ15ຄ່ຳເດືອນ 6 ປີຈໍ ກ່ອນພຸທທະສັງກາດ 80 ປີ ໃນມັທທະຍົມປະເທດ ທີ່ ສວນລຸມພີນີ ຢູ່ລະຫວ່າງກຸງກະບິລພັດ ແຄວ້ນສັກກະ ກັບກຸງເທວະທະຫະ ແຄວ້ນໂກລິຍະ.
ເຈົ້າຊາຍສິທທັດຖະ ເປັນພຣະໂອລົດ ຂອງພຣະເຈົ້າສຸທໂທທະນະກັບພຣະນາງສິຣິມະຫາມາຍາ ໃນວັນປະສູຕິ ພຣະນາງສິຣິມະຫາມາຍາ ຊົງພຣະຄັນບໍຣິບູນແລ້ວ ຊົງປະສົງສະເດັດໄປເມືອງເທວະທະຫະອັນເປັນຊາດພູມຂອງພຣະອົງ.

ໃນເວລາເຊົ້າ ວັນວິສາຂະປຸນນະມີ ດິຖີເພັງ ເດືອນ 6 ພຣະນາງສະເດັດຈາກພຣະນະຄອນໄປເຖິງປ່າໄມ້ຮັງ ຊື່ວ່າລຸມພິນີວັນ ເຊິ່ງຢູ່ລະຫວ່າງທາງແຫ່ງພຣະນະຄອນທັງສອງ ແຕ່ໃກ້ໄປຂ້າງເມືອງເທວະທະຫະ ເປັນສະຖານທີ່ອັນຄວນແກ່ການທັສນາ ພຣະນາງຈິ່ງໃຫ້ແວະຊົມ ແລະປະສູຕິພຣະໂອລົດ ໃນ ສະຖານທີ່ນັ້ນ ເມື່ອຄວາມຊາບເຖິງພຣະເຈົ້າກຸງກະບິລພັດແລະພຣະເຈົ້າກຸງເທວະທະຫະ ກະສັຕຣິຍ໌ທັງສອງພຣະນະຄອນ ຊົງມີຄວາມຍິນດີເປັນຢ່າງຍິ່ງ ຈິ່ງຊົງໃຫ້ຈັດຂະບວນແຫ່ຄືນເຂົ້າສູ່ກຸງກະບິລພັດ.
ເຈົ້າຊາຍສິທທັດຖະ ໄດ້ຮັບການທຳນຸບຳລຸງມາເປັນຢ່າງດີຕັ້ງແຕ່ຍັງຊົງເຍົາວັຍ ຕາບເທົ່າຊົງພຣະຈະເລີນວັຍ ເມື່ອພຣະຊົນມາຍຸ 16 ພັນສາ ຊົງອະພິເສກສົມລົດກັບພຣະນາງຍະໂສທະຣາ ຫຼືພິມພາ ມີພຣະໂອລົດນາມວ່າຣາຫຸລ.
ເຈົ້າຊາຍສິທທັດຖະ ຊົງເບື່ອໜ່າຍໃນການຄອງເຮືອນ ຈິ່ງຕັດສິນພຣະໄທ ອອກບວດ ທີ່ ແຄມຝັ່ງແມ່ນ້ຳອະໂນມາ ເມື່ອພຣະຊົນມາຍຸ 29 ພັນສາ.
ເມື່ອພຣະຊົນມາຍຸ 35ພັນສາ ຈິ່ງໄດ້ຕຣັສຮູ້ອະນຸດຕະຣະສັມມາສັມໂພທິຍານ ທີ່ຕຳບົນ ອຸຣຸເວລາເສນານິຄົມ ແຄວ້ນມະຄົດ ໃນວັນພຸດ ຂຶ້ນ 15 ຄ່ຳ ເດືອນ 6 ປີລະກາ ກ່ອນພຸທທະສັງກາດ 45 ປີ.

ທັມມະທີ່ພຣະພຸທທະເຈົ້າຕຣັສຮູ້ຄື ອະຣິຍະສັຈ 4 ຫຼືຄວາມຈິງອັນປະເສີດ 4 ປະການ ໄດ້ແກ່
- 1.ທຸກ ຄື ຄວາມລຳບາກ ຄວາມບໍ່ສະບາຍກາຍ ຄວາມບໍ່ສະບາຍໃຈ
- 2.ສະມຸທັຍ ຄື ເຫດທີ່ທຳໃຫ້ເກີດທຸກ
- 3.ນິໂຣທ ຄື ຄວາມດັບທຸກ
- 4.ມັຄ ຄື ຂໍ້ປະຕິບັດໃຫ້ເຖິງຄວາມດັບທຸກ
- ທັງ 4 ປະການນີ້ຈັດເປັນສັຈຈະທັມ ຮຽກວ່າ ອະຣິຍະສັຈ 4.
ພຣະພຸທທະເຈົ້າຫລັງຈາກຕຣັສຮູ້ແລ້ວ ໄດ້ຊົງບຳເພັນພຸທທະກິດໂຜດຜູ້ຄວນແນະນຳສັ່ງສອນ ໃຫ້ໄດ້ບັນລຸມັຄຜົນຈົນນັບບໍ່ຖ້ວນ ຊົງສົ່ງພຣະສາວົກໄປປະກາດພຣະສາສນາ ໃນຄາມະນິຄົມຊົນນະບົດ ແລະຣາຊທານີ ຕ່າງໆ ຈົນພຣະພຸທທະສາສນາປະດິດສະຖານໝັ້ນຄົງແພ່ຫຼາຍທົ່ວໄປ ຕະຫຼອດ 45 ພັນສາ
ພຣະພຸທທະເຈົ້າ ສະເດັດດັບຂັນປະຣິນິພພານ ໃນວັນຄານ ຂຶ້ນ 15 ຄ່ຳ ເດືອນ 6 ປີມະເສັງ ທີ່ ສາລະວະໂນທະຍານ ຂອງມັລລະກະສັຕຣິຍ໌ ແຄວ້ນມັລລະ ເມື່ອພຣະຊົນມາຍຸໄດ້ 80 ພັນສາ.

ໝາຍເຫດ ວັນວິສາຂະບູຊາ ປີນີ້ຖືກວັນຈັນ ວັນທີ 26 ເມສາ 2021 .
ພ້ອມທັງເປັນມື້ ເລີ່ມ ພ.ສ 2564

ໂດຍ: ພຣະອາຈານ ຄໍາຫຼ້າ ອິນທະວົງສັກ

.
