ຕາມຄຳສັ່ງຂອງນາຍົກລັດຖະມົນຕີເລກທີ 15/ນຍ ແລະ ປະຕິບັດຕາມທິດຊີ້ນຳຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ. ສະນັ້ນ, ປກສ ກຸ່ມບ້ານຊ້າງ ສົມທົບກັບອຳນາດການປົກຄອງບ້ານ, ປກສ-ກອງຫຼອນບ້ານທີ່ຂຶ້ນກັບກຸ່ມບ້ານຊ້າງ ພ້ອມກັນຕັ້ງຈຸດກວດກາຄົນເຂົ້າ ອອກຢູ່ເຂດບ້ານນາຕານ ເມືອງໄຊທານີ ນວ ເພື່ອຄວບຄຸມ, ສະກັດກັ້ນ ບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດ ມາຮອດເວລາ 19ໂມງ 30 ນາທີ ຂອງວັນທີ 22 ເມສາ 2021 ໄດ້ມີຊາຍຄົນໜຶ່ງຂີ່ລົດຈັກ ເວບ 100 ລອງຊິງ ສີຟ້າດຳ ພໍມາຮອດຈຸດກວດກາຜູ້ກ່ຽວມີພິລຸດຈະຂີ່ລົດຜ່ານດ່ານ ຈຶ່ງໄດ້ເຂົ້າຄຸມຕົວມາກວດຄົ້ນ ພົບເຫັນ ຢ ຈຳນວນ 1 ຖົງນ້ອຍ ມີ 200 ເ ມັ ດ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງຄຸມຕົວນຳສົ່ງ ໃຫ້ ປກສ ເມືອງໄຊທານີສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການໄປດຳເນີນຄະດີຕາມກົດໝາຍ.

ຂໍຊົມເຊີຍເຈົ້າໜ້າທີ່ ປກສ ກຸ່ມບ້ານຊ້າງ ພ້ອມດ້ວຍອຳນາດການປົກຄອງບ້ານ, ປກສ ບ້ານ ແລະ ພໍ່ແມ່ປະຊາຊົນ ທີ່ຍາມໃດກໍເອົາໃຈໃສ່ປະຕິບັດໜ້າທີ່ຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່ຕະຫຼອດ 24 ຊົ່ວໂມງ ຢ່າງເຕັມເມັດເຕັມໜ່ວຍ ອັນນີ້ສະແດງໃຫ້ເຫັນຄວາມມີນ້ຳໃຈຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ມີສະຕິຕື່ນຕົວໃນການຈັດຕັ້ງປະຕິບັດມາດຕະການຄວບຄຸມ, ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄດວິດ-19 ຮຽກຮ້ອງມາຍັງຊາວນະຄອນຫຼວງວຽງຈັນ ໃນໄລຍະທີ່ມີການແພ່ລະບາດຂອງພະຍາດໂຄວິດ-19 ຖ້າບໍ່ຈຳເປັນແທ້ໆແມ່ນບໍ່ໃຫ້ອອກຈາກເຮືອນ, ອັນນີ້ກໍເປັນການຊ່ວຍເຈົ້າໜ້າທີ່ພວກເຮົາໃນການຄວບຄຸມ, ສະກັດກັ້ນ ການລະບາດພະ ຍາດລະບາດໂຄວິດ-19, ຖ້າອອກຈາກເຮືອນໄປແລ້ວຕ້ອງໃສ່ຜ້າປິດປາກ, ໝັ່ນລ້າງມືຕະຫຼອດ ແລະ ຮັກສາໄລຍະຫ່າງ ແລະ ປະຕິບັດພັນທະຊ່ວຍເຈົ້າໜ້າທີ່ ລາຍງານເພື່ອມີວິທີປ້ອງກັນ ແລະ ຕໍ່ຜູ້ທີ່ລະເມີດ ເຈົ້າໜ້າທີ່ສືບຮູ້ຈະໄດ້ນຳໃຊ້ມາດຕະການຢ່າງເຂັ້ມງວດ.