ແຂວງຄຳມ່ວນ ປິດການເດີນທາງເຂົ້າ-ອອກ ແຕ່ວັນທີ 25 ເມສາ ເຖິງ 10 ພຶດສະນາ 2021.
ວັນທີ 25 ເມສາ 2021 ນີ້, ທ່ານເຈົ້າແຂວງຄຳມ່ວນ ໄດ້ອອກຄຳສັ່ງປິດການເດີນທາງເຂົ້າ-ອອກແຂວງຄຳມ່ວນ ນັບແຕ່ວັນທີ 25 ເມາສາ ຫາ 10 ພຶດສະພາ 2021, ຍົກເວັ້ນຜູ້ມີພູມລຳເນົາ ແລະ ເຮັດວຽກປະຈຳຢູ່ແຂວງຄຳມ່ວນ ຫລື ຜູ້ທີ່ໄດ້ຮັບອະນຸຍາດຈາກການຈັດຕັ້ງທີ່ກ່ຽວຂ້ອງຂອງລັດ. ທັງນີ້ ກໍເພື່ອເປັນການສືບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19.

.

.

ແຈ້ງການກ່ອນໜ້ານີ້
ແຂວງຄຳມ່ວນ ອອກຄຳສັ່ງເພີ່ມເຕີມວ່າດ້ວຍ ການເພີ່ມທະວີມາດຕະການສະກັດກັ້ນພະຍາດໂຄວິດ-19
ວັນທີ 22 ເມສາ 2021 ນີ້, ແຂວງຄຳມ່ວນ ໄດ້ອອກຄຳສັ່ງເພີ່ມເຕີມ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນການລະບາດພະຍາດໂຄວິດ-19, ເຊິ່ງຜ່ານມາ ຄະນະພັກ, ແຂວງ, ເມືອງ ແລະ ບ້ານ ກໍໄດ້ເອົາໃຈສ່ຢ່າງຕັ້ງໜ້າ ກໍເຫັນວ່າມີຄວາມສຽງສູງໃນການແຜ່ລະບາດຕື່ມ. ສະນັ້ນ, ເຈົ້າແຂວງຈຶ່ງໄດ້ອອກຄໍາສັ່ງເພີ່ມເຕີມ ດັ່ງນີ້:

.

.
