ວັນທີ 25/4/2021 ຜູ້ໃຊ້ເຟສບຸກ Talorm Souphaphone ໄດ້ໂພດຂໍ້ຄວາມແຈ້ງ ໃຫ້ໝູ່ເພື່ອນຂອງຕົນ ໃຫ້ໄປກວດ ຫາເຊື້ອ ໂຄວິດ-19. ເພາະຜູ່ກ່ຽວແລະຜົວ ແມ່ນຕິດ ໂຄວິດ-19

ທີ່ໜ້າເສົ້າໃຈ ຄື ທັງສອງຕ້ອງໄດ້ ປະລູກນ້ອຍ, ທີ່ເຫັນຂ່າວແລ້ວສຸດເສົ້າໃຈ. ຂໍເປັນກໍາລັງໃຈ ແລະ ປິ່ນປົວຫາຍດີໄວໆ.

ໃນວັນທີ 25 ເມສາ 2021 ຄະນະສະເພາະກິດ ໄດ້ແຈ້ງ ຕົວເລກ ຕິດເຊື້ອ ເພີ່ມ 76 ຄົນ ເຮັດໃຫ້ປະຈຸບັນ ທົ່ວປະເທດລາວ ມີ ຍອດສະສົມ ທີ່ 323 ຄົນ, ປົວດີ 49 ຄົນ, ກໍາລັງປິ່ນປົວ 274 ຄົນ.

ສິ່ງສໍາຄັນຕອນນີ້ ທາງຄະນະສະເພາະກິດ ແຈ້ງ ໃຫ້ທຸກຄົນ ຕ້ອງແຍກປ່ຽວຕົນເອງ ແລະ ໄປກວດຫາເຊື້ອ ຖ້າທ່ານ ພົວພັນຜູ່ຕິດເຊື້ອ ຫຼື ໄດ້ໄປບ່ອນທີ່ມີການຕິດເຊື້ອ.

.

.

.
