ໃນວັນທີ 24 ເມສາ 2021, ແຂວງຫຼວງພະບາງ ໄດ້ມີຄໍາສັ່ງ ແຈ້ງອອກມາເປັນທາງການ Lockdown ຫຼວງພະບາງອອກຄຳສັ່ງວ່າດ້ວຍການເພີ້ມທະວີເອົາໃຈໃສ່ປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຫຼວງພະບາງ ຂໍໃຫ້ທຸກຄົນປະຕິບັດຕາມເພື່ອຄວາມປອດໄພຂອງທຸກຄົນ.
ເຈົ້າແຂວງຫຼວງພະບາງອອກຄໍາສັ່ງດັ່ງນີ້:
1. ໃຫ້ນະຄອນຫຼວງພະບາງ, ບັນດາເມືອງ, ພະແນກການ-ອົງການ ບັນດາອົງການຈັດຕັ້ງຂັ້ນບ້ານ ໃນທົ່ວແຂວງ ເອົາໃຈໃສ່ຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ-19 ຢ່າງເຂັ້ມງວດ. ພ້ອມທັງ ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ດ້ວຍຫຼາຍຮູບແບບ ແລະ ວິທີການ ເພື່ອເຮັດໃຫ້ພົນລະເມືອງລາວ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ຢູ່ແຂວງຫຼວງພະບາງ ເຫັນໄດ້ໄພອັນຕະລາຍຂອງພະຍາດ ໂຄວິດ-19 ທີ່ມີການກາຍພັນ ແລະ ມີຄວາມຮຸນແຮງເພີ່ມຂຶ້ນ ພ້ອມທັງຮູ້ຈັກວິທີສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂພະຍາດນີ້ ດ້ວຍຄວາມເປັນເຈົ້າການ, ມີຄວາມຮັບຜິດຊອບສູງ ແລະ ແຈ້ງເບີໂທລະສັບຕິດຕໍ່ (ສາຍດ່ວນ 0710166 ແລະ 030 5475000) ໃນກໍລະນີຕ້ອງການຄວາມຊ່ວຍເຫຼືອ.
2. ເພື່ອຮັກສາໄລຍະຫ່າງທາງສັງຄົມ ໃຫ້ບັນດາເມືອງ-ນະຄອນ, ບັນດາພະແນກການ, ກົມກອງ, ພະນັກງານ-ລັດຖະກອນ, ວິສາຫະກິດຕ່າງໆ ທົ່ວແຂວງຫຼວງພະບາງ ຫຼຸດຈໍານວນ ແລະ ຈັດຕັ້ງຜຽນ ພະນັກງານ-ລັດຖະກອນ, ກຳມະກອນ ຂອງຕົນ ມາປະຈຳການໃນແຕ່ລະວັນ ຕາມຄວາມເໝາະສົມ ເລີ່ມແຕ່ວັນທີ 25/04/2021 ຫາ ວັນທີ 05/05/2021, ຍົກເວັ້ນທະຫານ, ຕຳຫຼວດ, ເຈົ້າໜ້າທີ່ດັບເພີງ, ພະນັກງານຮັບຜິດຊອບລະບົບການບໍລິການໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ການສື່ສານ, ຂົນສົ່ງ, ສາທາລະນະສຸກ, ອາສາສະໝັກ, ຜູ້ທີ່ໄດ້ຮັບມອບໝາຍໃຫ້ປະຈຳການ ແລະ ເຮັດວຽກສະກັດກັ້ນ, ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດ. ສ່ວນຜູ້ທີ່ບໍ່ໄດ້ມາປະຈຳການ ແມ່ນໃຫ້ສືບຕໍ່ເຮັດວຽກຂອງຕົນ ເປັນປົກກະຕິ ຢູ່ເຮືອນ ຫຼື ທີ່ພັກອາໄສ ໂດຍຜ່ານລະບົບສື່ສານອີເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ເຊັ່ນ: ໂທລະສັບ, ອີເມວ ແລະ ລະບົບກອງປະຊຸມທາງໄກ.
3. ຫ້າມຄົນຢູ່ແຂວງຫຼວງພະບາງ ເດີນທາງໄປຕ່າງແຂວງ, ຫ້າມຄົນຕ່າງແຂວງເດີນທາງເຂົ້າມາ ແຂວງຫຼວງພະບາງ (lock down), ຍົກເວັ້ນກໍລະນີຈໍາເປັນ ຜູ້ທີ່ມີພູມລໍາເນົາ, ເຮັດວຽກປະຈຳ ຢູ່ແຂວງຫຼວງພະບາງ, ແຕ່ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ ຫຼື ຄະນະສະເພາະກິດຂັ້ນເມືອງ-ນະຄອນ. ຍົກເວັ້ນລົດຂົນສົ່ງສິນຄ້າທີ່ມີຄວາມຈໍາເປັນໃນການດໍາລົງຊີວິດຂອງປະຊາຊົນ, ນໍ້າມັນເຊື້ອໄຟ, ເຄື່ອງຈັກ, ອຸປະກອນຮັບໃຊ້ໂຄງການລົງທຶນພາຍໃນແຂວງ ແລະ ການສົ່ງອອກສິນຄ້າຜະລິດຕະພັນກະສິກໍາ ແມ່ນສາມາດສົ່ງອອກ ແລະ ນໍາເຂົ້າໄດ້ ແຕ່ຕ້ອງໃຫ້ຜູ້ຂັບລົດຂົນສົ່ງສິນຄ້າ ມີໃບຍັ້ງຢືນການສັກວັກຊິນປ້ອງກັນໂຄວິດ-19 ຄົບຕາມຈໍານວນ ແລະ ພ້ອມທັງປະຕິບັດໃຫ້ຕ້ອງຕາມລະບຽບຂອງການປ້ອງກັນພະຍາດຢ່າງເຂັ້ມງວດ.
ໃຫ້ເຈົ້າໜ້າທີ່ຕຳຫຼວດ ຕັ້ງດ່ານ ເພື່ອກວດກາ ຢ່າງເຂັ້ມງວດ. ສໍາລັບການຂົນສົ່ງໂດຍສານ ແລະ ສິນຄ້າ ທາງບົກ, ທາງນໍ້າ ໃຫ້ປະຕິບັດຕາມຕາມແຈ້ງການຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ສະບັບເລກທີ 242/ຍທຂ, ລົງວັນທີ 23/04/2021 ຢ່າງເຂັ້ມງວດ.
4. ໃຫ້ພະແນກສາທາລະນະສຸກແຂວງ, ຄະນະສະເພາະກິດ ຮີບຮ້ອນລົງກວດກາວິເຄາະຫາເຊື້ອພະຍາດ ໂຄວິດ-19, ຄົ້ນຫາຜູ້ສໍາຜັດໃກ້ຊິດ ເປົ້າໝາຍຜູ້ຕິດເຊື້ອຈາກກຸ່ມຄົນທີ່ເດີນທາງມາແຕ່ນະຄອນຫຼວງວຽງຈັນ ໃນຊ່ວງປີ ໃໝ່ລາວ ຢ່າງທົ່ວເຖິງ. ເພື່ອເກັບຕົວຢ່າງມາກວດເຊື້ອ. ສຳລັບຜູ້ສຳຜັດໃກ້ຊິດນັ້ນ ຕ້ອງແຈ້ງຂໍ້ມູນການພົວພັນ ຕາມຄວາມຈິງໃຫ້ແກ່ເຈົ້າໜ້າທີ່ ເພື່ອແກ້ໄຂບັນຫາໃຫ້ທັນການ, ພ້ອມທັງສືບຕໍ່ຈັດຕັ້ງຂະບວນການສັກວັກຊິນກັນພະຍາດ ໂຄວິດ-19 ໃຫ້ກຸ່ມເປົ້າໝາຍບູລິມະສິດ ໃນທົ່ວແຂວງ ໂດຍປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ.
5. ຫ້າມປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ກຳມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ນັກບວດ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ຢູ່ແຂວງຫຼວງພະບາງ ອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ, ຍົກເວັ້ນກໍລະນີທີ່ຈໍາເປັນ ເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ, ໄປໂຮງໝໍ ແລະ ໄປປະຕິບັດໜ້າທີ່ຕາມການມອບໝາຍ ຂອງການຈັດຕັ້ງ. ສ່ວນຜູ້ທີ່ຈຳເປັນຕ້ອງໄປທຳການຜະລິດກະສິກຳ ເພື່ອເປັນສະບຽງອາຫານ ກໍ່ສາມາດໄປໄດ້ແຕ່ມອບໃຫ້ອົງການປົກຄອງບ້ານ ເປັນຜູ້ກວດກາ ແລະ ຄຸ້ມຄອງໃຫ້ດີ ເພື່ອບໍ່ໃຫ້ມີຄວາມສ່ຽງຕໍ່ການລະບາດຂອງພະຍາດ.
6. ຫ້າມສວຍໂອກາດກັກຕູນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ ເປັນຕົ້ນ ຜ້າປິດປາກ-ດັງ, ນ້ຳຢາລ້າງມືຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນ້ຳດື່ມ ແລະ ອື່ນໆ ທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ.
7. ຫ້າມໂຄສະນາ, ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ໃນຮູບແບບໃດໜຶ່ງ ຜ່ານສື່ຕ່າງໆ ຊຶ່ງເຮັດໃຫ້ມີຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບໃນທາງລົບຕໍ່ສັງຄົມ.
8. ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 20 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ ແລະ ງານລ້ຽງສັງສັນຕ່າງໆ; ກໍລະນີຈຳເປັນຕ້ອງຈັດກິດຈະກຳ ເປັນຕົ້ນຄົບງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດມາດຕະການ ຂອງຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ເຊັ່ນ: ແທກອຸນຫະພູມ, ຮັກສາໄລຍະຫ່າງທາງສັງຄົມ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າປິດປາກ-ດັງ, ລ້າງມືໃສ່ສະບູ ຫຼື ນ້ຳຢາຂ້າເຊື້ອ.
9. ໃຫ້ສືບຕໍ່ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານຂາຍເຫຼົ້າ, ຂາຍເບຍ, ຮ້ານອິນເຕີເນັດຄາເຟ, ຮ້ານເກມ, ຮ້ານນວດ-ສະປາ, ຮ້ານຮົມຢາ, ຮ້ານເສີມສວຍ, ຮ້ານຕັດຜົມ, ຮ້ານສະນຸກເກີ, ສູນອອກກຳລັງກາຍ ແລະ ກິລາໃນຮົ່ມ ທຸກປະເພດ. (ສໍາລັບຮ້ານອາຫານ ແມ່ນອານຸຍາດໃຫ້ຂາຍ, ແຕ່ໃຫ້ຊື້ໄປກິນຢູ່ເຮືອນ, ບໍ່ໃຫ້ກິນຊຸມແຊວຢູ່ຮ້ານດັ່ງກ່າວ).
10. ໃຫ້ໂຮງຮຽນສາມັນສຶກສາ ທົ່ວແຂວງຫຼວງພະບາງ ໂຈະການຮຽນ-ການສອນ ຊົ່ວຄາວ, ນັບແຕ່ວັນທີ 25/04/2021-09/05/2021. ສ່ວນບັນດາໂຮງຮຽນອະຊີວະສຶກສາ, ໂຮງຮຽນສຶກສາສົງ, ວິທະຍາໄລ ທັງພາກລັດ ແລະ ເອກະຊົນ ແມ່ນໃຫ້ປະຕິບັດຕາມແຈ້ງການເພີ່ມເຕີ່ມຂອງກະຊວງສຶກສາທິການ ແລະ ກິລາ ເລກທີ 428/ສສກ, ລົງວັນທີ 23/04/2021. ມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ອອກແຈ້ງການແນະນຳສະເພາະ.
11. ອະນຸຍາດໃຫ້ສືບຕໍ່ດຳເນີນກິດຈະການທີ່ມີຄວາມຈຳເປັນ ເປັນຕົ້ນ: ບັນດາໂຮງງານອຸດສາຫະກຳ,ໂຄງການໃຫຍ່ໆ, ທະນາຄານ, ສະຖາບັນການເງິນ, ໂຮງໝໍ, ຮ້ານຂາຍຢາ, ໜ່ວຍກູ້ໄພ, ກິດຈະການໄປສະນີ, ໂທລະຄົມມະນາຄົມ, ໄຟຟ້າ, ນ້ຳປະປາ, ການບໍລິການເກັບ ແລະ ຖິ້ມຂີ້ເຫຍື້ອ, ຕະຫຼາດ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຄ້າ (ຊຸບເປີມາເກັດ), ປ້ຳນ້ຳມັນ, ຮ້ານອາຫານ ແລະ ຮ້ານກາເຟ. ສຳລັບໂຮງແຮມ, ຣີສອດ ໃຫ້ເປີດສະເພາະການໃຫ້ບໍລິການທີ່ພັກ ແລະ ຮ້ານອາຫານ ແຕ່ຕ້ອງປະຕິບັດ ຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ, ພ້ອມທັງ ໃຫ້ຈັດຕັ້ງການຜັດປ່ຽນກັນມາເຮັດວຽກເພື່ອຫຼຸດຜ່ອນຄວາມແອອັດ.
12. ໃຫ້ບັນດາເມືອງ-ນະຄອນ, ພະແນກການ, ກົມກອງ ຄົ້ນຄວ້າ, ຜັນຂະຫຍາຍ ຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ, ສະບັບເລກທີ 15/ນຍ, ລົງວັນທີ 21/04/2021 ແລະ ຄໍາສັ່ງສະບັບນີ້ ຢ່າງເຂັ້ມງວດ.
– ສໍາລັບງົບປະມານນໍາໃຊ້ເຂົ້າໃນການຕ້ານ, ສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດ ໂຄວິດ-19ມອບໃຫ້ບັນດາເມືອງ-ນະຄອນ ຄົ້ນຄວ້າ ນໍາໃຊ້ງົບປະມານທີ່ຕົນມີ (ເງິນເກີນແຜນ). ພ້ອມກັນນັ້ນ, ກໍ່ໃຫ້ປຸກລະດົມທົ່ວສັງຄົມ ໃຫ້ການຊ່ວຍເຫຼືອໃນດ້ານຕ່າງໆ ທີ່ຈຳເປັນ ເພື່ອຮັບໃຊ້ເຂົ້າໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ກ່ຽວຂ້ອງ.
13. ຄຳສັ່ງສະບັບນີ້ ມີຜົນສັກສິດ ນັບຕັ້ງແຕ່ເວລາ 06:00 ໂມງ ຂອງວັນທີ 25 ເມສາ ຫາ ວັນທີ 05 ພຶດສະພາ 2021. ໃນກໍລະນີ ມີການປ່ຽນແປງ ຈະແຈ້ງໃຫ້ຊາບຕື່ມ ເປັນແຕ່ລະໄລຍະ.

.

.

ຂ່າວກ່ອນໜ້ານີ້
ຫຼວງພະບາງອອກຄໍາສັ່ງເພີ່ມທະວີມາດຕະການປ້ອງກັນ ໂ ຄ ວິ ດ

.

.
