ຂປລ. ທ່ານ ດຣ. ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ 150 ຕຽງ ໄດ້ໃຫ້ສຳພາດກັບນັກຂ່າວສຳນັກຂ່າວສານປະເທດລາວ ໃນວັນທີ 24 ເມສາ 2021 ນີ້ວ່າໂຮງໝໍມິດຕະພາບ 150 ຕຽງ ເປັນໜຶ່ງໃນໂຮງໝໍທີ່ໄດ້ຮັບມອບໝາຍໃຫ້ປິ່ນປົວຄົນເຈັບ: ຕິດເຊື້ອ ໂ ຄ ວິ ດ ເຂົ້າມາປິ່ນປົວ ຕັ້ງແຕ່ເລີ່ມມີການລະບາດ, ແຕ່ໄລຍະທີ່ມີການລະບາດໃນຊຸມຊົນຄັ້ງນີ້ ພວກເຮົາກໍໄດ້ຮັບຄົນເຈັບເຂົ້າມານອນນັບແຕ່ກໍລະນີທີ 59 ເປັນຕົ້ນມາ ແລະ ມີຄົນເຈັບເພີ່ມຂຶ້ນໃນແຕ່ລະມື້, ເຊິ່ງທາງໂຮງໝໍເອງ ກໍໄດ້ມີການກະກຽມທາງດ້ານອາຄານສະຖານທີ່ ໄວ້ຮອງຮັບບັນດາຄົນເຈັບດັ່ງກ່າວ. ຖ້າຫາກວ່າມີຜູ້ຕິດເຊື້ອຫລາຍຂຶ້ນ ພວກເຮົາຍັງຈະຕ້ອງໄດ້ປະສານງານກັບຄະນະສະເພາະກິດ ກໍຄື ຄະນະນຳກະຊວງສາທາລະນະສຸກ ເພື່ອວ່າຈະກະຈາຍຄົນເຈັບ ໄປສູ່ໂຮງໝໍໃໝ່ ຫລື ວ່າໄປສູນຕ່າງໆຕື່ມອີກ ເນື່ອງຈາກວ່າ ໂຮງໝໍມິດຕະພາບ ສາມາດຮັບຄົນເຈັບໄດ້ 90 ຄົນເທົ່ານັ້ນ.

ສຳລັບບຸກຄະລາກອນແພດ ພວກເຮົາໃນປັດຈຸບັນ, ສຳລັບຄົນເຈັບຈຳນວນ 80-90 ຄົນ ເຫັນວ່າບຸກຄະລາກອນພວກເຮົາ ຍັງສາມາດຮັບມືໄດ້ຢູ່ ພວກເຮົາມີພະນັກງານວິຊາສະເພາະໂດຍກົງ ຄື ທ່ານໝໍ ແລະ ພະຍາບານ ທີ່ຮັບຜິດຊອບຄົນເຈັບປະມານເກືອບ 50 ທ່ານ, ແຕ່ຖ້າມັນຫລາຍກວ່ານັ້ນ ມີກໍລະນີເຈັບໜັກ, ກະທັນຫັນຂຶ້ນມາ ແລະ ມີຄົນເຈັບໜັກພວກເຮົາກໍມີຫ້ອງ ICU ທີ່ໄດ້ກະກຽມໄວ້ 14 ຕຽງ. ສຳລັບການຕອບສະໜອງເຄື່ອງປ້ອງກັນຕົນເອງຕ່າງໆນັ້ນ ທາງໂຮງໝໍໄດ້ປະສານງານກັບຄະນະສະເພາະກິດ ແລະ ພວກເຮົາກໍມີສຳຮອງໄວ້ແລ້ວຈຳນວນໜຶ່ງ ແລະ ມັນອາດຈະບໍ່ພຽງພໍ ຖ້າມີກໍລະນີຄົນເຈັບເພີ່ມຂຶ້ນ ແລະ ກໍຍັງໄດ້ຮຽກຮ້ອງມາຍັງກະຊວງ ສາທາລະນະສຸກ ກໍຄື ທາງຄະນະສະເພາະກິດ ເພື່ອຕອບສະໜອງເຄື່ອງອຸປະກອນປ້ອງກັນຕົນເອງ ໃຫ້ແກ່ພວກເຮົາຕື່ມອີກ.

ທ່ານ ດຣ. ສະໜອງ ທອງຊະນະ ຍັງໃຫ້ຮູ້ຕື່ມວ່າ: ສຳລັບຄົນເຈັບທີ່ເຂົ້າມາຮັບການປິ່ນປົວ ປັດຈຸບັນ 100% ແມ່ນມີອາການເບົາບາງ, ບາງຄົນຕິດເຊື້ອບໍ່ເຖິງຂັ້ນຮຸນແຮງ ແລະ ບາງຄົນກໍບໍ່ສະແດງອາການຫຍັງ ເນື່ອງຈາກວ່າມີການສຳພັດກັບກໍລະນີທຳອິດ ທີ່ມີການແຜ່ເຊື້ອໃນຊຸມຊົນນັ້ນ, ເຊິ່ງພວກເຮົາກໍໄດ້ມີການກວດຫາເຊື້ອຄົບແລ້ວ ແລະ ເອົາມາແຍກປ່ຽວ ເພື່ອໃຫ້ຫ່າງໄກຈາກຄອບຄົວ, ຈາກສັງຄົມ, ຈາກການພົວພັນ ໝາຍຄວາມວ່າສະພາບຂອງຄົນເຈັບໃນປັດຈຸບັນບໍ່ມີໃຜໜັກ. ສ່ວນຢາທີ່ເອົາມາປິ່ນປົວ ຜູ້ຕິດ ເຊື້ອໂຄວິດ ແມ່ນຍັງບໍ່ທັນໄດ້ໃຊ້ຢາພິເສດຫຍັງທັງໝົດ ເນື່ອງຈາກເປັນກໍລະນີທີ່ເບົາບາງ ພຽງແຕ່ຖ້າມີອາການເຈັບ, ໄຂ້, ຂາດນ້ຳ ແມ່ນພວກເຮົາກໍໄດ້ໃຊ້ຢາປິ່ນປົວຕາມອາການດັ່ງກ່າວນັ້ນ ແລະ ຂໍຮຽກຮ້ອງເຖິງຜູ້ປ່ວຍໃຫ້ຮັກສາຕົນເອງບໍ່ໃຫ້ຕິດເຊື້ອ, ຮັກສາສຸຂະພາບໃຫ້ແຂງແຮງ, ກິນນ້ຳໃຫ້ພຽງພໍ, ອາລົມໃຫ້ມັນດີ, ບໍ່ໃຫ້ຄຽດຈົນເຄັ່ງຕຶງຫລາຍ.
ແຕ່ເຖິງຢ່າງໃດກໍ່ຕາມ, ປັດຈຸບັນ ໄດ້ເກີດມີການແຜ່ເຊື້ອໃນຊຸມຊົນແລ້ວ ແລະ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊົນບັນດາເຜົ່າທຸກຄົນ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດຕາມຄຳສັງເລກທີ 15/ນຍ ຢ່າງເຂັ້ມງວດ, ວິທີການທີ່ດີທີ່ສຸດແມ່ນການປ້ອງກັນບໍ່ໃຫ້ຕິດເຊື້ອ, ສຳລັບຜູ້ທີ່ມີຄວາມສ່ຽງ ທີ່ໄດ້ສຳຜັດຈາກຊຸມຊົນ ແລະ ຈາກກໍລະນີຜູ້ຕິດເຊື້ອນັ້ນ ດີທີ່ສຸດກໍແມ່ນໃຫ້ປ້ອງກັນຮັກສາຕົນເອງ, ຮັກສາໄລຍະຫ່າງຄົນທີ່ຢູ່ໃນຄອບຄົວ, ຊຸມຊົນ ແລະ ການພົວພັນໃນສັງຄົມຕ່າງໆ ກໍໃຫ້ຈຳກັດ, ຜູ້ທີ່ມີອາການໄຂ້ ທີ່ບໍ່ໄດ້ມາໂຮງໝໍ ກໍຕ້ອງແຍກໂຕເອງສາກ່ອນ ເພື່ອມາກວດເກັບຕົວຢ່າງ ຫລື ມາກວດຫາເຊື້ອໂຄວິດຢູ່ໂຮງໝໍ ທີ່ທາງຂັ້ນເທິງກຳນົດ. ພ້ອມກັນນີ້, ກໍຮູ້ຈັກປ້ອງກັນໂຕເອງ, ຮັກສາໂຕເອງ, ຮັກສາໄລຍະຫ່າງ, ໃສ່ຜູ້ອັດປາດ-ດັງ, ໝັ່ນລ້າງມືດ້ວຍເຈວ ຫລື ສະບູ ອັນນີ້ແມ່ນວິທີ ທີ່ດີທີ່ສຸດສຳລັບການປ້ອງກັນຕົນເອງ ແລະ ທັງຜູ້ອື່ນໆນຳອີກ.
ຂ່າວ-ຮູບ: ມະນີທອນ