ເຈົ້າແຂວງສະຫວັນນະເຂດ ອອກຄຳສັ່ງເພີ່ມເຕິມ ວ່າດວ້ຍການເພີ່ມທະວີການປ້ອງກັນ, ສະກັດກັ້ນ, ຄວບຄຸມແລະກຽມພ້ອມຮອບດ້ານເພື່ອຕ້ານການລະບາດຂອງພະຍາດໂຄວິດ-19 ທີ່ແຂວງສະຫວັນນະເຂດ:

  • 1. ເຫັນດີລອັກດາວ ( lock down )ແຂວງສະຫວັນນະເຂດ ນັບແຕ່ວັນທີ 24 ເມສາ 2021ຫາວັນທີ 9 ພຶດສະພາ 2021.
  • 2. ຫ້າມທຸກຄົນຢູ່ໃນແຂວງສະຫວັນນະເຂດເດີນທາງໄປຕ່າງແຂວງ, ຫ້າມຄົນຕ່າງແຂວງເດີນທາງເຂົ້າແຂວງສະຫວັນນະເຂດ.
  • 3. ໂຈະການບໍລິການຂົນສົ່ງໂດຍສານລະຫວ່າງແຂວງຫາເມືອງ, ລະຫວ່າງເມືອງຫາເມືອງ ແລະ ລະຫວ່າງເມືອງຫາບ້ານ.
  • 4. ໂຈະການຮຽນການສອນຊົ່ວຄາວ ໃນຂອບເຂດທົ່ວແຂວງສະຫວັນນະເຂດ ໄປຮອດວັນທີ 10 ພຶດສະພາ 2021.
  • 5. ປິດກິດຈະການຮ້ານອາຫານ, ຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານບໍລິການນວດ, ຮ້ານສະປາ, ສະຖານທີ່ອອກກຳລັງກາຍ, ຄາສີໂນ, ຣີສອດ, ສວນນ້ຳ, ສະຖານທີ່ທ່ອງທ່ຽວຕ່າງໆ, ຮ້ານເສີມສວຍ, ຮ້ານຕັດຜົມ ແລະ ຮ້ານອື່ນໆທີ່ມີຄວາມສ່ຽງ.
  • ລະອຽດຕາມເອກະສານ👇

.

Leave a Reply

Your email address will not be published. Required fields are marked *