ອຸບັດຕິເຫດລົດບັນທຸກ 12 ລໍ້ປີ້ນ (ເຂດພູ9ຫລັກ) ເສຍຊີວິດຄາທີ່ 1 ຄົນ.

.

.

.

.

.

.

.

.

ໃນວັນທີ 24 ເມສາ 2021 ເວລາ 05:50ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີອຸບັດຕິເຫດຂັບຂີ່ລົດບັນທຸກ12ລໍ້ ເສຍຫລັກປີ້ນຢູ່ເສັ້ນທາງບ້ານ ນາເມືອງ ເມືອງນານ ແຂວງຫລວງພະບາງ.

ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດຄາທີ່ ເພດຊາຍ01ຄົນ ຊື່:ທ້າວ ວັນຜາລີ ຈັນແພງສີ ອາຍຸ 44ປີ ບ້ານຢູ່ປັດຈຸບັນບ້ານ ມະນີລາດ ເມືອງໄຊບູລີ ແຂວງສະຫວັນນະເຂດ.

ທາງຫນ່ວຍກູ້ຊີບອົງການກາແດງລາວແຂວງຫລວງພະບາງໄດ້ທຳການຫໍ່ສົບແລ້ວມອບໃຫ້ລົດກູ້ໄພແຂວວຽງຈັນນຳສົ່ງ ບ້ານຂອງຜູ້ເສຍຊີວິດ.

ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ.

ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625 ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.🚑

ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດສາມາດບໍລິຈາກຜ່ານບັນຊີຂອງຫນ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ 🚑050110001513810001🚑 ຊື່ບັນຊີ LAO RED CROSS LUANGPHABANG – PROVINCE RESCUE🚑🚑🚑ຕິດຕໍ່ເຂົ້າເບີ 0309211625