ໄທ ຢືນຢັນວ່າພົບຜູ້ຊາຍໄທຍ 2 ຄົນ ແລະ ແມ່ຍິງລາວ 1 ຄົນ ລັກຂ້າມມາລາວຜ່ານຊ່ອງທາງທັມມະຊາດຕາມຊາຍແດນລາວ-ໄທຍ ແລະ ແຜ່ເຊື້ອໂຄວິດ19 ຢູ່ລາວຫລັງຈາກທັງ 3 ຄົນ ມີອາການໄຂ້ແລ້ວມາປິ່ນປົວຢູ່ໂຮງໝໍແຂວງໜອງຄາຍ ໃນວັນທີ 16 ເມສາ ແລະ ຖືກກວດພົບວ່າ ຕິດ ໂ ຄ ວິ ດ. ເຈົ້າໜ້າທີ່ຕຳລວດໄທ ຜູ້ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວວ່າ ໃນວັນທີ 22 ເມສາ ວ່າ:“ກັບມາກໍ່ຄືຄົນທຳອິດຫັ້ນຕິດເຊື້ອ ໂ ຄ ວິ ດ ກ່ອນ ຄົນທີສອງທີ່ໄປນຳກັນກໍຕິດ.

ເຊື້ອນຳ ແລະ ແມ່ຍິງລາວທີ່ມານຳກັນກໍຕິດເຊື້ອ ຕື່ມອີກລວມຕິດ 3 ຄົນ ແຕ່ພວກເຂົາເຈົ້າບໍ່ແຈ້ງລົງລາຍລະອຽດ ແລະ ເວລາທີ່ເດີນທາງວ່າເປັນຜູ້ລັກລອບເຂົ້າມາແບບຜິດກົດ ໝາຍ ລາຍລະອຽດ ແລະ ເວລາທີ່ເດີນທາງກໍຄືມາພົບຢູ່ແຄມທາງແບບຂໍ້ມູນຍັງສັບສົນຢູ່ຈົນມື້ກ່ອນຜູ້ທີ່ຕິດເຊື້ອໂຄວິດ-19 ຢູ່ລາວ ທາງພວກເຮົາກໍເລີຍຮູ້.”ທ່ານກ່າວຕື່ມວ່າ ຖ້າວ່າຜູ້ຕິດເຊື້ອໄດ້ຮັບການປິ່ນປົວຈົນເຊົາດີແລ້ວເຈົ້າໜ້າທີ່ຕຳລວດ ກໍຈະມີການສອບສວນເພີ່ມກ່ຽວກັບລາຍລະອຽດການເດີນທາງຂອງທັງ 3 ຄົນ ແລະ ກໍຈະມີການ.

ດຳເນີນຄະດີພວກເຂົາຕາມກົດໝາຍຕໍ່ໄປ ຈົນມາເຖິງວັນທີ 22 ເມສາ ເຈົ້າໜ້າທີ່ໄທຍຍັງບໍ່ໄດ້ສົ່ງຂໍ້ມູນກ່ຽວກັບລາຍລະອຽດວັນ ແລະ ເວລາຂອງການເດີນທາງຂອງທັງ 3 ຄົນ ໃຫ້ແກ່ເຈົ້າໜ້າທີ່ລາວ.ເຊິ່ງໄດ້ຕິດຕໍ່ຫາເຈົ້າໜ້າທີ່ສຳນັກງານສາທາຣະນະສຸຂແຂວງໜອງຄາຍເພື່ອຖາມຂໍ້ມູນເພີ່ມເຕີມກ່ຽວກັບຜູ້ຕິດເຊື້ອທັງ 3 ຄົນ ແລະ ເຈົ້າໜ້າທີ ໃຫ້ຂໍ້ມູນໃນເບື້ອງຕົ້ນວ່າຜູ້ຊາຍໄທຍຄົນທີ 1 ອາຍຸ 24 ປີ ອາຊີບພະນັກງານບໍຣິສັດໃນກຸງເທບ ຜູ້ຊາຍໄທຍຄົນທີ 2 ອາຍຸ 30 ປີ ອາຊີບພະນັກງານທຸຣະກິດອອນລາຍ ແລະ ຄົນທີ 3 ເປັນແມ່ຍິງລາວ ອາຍຸ 26 ປີ ເປັນຊາວເມືອງ ໄຊເສດຖາ ນະຄອນຫລວງວຽງຈັນແຕ່ເຈົ້າໜ້າທີ່ປະຕິເສດທີ່ໃຫ້ລາຍລະອຽດ ເພີ່ມເຕີມ.ເຈົ້າໜ້າທີ່ຄະນະສະເພາະກິດ

ຄວບຄຸມ ໂຄວິດ-19 ກ່າວວ່າມາຮອດປັດຈຸບັນຍັງບໍ່ໄດ້ຮັບຂໍ້ມູນກ່ຽວກັບວັນ ແລະ ເວລາຂອງການ ເດີນທາງຂອງຜູ້ຊາຍໄທຍທັງສອງຄົນ ແລະ ແມ່ຍິງລາວ 1 ຄົນ ຈາກເຈົ້າໜ້າທີ່ໄທຍ ແລະ ທາງການລາວກໍຕ້ອງການຂໍ້ມູນດັ່ງກ່າວກ່ຽວກັບເລື່ອງນີ້ ຊາວລາວທ່ານນຶ່ງກ່າວວ່າ ຫລັງຈາກຮູ້ຂ່າວຜູ້ຊາຍໄທຍ 2 ຄົນ ແລະແມ່ຍິງລາວ 1 ຄົນ ລັກຂ້າມ ມາລາວແລ້ວແຜ່ເຊື້ອໂຄວິດ-19 ກໍຢາກໃຫ້ພາກສ່ວນກ່ຽວຂ້ອງດຳເນີນການຕາມກົດໝາຍພ້ອມທັງເພີ່ມມາຕການປ້ອງກັນຕາມຊາຍແດນ.ໃນຂນະດຽວກັນ ຊາວລາວອີກທ່ານ.

ตม. แจ้งความเอาผิด 2 หนุ่มไทย 1 สาวลาว ลอบเข้าเมือง แถมติดโควิด

ນຶ່ງ ກ່າວວ່າ: ພາກສ່ວນກ່ຽວຂ້ອງຄວນດຳເນີນຄະດີ ກັບທັງ 3 ຄົນທີ່ຂ້າມມາເຮັດໃຫ້ເກີດການແຜ່ເຊື້ອທີ່ເຮັດໃຫ້ເກີດຜົນກະທົບຕາມມາ.ຫລ້າສຸດ ໃນວັນທີ 22 ເມສາ ກະຊວງປ້ອງກັນປະເທດໄດ້ອອກແຈ້ງການເພີ່ມທະວີມາຕການສະກັດກັ້ນ ແລະ ກຽມຄວາມພ້ອມ ຮອບດ້ານ ເພື່ອຕ້ານໂຄວິດ-19.ກະຊວງປ້ອງກັນປະເທດມີການວາງກຳລັງເຈົ້າໜ້າທີ່ຢ່າງເຂັ້ມງວດ ແລະ ລາດຕະເວນ ຕາມຊາຍແດນເພື່ອປ້ອງກັນການລັກລອບ ເຂົ້າເມືອງ ຊຶ່ງຖ້າຜູ້ໃດລັກລອບເຂົ້າມາແບບຜິດກົດໝາຍຈະຖືກເຈົ້າໜ້າທີ່ດຳເນີນຄະດີ.

ທີ່ມາ https://www.khaosod.co.th/covid-19/news_6359397

Leave a Reply

Your email address will not be published. Required fields are marked *