ອັດຕະປື: ເກີດເຫດສະຫຼົດໃຈ ອຸບັດຕິເຫດຮຸນແຮງ ທີ່ ອັດຕະປື. ມີຜູ່ເສຍຊີວິດແລະບາດເຈັບໜັກ.

ຕາມການລາຍງານຂອງປະຊາຊົນໃຫ້ຮູ້ວ່າ ເວລາ 17:30 ທີ 23/4/2021 ເກີດອຸບັດຕິເຫດ ຮຸນແຮງ ລົດກະບະ ປະທະລົດຈັກສອງຄັນ ບາດເຈັບ 3 ຄົນ ເສຍຊິວິດ ຄາທີ່ 1 ຄົນ ເປັນເພດຊາຍ ທັງໝົດ.

ຈຸດເກີດເຫດ ບ້ານ ຄັນມະກ່ອງ ເມືອງ ໄຊເສດຖາ ແຂວງ ອັດຕະປື.

ສາເຫດຂອງອຸບັດຕິເຫດ ທາງເຈົ້າໜ້າທີ່ກ່ຽວຂ້ອງຈະດໍາເນີນ ການກວດສອບໄປຕາມຂັ້ນຕອນຂອງກົດໝາຍ.

ສະແດງຄວາມເສຍໃຈກຫບເຫດການຄັ້ງນີ້.

ລາຍງານໂດຍ: Khamxai Saiyalad

.
