ໃນວັນທີ 23 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,292 ຄົນ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 65 ຄົນ, ໃນນັ້ນ ຈາກນະຄອນຫຼວງວຽງຈັນ 60 ຄົນ, ແຂວງບໍ່ແກ້ວ 2 ຄົນ, ແຂວງຈຳປາສັກ 2 ຄົນ ແລະ ແຂວງວຽງຈັນ 1 ຄົນ. ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອ 65 ຄົນ ແມ່ນມີດັ່ງຕໍ່ໄປນີ້:

ກໍລະນີຢັ້ງຢືນທີ 95: ເພດ: ຊາຍ ອາຍຸ 29 ປີ

  • ວັນທີ 15 ເມສາ 2021 : ໄດ້ໄປງານລ້ຽງຢູ່ໂພນທັນກັບໝູ່ສະໜິດ ທີ່ມີ ກໍລະນີທີ 61 ແລະ 59 ຮ່ວມນຳ
  • ວັນທີ 16 ເມສາ 2021: ໄດ້ໄປຫຼິ້ນປີໃໝ່ຢູ່ສະພານທອງກັບໝູ່ສະໜິດ (ກໍລະນີ 95), ແລະ ກໍລະນີທີ 91.
  • ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍ ນະຄອນຫຼວງວຽງຈັນ

ກໍລະນີຢັ້ງຢືນທີ 96 : ເພດຍິງ, ອາຍຸ 23 ປີ, ສັນຊາດລາວ, ອາຊີບ: ຂາຍເຄື່ອງຢູ່ຕະຫຼາດອົດຊີ ບ້ານຢູ່ປະຈຸບັນ: ບ້ານ ໜອງແຕ່ງ, ມ. ສີໂຄດ, ນະຄອນຫລວງວຽງຈັນ, ຜູ້ກ່ຽວບໍ່ມີພະຍາດປະຈໍາຕົວ ແລະ ເປັນຄົນມີສຸຂະພາບແຂງແຮງ, ສໍາຜັດກັບກໍລະນີທີ 59 ແລະ 61 ວັນທີ 15 ເມສາ 2021, ປັດຈຸບັນມີອາການເຈັບຄໍ, ໄອແຫ້ງ, ເມື່ອຍ, ບໍ່ຢາກອາຫານ

  • ວັນທີ 15 ເມສາ 2021 : ໄດ້ໄປງານລ້ຽງຢູ່ໂພນທັນກັບໝູ່ສະໜິດ ທີ່ມີກໍລະນີທີ 61 ແລະ 59 ຮ່ວມນຳ
  • ວັນທີ 16 ເມສາ 2021 : ໄດ້ໄປຫຼິ້ນປີໃໝ່ຢູ່ສະພານທອງກັບໝູ່ສະໜິດ (ກໍລະນີ 95), ແລະ ກໍລະນີທີ 91
  • ວັນທີ 17-19 ເມສາ 2021: ໄປຂາຍເຄື່ອງຢູ່ຕະຫຼາດອົດຊີ ແຕ່ 4-9 ໂມງເຊົ້າ ແລ້ວກັບມາຢູ່ຫ້ອງ
  • ວັນທີ 20 ເມສາ 2021: ເລີ່ມມີອາການເຈັບຄໍ, ເມື່ອຍ ແລະ ມາກວດ

ກໍລະນີຢັ້ງຢືນທີ 98 : ເພດຍິງ ອາຍຸ 24 ປີ, ບ້ານໂພນສະຫວາດ, ເມືອງສີໂຄດຕະບອງ, ສັນຊາດ: ລາວ, ອາຊີບ: ຄ້າຂາຍຂາຍເຄື່ອງຢູ່ໜ້າໂຮງຮຽນສີຖານ ແຕ່ລາວໄດ້ປິດຮ້ານແຕ່ຕົ້ນເດືອນ 4 ແລ້ວຈົນຮອດປະຈຸບັນ.

  • ວັນທີ 8-11 ເມສາ 2021 : ໄປກີນເຂົ້າຢູ່ບ້ານພີ່ນ້ອງ ບ້ານໂນນແກ້ວ, ເມືອງສິໂຄດຕະບອງ, ໄດ້ກີນນຳກັນທັງໝົດປະມານ 10 ຄົນ
  • ວັນທີ 14 ເມສາ 2021: ໄດ້ອອກໄປກີນຊຸມກັບໝູ່ຢູ່ ບ້ານທາດຫຼວງ, ໄດ້ກີນນຳທັງໝົດປະມານ 30 ຄົນ
  • ວັນທີ 16 ເມສາ 2021: ຜູ້ກ່ງວໄດ້ໄປສັງສັນຢູ່ເຮືອນໝູ່ ບ້ານສະພານທອງ ເຊີ່ງເປັນເຮືອນຂອງກໍລະນີຢັ້ງຢືນ 91, ເມືອງສີສັດຕະນາກ ແລະ ໃນນັ້ນກໍລະນີຢັ້ງຢືນ 61 ມາຮວ່ມນໍາ ແລະ ຈຳນວນທີຮວ່ມສັງສັນປະມານ 30 ຄົນ
  • ວັນທີ 18 ເມສາ 2021: ຜູ້ກ່ງວໄດ້ໄປສັງສັນຢູ່ເຮືອນໝູ່ ບ້ານສະພານທອງ ເຊີ່ງເປັນເຮືອນຂອງກໍລະນີຢັ້ງຢືນ 91, ເມືອງສີສັດຕະນາກ ແລະ ກີນນຳກັນປະມານ 10 ຄົນ
  • ວັນທີ 19 ເມສາ 2021: ໄດ້ນອນພັກຜ່ອນຢູ່ບ້ານ ຈົນຮອດເວລາ 20:00 ໄດ້ໄປກີນຊີ້ນດາດກັບແຟນນຳກັນ 02 ຄົນຢູ່ຮ້ານກະແລ 2 ໂພນພະເນົາ
  • ວັນທີ 20 ເມສາ 2021: ໄດ້ມີອາການໃນຕອນເຊົ້າເວລາ 8:00 ມີອາການເຈັບຄໍ, ເມື່ອຍ ແລະ ຖອກທ້ອງ ແລະ ໄດ້ໄປກວດໃນວັນທີ່ 21 ເມສາ 2021

ກໍລະນີຢັ້ງຍືນທີ 102: ເພດຍິງ, ອາຍຸ 24 ປີ, ສັນຊາດ: ລາວ, ອາຊິບ: ຄ້າຂາຍ, ບ້ານໜອງດ້ວງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ສໍາຜັດ ກັບກໍລະນີທີ 061 ທີ່ຖືກຢັ້ງຢືນ ໃນວັນທີ 20/04/2021.

  • ວັນທີ 11 ເມສາ 2021 :ເວລາ 24:00 ໂມງເຊົ້າ: ຜູ້ກ່ຽວ ໄດ້ໄປທ່ຽວຮ້ານ Bar and Karaoke 8118 ແລະ ເວລາ 1:45 ໂມງເຊົ້າ ຂອງວັນທີ 12 ເມສາ 2021 ມາຕໍ່ຢູ່ What Club ແລະ ເວລາ 2:00 ໂມງເຊົ້າ ມາຕໍ່ຢູ່ Victor ໃກ້ກັບ Diamond Karaoke ແລ້ວກັບບ້ານ
  • ວັນທີ 12-14 ເມສາ 2021 : ເວລາ 18:00 ໂມງ: ຜູ້ກ່ຽວ ໄປບ້ານໜາກນາວ ຊື່ງເປັນເຮືອນຂອງສາມີ
  • ວັນທີ 15 ເມສາ 2021: ຜູ້ກ່ຽວ ໄດ້ໄປບ້ານຫົວຂົວ, ເມືອງນາຊາຍທອງ ເພື່ອສົມມາ ແມ່ຕູ້ ມີຄົນມາຮ່ວມງານ ປະມານ 20 ຄົນ ແລະ ກັບບ້ານ
  • ວັນທີ 17 ເມສາ 2021: ຜູ້ກ່ຽວຢູ່ບ້ານ ບໍ່ໄດ້ໄປໃສ ແລະ ເວລາ 20:00-24:00 ໂມງ ໄດ້ໄປ ຮ້ານ Bar and Karaoke 8118
  • ວັນທີ 19 ເມສາ 2021: ຜູ້ກ່ຽວ ໄດ້ໄປກິນກັບໝູ່ແຖວຮ້ານ ບໍ່ຈື່ ແລະ ຜູ້ກ່ຽວ ຈະໃຫ້ຂໍ້ມູນນໍາຫຼັງ
  • ວັນທີ 21 ເມສາ 2021: ເວລາ 13:30-14:00 ໂມງ: ຜູ້ກ່ຽວ ໄດ້ໄປສວນອາຫານມານາແມະ ຕັ້ງຢູ່ບ້ານດອນຕີ້ວ, ເມືອງໄຊທານີ ແລະ ຫຼັງຈາກນັ້ນ ກໍ່ກັບບ້ານ, ເວລາ 23:00 ໂມງ: ມາຊື້ໝູປີ້ງ ຢູ່ແຖວຕະຫລາດເຊົ້າ
  • ວັນທີ 22 ເມສາ 2021: ເວລາ 20:00 ໂມງ: ອອກບ້ານເພື່ອພາລູກໄປຫາທ່ານໝໍ LNC ແລະ ເວລາ 20:30 ໂມງ ຮອດເຮືອນທ່ານໝໍ ຢຸູ່ບ້ານສີໄຄ, ເມືອງສີໂຄດຕະບອງ ແລະ ແວ່ຢູ່ນໍ້າຂີງ ຢູ່ M-point ສາຂາບ້ານໜອງດ້ວງ ເພາະວ່າລູກຜູ້ກ່ຽວມີອາການໄຂ້ ແລະ ຄໍແດງ. ຜູ້ກ່ຽວ ໄດ້ມາເກັບຕົວຢ່າງ ຢູ່ຈຸກບໍລິການເຈົ້າອະນຸວົງ, ເມືອງສີໂດຕະບອງ

ກໍລະນີຢັ້ງຍືນທີ 103: ເພດຊາຍ, ອາຍຸ 33 ປີ, ສັນຊາດ: ລາວ, ບ້ານດົງນາໂຊກໃຕ້, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ, ສໍາຜັດ ກັບກໍລະນີທີ 072 ທີ່ຖືກຢັ້ງຢືນ ໃນວັນທີ 20/04/2021.

  • ວັນທີ 12 ເມສາ 2021: ເວລາ 16:00-21:00 ໂມງ: ຜູ້ກ່ຽວ ໄດ້ໄປງານປີໃໝ່ລາວ ຢູ່ບ້ານດ່ານຊ້າງ, ເມືອງໄຊາທນີ ແລະ ມີຜູ້ກ່ຽວງານທັງໜົດ 10 ຄົນ
  • ວັນທີ 13 ເມສາ 2021: ເວລາ 17:00-21:00 ໂມງ: ຜູ້ກ່ຽວ ໄດ້ໄປງານປີໃໝ່ລາວ ຢູ່ບ້ານດ່ານຊ້າງ, ເມືອງໄຊາທນີ ແລະ ມີຜູ້ກ່ຽວງານທັງໝົດ 10 ຄົນ
  • ວັນທີ 14 ເມສາ 2021: ເວລາ 17:00-24:00 ໂມງ: ຜູ້ກ່ຽວ ໄດ້ໄປງານປີໃໝ່ລາວ ຢູ່ບ້ານດອນໜູນ, ເມືອງໄຊາທນີ
  • ວັນທີ 16 ເມສາ 2021: ເວລາ 12:00 ໂມງ: ຜູ້ກ່ຽວ ໄດ້ໄປສະໜາມຍິງປືນ ແລະ ຫຼັງຈາກນັ້ນ ກໍ່ກັບບ້ານ
  • ວັນທີ 17 ເມສາ 2021: ເວລາ 16:00-19:00 ໂມງ: ຜູ້ກ່ຽວ ໄດ້ໄປງານປີໃໝ່ລາວ ຢູ່ບ້ານດ່ານຊ້າງ, ເມືອງໄຊທານີ
  • ວັນທີ 21 ເມສາ 2021 : ຜູ້ກ່ຽວຢູ່ບ້ານ ບໍ່ໄດ້ໄປໃສ ແລະ ເກັບຕົວຢ່າງຈຸດບໍລິການ

ກໍລະນີຢັ້ງຍືນທີ 104 ແລະ 105: ກໍລະນີ 104 (ເພດຊາຍ, ອາຍຸ 19 ປີ, ສັນຊາດ: ລາວ, ອາຊີບ: ຂາຍເຄື່ອງອນລາຍ, ບ້ານຫາກກຽງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ)

ກໍລະນີ 105 (ເພດຊາຍ, ອາຍຸ 33 ປີ, ສັນຊາດ: ລາວ, ອາຊີບ: ຂາຍເຄື່ອງອອນລາຍ, ບ້ານຫາດກ້ຽງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ), ສໍາຜັດ ກັບກໍລະນີທີ 092 ທີ່ຖືກຢັ້ງຢືນ ໃນວັນທີ 20/04/2021 ທີ່ໄດ້ສໍາຜັດກັບກໍລະນີທີ່ 061, ມີອາການໄຂ້, ປວດຕາມຕົນ

  • ວັນທີ 12 ເມສາ 2021: ຜູ້ກ່ຽວທັງສອງ ໄດ້ເດີນທາງ ໄປກິນເຂົ້າຢູ່ບ້ານດອນໜູນ, ເມືອງໄຊທານີ
  • ວັນທີ 16 ເມສາ 2021: ເວລາ 15:30-18:00 ໂມງ: ຜູ້ກ່ຽວທັງສອງທັງສອງໄດ້ເດີນທາງໄປສະລອຍນໍ້າ ງານລ້ຽງປີໃໝ່ ປະມານ 07 ຄົນ ລວມທັງສອງຄົນ ຢູ່ບ້ານ
  • ໜອງໄຮ: ເມືອງຫາດຊາດຟອງ, ຫຼັງຈາກນັ້ນຝົນຕົກ ກໍ່ເດີນທາງກັບບ້ານ
  • ວັນທີ 18 ເມສາ 2021 : ຜູ້ກ່ຽວທັງສອງ ແມ່ນມີອາການໄຂ້, ປວດຕາມຕົນໂຕ ແລະ ມີແຕ່ຢາກນອນ ມີແຕ່ໄປຊື້ຢາມາກິນເອງ ແລະ ຜູ້ຂາຍກໍ່ໃສ່ຜ້າອັດປາກ ແລະ ດັງ
  • ວັນທີ 21 ເມສາ 2021 : ທັງສອງມາເກັບຕົວຢ່າງກວດ

ກໍລະນີຢັ້ງຍືນທີ 108: ພົວພັນກັບກໍລະນີທີ 61, ອາຊີບ: ຄ້າຂາຍ

  • ວັນທີ 13/4/2021: ໄປຫຼີ້ນມາລິນ້າ
  • ວັນທີ 14/4/2021: ໄປບ້ານໝູ່ຢູ່ທາດຫຼວງເພື່ອກິນລ້ຽງປີໃໝ່
  • ວັນທີ 15/4/2021: ໄປສົງພະຢູ່ວັດ ແລະ ໄປຫຼີ້ນວັງວຽງ ພັກຢູ່ໂຮງແຮມແກນວິວ
  • ວັນທີ 16/4/2021: ໄປຫຼວງພະບາງນໍາໝູ່ 2 ຄົນ ຂີ່ລົດສວ່ນຕົວໄປ, ໄປພັກຢູ່ບ້ານພັກແຕ່ບໍ່ຈື່ທີ່ຢູ່, ໄປຫຼີ້ນຢູ່ຊອຍພະລາດຊະວັງ ແລະ ໄປກິນອາຫານຢູ່ຕາມຮ້ານແຄມທາງ
  • ວັນທີ 17/4/2021: ຂີ່ລົດສ່ວນຕົວກັບບ້ານເກີນ
  • ວັນທີ 18-19/4/2021: ຢູ່ເຮືອນບໍ່ໄດ້ໄປໃສ, ຢູ່ເຮືອນນໍາກັນທັງໝົດມີ 4 ຄົນ
  • ວັນທີ 20/4/2021: ໄປກວດຢູ່ບຶງຂະຫຍອງ

ກໍລະນີຢັ້ງຍືນທີ 109: ພົວພັນກັບກໍລະນີທີ 59, ອາຊີບ: ນັກຮຽນ

  • ວັນທີ 17 ເມສາ 2021: ມີອາການ: ເຈັບຄໍ, ເຈັບເບົ້າຕາ, ແໜ້ນໜ້າເອິກ
  • ວັນທີ 15 ເມສາ 2021: ກໍລະນີທີ 59 ເປັນໝູ່ຂອງອ້າຍມາກິນເຂົ້າຢູ່ເຮືອນ
  • ວັນທີ 16 ເມສາ 2021: ໄປບ້ານອ້າຍຮັກ ກໍລະນີ 91
  • ວັນທີ 21 ເມສາ 2021: ໄປກວດວິເຄາະຢູ່ເດ່ີ່ນກິລາໃນຮົ່ມຢູ່ບຶງຂະຫຍອງ

ກໍລະນີຢັ້ງຢືນທີ 110: ອາຊີບ: ພະນັກງານສ້ອມແປງລົດ ຢູ່ອູ່ສ້ອມແປງສະພານທອງ, ພົວພັນກໍລະນີທີ 59

  • ວັນທີ 13 ເມສາ 2021 ພົວພັນກັບກໍລະນີທີ 59 ໄປຮ້ານມາລິນ້າຄລັບນຳກັນ 7ຄົນ
  • ວັນທີ 14-15 ເມສາ 2021 ກັບບ້ານຢູ່ປາກງື່ມ ຢູ່ເຮືອນກັບນ້ອງສາວ
  • ວັນທີ 17 ເມສາ 2021 ຂື້ນມາວຽງ ມາເຮັດວຽກຢູ່ອູ່ສ້ອມແປງລົດ
  • ວັນທີ 20 ເມສາ 2021 ໄປກວດວິເຄາະຢູ່ເດີ່ນກິລາໃນຮົ່ມຢູ່ບຶງຂະຫຍອງ

ກໍລະນີຢັ້ງຢືນທີ 125: ອາຊີບ: ຄ້າຂາຍ

  • ວັນທີ 19 ເມສາ 2021: ກິນເບຍນຳນ້ອງຮັກ, ນ້ອງຮັກໄປຮ້ານ WhatClub ແລະ ອ້າຍຮັກໄປກວດຕິດເຊື້ອໂຄວິດ
  • ວັນທີ 21 ເມສາ 2021: ໄຂ້, ປວດຕົນໂຕ

ກໍລະນີຢັ້ງຢືນທີ 126: ທີ່ຢູ່: ບ້ານສີສະຫວາດ, ເມືອງຈັນທະບູລີ

ກໍລະນີຢັ້ງຢືນທີ 131: ທີ່ຢູ່: ບ້ານໂພນຕ້ອງ, ເມືອງຈັນທະບູລີ

ກໍລະນີຢັ້ງຢືນທີ 132: ທີ່ຢູ່: ບ້ານສີສະຫວາດ, ເມືອງຈັນທະບູລີ, ອາຊີບ: ພະນັກງານ,​ໄອແຫ້ງໄດ້ 3 ມື້

  • ວັນທີ 15 ເມສາ 2021: ກິນເຂົ້າປຸ້ນຢູ່ເຮືອນໝູ່
  • ວັນທີ 17 ເມສາ 2021: , ເດີນທາງໄປແຂວງວຽງຈັນ ໄປຫານ້ອງສາວ ດ້ວຍລົດສ່ວນຕົວ (ທັງໝົດ 5 ຄົນ ແລະ ລູກຮັກອີກຜູ້ໜຶ່ງ)
  • ວັນທີ 19 ເມສາ 2021: ເຂົ້າຫ້ອງການມັດແຂນ 30 ຄົນ
  • ວັນທີ 21 ເມສາ 2021: ໄປທະນາຄານການຄ້າຕຶກສາຂາແຄມຂອງ ແລະ ໄປໂຮງຮຽນມາລາສິນກັບລູກສາວ

ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 151,451 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 159 ຄົນ.

ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ:• ປະຈຸບັນ, ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 110 ຄົນ (ໃໝ່ 65), ໃນນັ້ນ:

  • ຢູ່ນະຄອນຫຼວງວຽງຈັນ 95 ຄົນ (ໃໝ່ 60)
  • ແຂວງຈຳປາສັກ 5 ຄົນ (ໃໝ່ 2)
  • ແຂວງບໍ່ແກ້ວ 3 ຄົນ (ໃໝ່ 2)
  • ແຂວງສະຫວັນນະເຂດ 3 ຄົນ
  • ແຂວງວຽງຈັນ 1 (ໃໝ່ 1)
  • ແຂວງສາລະວັນ 1 ຄົນ
  • ແຂວງຄຳມ່ວນ 1 ຄົນ
  • ແຂວງບໍລິຄຳໄຊ 1 ຄົນ
  • ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.

ຂໍ້ແນະນຳ

  • ປະຈຸບັນ ສະພາບການລະບາດພາຍໃນປະເທດຂອງ ສປປ ລາວເຮົາ ສືບຕໍ່ມີການລາຍງານຜູ້ຕິດເຊື້ອໃໝ່ເພິ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງມີຜູ້ຕິດເຊື້ອສະສົມສູງກວ່າຮ້ອຍກວ່າຄົນ;
  • ບາງປະເທດໃນອາຊີຂອງພວກເຮົາ ກຳລັງພະເຊີນໜ້າກັບການຂາດແຄນເຄື່ອງອົກຊີເຈນ, ຈຳນວນຕຽງກໍ່ບໍ່ພຽງພໍ, ຈຳນວນຄົນເສຍຊີວິດກໍ່ເພິ່ມຂຶ້ນເລື້ອຍໆ ຍ້ອນບໍ່ໄດ້ຮັບການປິ່ນປົວຢ່າງທັນການ ຫຼື ບໍ່ໄດ້ຮັບການປິ່ນປົວເລີຍ;
  • ຕໍ່ກັບສະພາບການດັ່ງກ່າວ ໃນໂລກ ແລະ ປະເທດອ້ອມຂ້າງ, ພວກເຮົາທຸກຄົນ ຕ້ອງຍົກສູງສະຕິຄວາມຮັບຜິດຊອບ ຈົ່ງພ້ອມໃຈກັນປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ແລະ ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຮັດເປັນປະຈຳ ໃຫ້ກາຍເປັນຄວາມຊິນເຄີຍ ເພື່ອປ້ອງກັນຕົວທ່ານເອງ, ຄົນອ້ອມຂ້າງ ແລະ ສັງຄົມລາວ ໃຫ້ປອດໄພຈາກພະຍາດໂຄວິດ-19;
  • ບົດຮຽນການຕິດເຊື້ອທີ່ຜ່ານມາ ສະແດງໃຫ້ເຮົາເຫັນວ່າ ການລັກລອບເຂົ້າເມືອງ ທີ່ບໍ່ຖືກຕາມລະບຽບຫຼັກການ ສົ່ງຜົນກະທົບຢ່າງກວ້າງຂວາງ ໃນການດຳລົງຊີວິດປະຈຳວັນຂອງປະຊາຊົນ ແລະ ວົງຈອນເສດຖະກິດ-ສັງຄົມ;
  • ສະນັ້ນ, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່, ຈົ່ງຮີບຮ້ອນ ນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ;
  • ສຳລັບຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້, ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ.
  • ຜ່ານໄປນັ້ນ ແມ່ນການລາຍງານສະພາບພະຍາດ ໂຄວີດ-19 ແລະ ການເຝົ້າລະວັງພະຍາດດັ່ງກ່າວ ໃນ ສປປ ລາວ

Leave a Reply

Your email address will not be published. Required fields are marked *