ຫ້ອງການກະຊວງ, ກະຊວງສາທາລະນະສຸກ ໄດ້ອອກແຈ້ງການເຖິງທ່ານ ຜູ້ອຳນວຍການ ໂຮງໝໍ ເຊດຖາທິຣາດ, ໂຮງໝໍ ມະໂຫສົດ, ໂຮງໝໍ ມິດຕະພາບ, ໂຮງໝໍ ເດັກ, ໂຮງໝໍ ແມ່ ແລະ ເດັກເກີດໃໝ່, ສູນຮັກສາສຸຂະພາບ ແມ່ ແລະ ເດັກ ສະບັບເລກທີ 144/ຫກ, ລົງວັນທີ 22 ເມສາ 2021 ກ່ຽວກັບຈັດຕັ້ງເຄື່ອນທີ່ການສັກຢາວັກແຊງ ປ້ອງກັນພະຍາດໂຄວິດ-19. ໂດຍອີງຕາມຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 (COVID-19) ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2001; ອີງຕາມ ທິດຊີ້ນຳຂອງທ່ານລັດຖະມົນ ກະຊວງສາທາລະສຸກ ຄັ້ງວັນທີ 20 ເມສາ 2021.

ຫ້ອງການກະຊວງສາທາລະນະສຸກ ຂໍຖືເປັນກຽດ ແຈ້ງການມາຍັງແຕ່ລະພາກສ່ວນ ໃຫ້ຈັດຕັ້ງປະ ຕິບັດທີມແພດເຄື່ອນທີ່ ສັກຢາວັກຊິນກັນພະຍາດໂຄວິດ-19 ໃຫ້ແຕ່ລະສຳນັກງານອົງການຂອງລັດ, ພ້ອມກັນນັ້ນ, ໃຫ້ປະສານງານກັບສູນຮັກສາສຸຂະພາບແມ່ ແລະ ເດັກ ເພື່ອສະໜອງວັກແຊງ ແລະ ອຸປະກອນຕ່າງໆ ໃຫ້ທັນເວລາ ແລະ ພຽງພໍ, ພ້ອມທັງປະສານງານກັບແຕ່ລະສຳນັກງານອົງການຂອງລັດ ທີ່ພາກສ່ວນຕົນເອງຮັບຜິດຊອບ ໃນການກະກຽມລາຍລະອຽດ ຈຳນວນເປົ້າໝາຍ, ວັນເວລາ ສະຖານທີ່ ແລະ ຕາຕະລາງເຄື່ອນໄຫວ, ເຊິ່ງລາຍລະອຽດ ໄດ້ຕິດຄັດຕາຕະລາງມາພ້ອມນີ້.

ລາຍງານໂດຍ: ຂປລ

Leave a Reply

Your email address will not be published. Required fields are marked *