ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ຈາກາຕາຂອງ ອິນໂດເນເຊຍ ເມື່ອວັນທີ 21 ເມສາວ່າ: ເຈົ້າໜ້າທ່ີ ລະດັບສູງຂອງອິນໂດເນເຊຍ ໃຫ້ຮູ້ວ່າ ກຳປັ່ນດຳນ້ຳ KRI Nanggala 402 ລວມມີ 53 ຄົນ ພວມເຂົ້າຮ່ວມ ການຝຶກຊ້ອມ ທາງຍຸດທະວີທີ ເມື່ອກຳປັ່ນຂາດ ການຕິດຕໍ່ ກັບ ສູນບັນຊາການ. ຈາກການລາຍງານເບື້ອງຕົ້ນ ຄາດວ່າ ກຳປັ່ນສູນຫາຍໄປໃຕ້ທະເລ ປະມານ 60 ກິໂລແມັດ ຢູ່່ນອກແຄມຝັ່ງທາງເໜືອ ຂອງເກາະບາຫລີ.

ປັດຈຸບັນ, ກອງທັບເຮືອ ພວມສົ່ງກຳປັ່ນຫລາຍລຳ ພ້ອມດ້ວຍທະຫານ ເພື່ອຊອກຫາໃນນ່ານນ້ຳ ບໍລິເວນດັ່ງກ່າວ, ນອກຈາກນັ້ນ ຍັງຮຽກຮ້ອງຄວາມຊ່ວຍເຫລືອໄປຍັງ ກອງທັບເຮືອສິງກະໂປ ແລະ ກອງທັບເຮືອອົດສະຕຣາລີ ອີກ ເພື່ອຊ່ວຍກຳປັ່ນລຳດັ່ງກ່າວ.