ວັນທີ 22 ເມສາ 2021, ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ອອກແຈ້ງການ ໃຫ້ ໂຈະການຮຽນການສອນ ຂອງຊັ້ນຮຽນ ລ້ຽງເດັກ-ອານຸບານ ແລະ ປະຖົມ

ຂ່າວທີ່ກ່ຽວຂ້ອງ
ກະຊວງສຶກສາທິການແລະກິລາ ອອກຄຳສັ່ງ ວ່າດ້ວຍການຜັນຂະຫຍາຍຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 15 /ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ,ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານ ຕ້ານພະຍາດໂຄວິດ-19 ພາຍໃນຂະແຫນງສຶກສາແລະກິລາ.
ອີງຕາມຄໍາສັ່ງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະ ວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ເພື່ອເປັນການສືບຕໍ່ເພີ່ມທະວີມາດຕະການສະກັດກັ້ນຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດ ອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ໃນສຳນັກງານ, ສະຖາບັນ, ສຳນັກພິມ, ສູນ ແລະ ສະຖານການສຶກສາ ແລະ ກິລາ.
ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ອອກຄໍາສັ່ງ ເລກທີ 421, ລົງວັນທີ 21 ເມສາ 2021 ວ່າດ້ວຍການຜັນຂະຫຍາຍຄໍາສັ່ງນາຍົກລັດຖະມົນຕີ ສະບັບດັ່ງກ່າວດັ່ງນີ້:
1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມຢ່າງກວ້າງຂວາງ ເລິກເຊິ່ງ ດ້ວຍຫລາຍຮູບແບບ ແລະ ວິທີການ ເພື່ອເຮັດໃຫ້ພະນັກງານ, ຄູອາຈານ, ນັກຮຽນ, ນັກສຶກສາ, ນັກກິລາທຸກຄົນ ເຫັນໄດ້ໄພອັນຕະລາຍຂອງພະຍາດ ໂຄວິດ-19 ທີ່ມີການກາຍພັນ ແລະ ຮຸນແຮງເພີ່ມຂຶ້ນ ພ້ອມທັງຮູ້ຈັກວິທີສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂພະຍາດນີ້ດ້ວຍຕົນເອງ ພ້ອມທັງເຫັນໄດ້ຄວາມຈຳເປັນຂອງລັດຖະບານ ໃນການປະກາດມາດຕະການດັ່ງກ່າວເພື່ອປົກປ້ອງສຸຂະພາບ ຊີວິດຂອງປະຊາຊົນລາວ ແລະ ຄົນຕ່າງປະເທດ ຢູ່ ສປປ ລາວ.
2. ໃຫ້ພັກຮຽນຊົ່ວຄາວ ໃນສະຖານການສຶກສາທັງພາກລັດ ແລະ ເອກະຊົນ ຢູ່ ນະຄອນຫລວງວຽງຈັນ ປະກອບມີ: ໂຮງລ້ຽງເດັກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມສຶກສາ, ໂຮງຮຽນມັດທະຍົມສຶກສາ, ໂຮງຮຽນສຶກສາສົງ, ໂຮງຮຽນສຶກສາພິເສດນະຄອນຫລວງ, ໂຮງຮຽນກິນນອນ, ສູນຝຶກອົບຮົມວິຊາຊີບວິທະຍາໄລ, ສະຖາບັນ ແລະ ມະຫາວິທະຍາໄລແຫ່ງຊາດ.
3. ມອບໃຫ້ສະຖານການສຶກສາ ແລະ ກິລາ ທີ່ລະບຸຂ້າງເທິງຈັດການຮຽນ-ການສອນໃນຮູບແບບທາງໄກ ຕາມຄວາມເໝາະສົມ ເລີ່ມແຕ່ການສຶກສາກ່ອນໄວຮຽນ ເຖິງ ມັດທະຍົມສຶກສາ ໃຫ້ໃຊ້ຖານການຮຽນຮູ້ (Teaching-Learning Platform: ຄັງປັນຍາ (ໃນລະບົບປະຕິບັດງານແອນດຣອຍ) ຫລື https://laos. Learning passport. unicef.org), ສ່ວນອາຊີວະສຶກສາ, ການສຶກສາຄູ, ມະຫາວິທະຍາໄລ ໃຫ້ໃຊ້ຊ່ອງທາງການຮຽນທາງໄກ ເຊັ່ນ: Whatsapp, Messenger, Line, Zoom, Webex, Skype, Microsoft Team ແລະ ອື່ນໆ ຕາມຄວາມເໝາະສົມ.
4. ມອບໃຫ້ພໍ່ແມ່ຜູ້ປົກຄອງ, ສະມາຄົມພໍ່ແມ່ນັກຮຽນ, ຜູ້ອຳນວຍການ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ຈົ່ງອໍານວຍຄວາມສະດວກ ແລະ ແນະນໍາລູກ-ຫລານ ຂອງຕົນໃຫ້ໄດ້ຮຽນຕາມການແນະນໍາຂອງສະຖານການສຶກສາ ແລະ ກິລາ ຢ່າງເຂັ້ມງວດ.
5. ສຳລັບສຳນັກກະຊວງ, ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງ ແລະ ສະຖານການສຶກສາທົ່ວນະຄອນຫລວງວຽງຈັນ ໃຫ້ຜັດປ່ຽນກັນມາປະຈໍາການ ແລະ ປ້ອງກັນ-ເວນຍາມໃນແຕ່ລະວັນບໍ່ໃຫ້ຂາດ, ຈຳນວນໜຶ່ງແມ່ນໃຫ້ເຮັດວຽກຢູ່ເຮືອນ ຫລື ທີ່ພັກອາໄສ ໂດຍຜ່ານລະບົບສື່ອີເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ເຊັ່ນ: ໂທລະສັບ, ອີເມວ ແລະ ລະບົບກອງປະຊຸມທາງໄກ ເພື່ອຫລຸດຜ່ອນຄວາມແອອັດໃນສະຖານທີ່ເຮັດວຽກໃຫ້ປະຕິບັດດັ່ງນີ້:
- – ສຳນັກກະຊວງ ເຂດຊຽງຍືນ, ສີສະເກດ, ເຈົ້າອານຸວົງ ແລະ ຫລັກ 8 (ທ່າເດື່ອ) ຄະນະຫ້ອງການ/ຄະນະກົມ/ຄະນະອໍານວຍການສະຖາບັນ, ສໍານັກພິມ ແລະ ສູນ 1-2 ຄົນ/ມື້ ແລະ ວິຊາການ 3 ຫາ 5 ຄົນ/ມື້.
- – ມະຫາວິທະຍາໄລແຫ່ງຊາດ ຄະນະອະທິການບໍດີ 1-2 ຄົນ/ມື້, ຄະນະບໍດີ 1-2 ຄົນ/ມື້, ຄະນະຫ້ອງການ 1- 2 ຄົນ/ມື້, ຄະນະພາກວິຊາ 1-2 ຄົນ/ມື້, ວິຊາການ 3-5 ຄົນ/ມື້.
- – ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງຄະນະພະແນກ 1- 2 ຄົນ/ມື້ ແລະ ວິຊາການ 3 ຫາ 5 ຄົນ/ມື້.
- – ຫ້ອງການສຶກສາທິການ ແລະ ກິລາເມືອງ ພາຍໃນນະຄອນຫລວງວຽງຈັນ ຄະນະຫ້ອງການ 1-2 ຄົນ/ມື້ ແລະ ວິຊາການ 2 ຫາ 3 ຄົນ/ມື້.
- – ສະຖານການສຶກສາ ແລະ ກິລາພາຍໃນນະຄອນຫລວງວຽງຈັນ ຄະນະອໍານວຍການ 1-2 ຄົນ/ມື້ ແລະ ຄູ-ອາຈານ 1-2 ຄົນ/ມື້.
- – ສະຖານການສຶກສາ ແລະ ກິລາອື່ນໆ ແມ່ນໃຫ້ພິຈາລະນາຕາມຄວາມເໝາະສົມ ກັບປະລິມານວຽກທີ່ຈະຕ້ອງແກ້ໄຂຮີບດ່ວນ ພ້ອມກັນນີ້ໃນໄລຍະມາປະຈຳການ
- ໃຫ້ລ້າງມືດ້ວຍນໍ້າສະອາດໃສ່ສະບຸ ຫລື ເຈວລ້າງມື, ໃສ່ຜ້າອັດປາກ-ດັ່ງ, ວັດແທກອຸນຫະພຸມ ແລະ ອະນາໄມສະຖານທີ່ບ່ອນເຮັດວຽກເປັນປົກກະຕິ.
6. ຫ້າມບໍ່ໃຫ້ການຈັດຕັ້ງທຸກພາກສ່ວນ ຂອງຂະແໜງການສຶກສາ ແລະ ກິລາ ຈັດກອງປະຊຸມ, ການສຳມະນາ, ຝຶກອົບຮົມ ແລະ ກິດຈະກໍາອື່ນໆ ທີ່ມີຜູ້ເຂົ້າຮ່ວມເກີນ 20 ຄົນ ໃນກໍລະນີຈໍາເປັນແມ່ນໃຫ້ປະຕິບັດມາດຕະການ ຂອງຄະນະສະເພາະກິດວາງອອກໃຫ້ເຂັ້ມງວດ.
7. ເພື່ອຮັກສາໄລຍະຫ່າງທາງສັງຄົມ ຫ້າມເຄື່ອນໄຫວກິດຈະກຳກິລາກາຍຍະກຳ ແລະ ການແຂ່ງຂັນກິລາ ກາງແຈ້ງ ແລະ ໃນຮົ່ມທຸກປະເພດ.
8. ສຳລັບການເຂົ້າ-ອອກສຳນັກງານ, ກົມກອງ ແລະ ສະຖານການສຶກສາ- ກິລາ ທຸກຂັ້ນທຸກພາກສ່ວນ ແມ່ນໃຫ້ເຂົ້າ-ອອກປະຕູດຽວ, ພ້ອມທັງມີການຈັດຕັ້ງວັດແທກອຸນຫະພຸມ, ລ້າງມື, ໃສ່ຜ້າປິດປາກ-ດັງ ກ່ອນເຂົ້າຫ້ອງການຂອງຕົນ ແລະ ໃຫ້ປະຕິບັດຢ່າງເຂັ້ມງວດ ແລະ ເປັນປົກກະຕິທຸກໆມື້, ໃນກໍລະນີກວດພົບພະນັກງານ, ຜູ້ທີ່ມາພົວ ພັນວຽກ ຫລື ນັກຮຽນ-ນັກສຶກສາ ທີ່ມີອຸນຫະພູມ 37,5•c ອົງສາເຊ ຫລື ສູງກວ່າ ຫລື ມີປະຫວັດການສໍາພັດກັບຄົນໃນຄອບຄົວ-ໝູ່ເພື່ອນທີ່ຕິດໂຄວິດ ໃຫ້ຄະນະຮັບຜິດຊອບບັນທຶກລາຍຊື່ ແລະ ນາມສະກຸນ ແລະບ່ອນປະຈຳການໃຫ້ລະອຽດ ແລ້ວແນະນຳໃຫ້ຜູ້ກ່ຽວກັບບ້ານເພື່ອຕິດຕາມອາການ ແລະ ໄປກວດຕາມໂຮງໝໍ ຫລື ສະຖານທີ່ກວດໂຄວິດ-19 ທີ່ລັດຖະບານກຳນົດໄວ້.
9. ໃຫ້ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ແລະ ນັກກິລາທຸກຄົນ ໃນຂະແໜງການສຶກສາ ແລະ ກິລາ ສືບຕໍ່ຈັດຕັ້ງຂະບວນການໄປສັກວັກຊິນກັນພະຍາດ ໂຄວິດ-19 ຕາມເຂດບໍລິການທີ່ທາງການກໍານົດໃຫ້ສຳເລັດໂດຍໄວ.
10. ໃຫ້ການຈັດຕັ້ງ ແລະ ບຸກຄົນຈົ່ງມີຄວາມລະມັດລະວັງການລາຍງານຂ່າວ (ປອມ) ໃນສື່ສັງຄົມອອນລາຍ ສໍາຄັນທີ່ສຸດໃຫ້ຕິດຕາມຂ່າວສານທີ່ໜ້າເຊື່ອຖືໄດ້ຂອງທາງການ ທາງເພສບຸກໃຫ້ຕິດຕາມ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health, ທາງເວັບໄຊ: www.COvid19.gov.la ແລະແຫລ່ງຂ່າວຂອງລັດຖະບານ.
11. ມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫລວງ ປະສານສົມທົບກັບຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ຂັ້ນແຂວງ/ນະຄອນຫລວງ ໃນການປະຕິບັດມາດຕະການສະກັດກັ້ນ ຄວບຄຸມ ແລະ ແກ້ໄຂ ຕາມສະພາບການລະບາດ ແລະ ຄວາມສ່ຽງຢູ່ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລ້ວລາຍງານໃຫ້ກະຊວງສຶກສາທິການ ແລະ ກິລາ ຮັບຊາບ; ໃນການປະຕິບັດຕົວຈິງຖ້າມີຄວາມຈໍາເປັນ ແລະ ຮີບດ່ວນມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫລວງ ແລະ ສະຖານການສຶກສາ ເປັນຜູ້ອອກນິຕິກຳແນະນໍາລະອຽດ ຕາມພາລະບົດບາດ ໜ້າທີ່ແລະ ຂອບເຂດສິດຂອງຕົນ.
12. ໃຫ້ທຸກພາກສ່ວນທົ່ວຂະແໜງການສຶກສາ ແລະ ກິລາ ໃຫ້ປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກ 15/ນຍ ລົງວັນທີ 21 ເມສາ 2021 ຢ່າງເຂັ້ມງວດ.
13. ຄໍາສັ່ງສະບັບນີ້ມີຜົນສັກສິດນັບແຕ່ເວລາ 6:00 ໂມງ ຂອງວັນທີ 22 ເມສາ 2021 ຫາ ເວລາ 24:00 ໂມງຂອງວັນທີ 5 ພຶດສະພາ 2021.
ໃນກໍລະນີທີ່ມີການປ່ຽນແປງ ກະຊວງສຶກສາທິການ ແລະ ກິລາ ຈະແຈ້ງໃຫ້ຊາບຕື່ມ ເປັນແຕ່ລະໄລຍະ.

.

.
