ລາຍງານຈາກຄະນະສະເພາະກິດ ໃຫ້ຮູ້ໃນວັນທີ 22 ເມສາ 2021 ນີ້ວ່າ ທົ່ວປະເທດ ມີ ຜູ່ ຕິດເຊື້ອ ເພີ່ມ ອີກ 6 ຄົນ, ໃນນີ້ ນະຄອນຫຼວງ ເພີ່ມອີກ 4 ຄົນ, ບໍ່ແກ້ວ 1 ແລະ ສະຫວັນນະເຂດ 1. ເຊິ່ງ ປະເດັນທີ່ໜ້າເປັນຫ່ວງ ຂອງປະຫວັດ ຜູ່ຕິດເຊື້ອ ແມ່ນ ໝາຍເລກ 93 ທີ່ມີການເດີນທາງ ໄປວັງວຽງ ແຂວງວຽງຈັນ, ແລະ ແຟນຜູ່ກ່ຽວເດີນທາງ ໄປ ເມືອງບໍລິຄັນ ແຂວງບໍລິຄໍາໄຊ

 ກໍລະນີຢັ້ງຢຶນທີ 93: ເພດຊາຍ, ອາຍຸ: 25 ປີ , ສັນຊາດ: ລາວ, ອາຊີບ: ປະຊາຊົນ, ທີ່ຢູ່ປະຈຸບັນ: ບ້ານບຶງຂະຫຍອງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ກໍລະນີສຳຜັດກັບກໍລະນີທີ 58, ມີປະຫວັດການເຄື່ອນໄຫວດັ່ງນີ້

  • ວັນທີ 13 ເມສາ 2021: ຜູ້ກ່ຽວ ແລະ ແຟນ ແມ່ນໄດ້ແຍກກັນໄປຫຼີ້ນ, ຜູ້ກ່ຽວໄປເມືອງວັງວຽງ, ແຂວງວຽງຈັນ, ສ່ວນແຟນຜູ້ກ່ຽວແມ່ນໄດ້ກັບບ້ານຫາດດອນຄູນ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ.
  • ວັນທີ 13-16 ເມສາ 2021: ຜູ້ກ່ຽວຢູ່ເມືອງວັງວຽງ (ລົດຕູ້ໂດຍສານ) ປະມານ 15 ຄົນ, ຊ່ວງທີ່ຫຼີ້ນຢູ່ເມືອງວັງວຽງ ໄດ້ໄປເຮືອນໝູ່ ຢູ່ບ້ານເມືອງສອງ 6-7 ຄົນ, ເລາະຫຼີ້ນນໍ້າຊ່ອງ ກັບໝູ່ ແລະ ຄອບຄົວ
  • ວັນທີ 17 ເມສາ 2021: ຜູ້ກ່ຽວໄດ້ກັບມານະຄອນຫຼວງວຽງຈັນ (ຂີ່ລົດນ້າສາວ ລົງຄີວເມສາຍເໜືອຕໍ່ລົດຕະຫຼາດເຊົ້າຫາບ້ານຂອງຕົນ)
  • ວັນທີ 17-20 ເມສາ 2021: ເວລາ 7:00 ໂມງເຊົ້າ ແຟນຜູ້ກ່ຽວເດີນທາງກັບມາແຕ່ ແຂວງບໍລິຄໍາໄຊ (ຂີ່ລົດເມໃຫ່ຍ ປະມານ 20-30 ຄົນ) ເມືອງເກົ່າ-ວຽງຈັນ, ເວລາ 11:00-19:00 ໂມງ ໄດ້ອອກໄປວຽກ ຢູ່ໄອເຕັກ ຟິດເນັດເວີ (ມີຄົນໃຊ້ບໍລີການປະມານ 15 ຄົນ), ເວລາ 19:30 ໂມງ ໄປຫ້ອງແຖວແຟນ ທີ່ກັບມາແຕ່ແຂວງບໍລິຄຳໄຊ ເຊົ່າຫ້ອງແຖວຢູ່ບ້ານທາດຫຼວງໃຕ້, ເມືອງໄຊເສດຖາ ແລະ ໄດ້ລົມໝູ່ ແລະ ກິນຕໍາ ໃນບໍລິເວນຫ້ອງແຖວປະມານ 08 ຄົນ.
  • ວັນທີ 21 ເມສາ 2021: ຮູ້ສືກເຈັບຄໍ, ເຈັບຫົວ ແລະ ເຈັບທ້ອງ (ແຟນໄດ້ແວ່ຮ້ານຂາຍຢາຢູ່ທາດຫຼວງ). ຜູ້ກ່ຽວ ແລະ ແຟນໄດ້ໄປເກັບຕົວຢ່າງຢູ່ຈຸດເດີນກິລາໃນຮົ່ມບຶງຂະຍອງ (ທີມງານໄດ້ເກັບແຕ່ຜູ້ກ່ຽວ ສ່ວນແຟນແມ່ນບໍ່ໄດ້ເກັບຕົວຢ່າງ)
  • ວັນທີ 22 ເມສາ 2021: ຜົນກວດອອກມາພົບເຊື້ອ COVID-19

ຄລິບຖະແຫຼງຂ່າວ

ການເກັບຕົວຢ່າງຊອກຫາເຊື້ອ COVID-19: ໃນວັນທີ 21 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 758 ຄົນ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 06 ຄົນ, ລາຍລະອຽດ ດັ່ງຕໍ່ໄປນີ້:

ກໍລະນີຢັ້ງຢືນທີ 89: ເພດຍິງ, ອາຍຸ 24 ປີ, ສັນຊາດ: ລາວ, ອາຊີບ: ເຮັດວຽກຢູ່ຮ້ານອາຫານ ຢູ່ເຂດ ປະທຸມທານີ, ປະເທດໄທ, ທີ່ຢູ່ປະຈຸບັນ: ເມືອງອຸທຸມພອນ, ແຂວງສະຫວັນນະເຂດ. ກ່ອນໜ້າເດີນທາງ ມາ ສປປ ລາວ ແມ່ນບໍ່ໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19, ປະຫວັດການເຄື່ອນໄຫວ ມີດັ່ງນີ້:

  • ວັນທີ 19 ເມສາ 2021: ອອກຈາກສະຖານີລົດໂດຍສານໝໍຊິດ ເວລາ 19:00 ໂມງ, ມີຜູ້ໂດຍສານຮ່ວມກັນທັງໝົດ 30 ຄົນ.
  • ວັນທີ 20 ເມສາ 2021: ເດີນທາງມາຮອດ ແຂວງມຸກດາຫານ ເວລາ 4:00 ໂມງເຊົ້າ, ເວລາ 13:20 ໂມງ ມາຮອດຂົວມິດຕະພາບແຫ່ງທີ 2 ໄດ້ແຈ້ງເອກະສານເຂົ້າ ສປປ ລາວ. ຫຼັງຈາກນັ້ນຂື້ນລົດໄປສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ (ນັ່ງລົດມານຳກັນ 8 ຄົນ). ຜູ້ກ່ຽວແມ່ນບໍ່ມີອາການຫຍັງ ຖືກເກັບຕົວຢ່າງມາກວດຫາເຊື້ອພະຍາດໂຄວິດ-19
  • ວັນທີ 21 ເມສາ 2021: ຜົນກວດວິເຄາະພົບເຊື້ອ COVID-19

ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງສະຫວັນນະເຂດ. ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 28 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຜົນກວດ 25 ຄົນ ແມ່ນບໍ່ພົບເຊື້ອ, ທີ່ເຫຼືອຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

ກໍລະນີຢັ້ງຢຶນທີ 90: ເພດຊາຍ ,ອາຍຸ: 31 ປີ , ສັນຊາດ: ລາວ , ອາຊີບ: ພະນັກງານ, ທີ່ຢູ່ປະຈຸບັນ: ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ, ປະຫວັດການເຄື່ອນໄຫວ ມີດັ່ງນີ້

  • ວັນທີ 13 ເມສາ 2021: ມີໝູ່ ຂີ່ຍົນຈາກສະໜາມບິນວັດໄຕ ໄປລົງຢູ່ສະໜາມບິນຫລວງນໍ້າທາ (ສາຍການບິນລາວ), ຫຼັງຈາກນັ້ນ ໄດ້ຂື້ນລົດຕູ້ໄປແຂວງບໍ່ແກ້ວ
  • ວັນທີ 15 ເມສາ 2021: ໄດ້ພາໝູ່ ໄປຫລີ້ນເຮືອນໝູ່ ຢູ່ບ້ານຫ້ວຍມອນ ແລະ ຕອນແລງ ໄປຫລີ້ນທີ່ດອນບ້ານດ່ານຖີ່ນ
  • ວັນທີ 18 ເມສາ 2021: ພາໝູ່ ໄປສູ່ຂວັນ ຢູ່ເຮືອນບ້ານວຽງໃໝ່ ເລີ້ມມີອາການປວດຕົນໂຕ ແລະ ຕອນຄໍ່າໄດ້ໄປຮ້ານນວດ ຢູ່ປ່າອ້ອຍ
  • ວັນທີ 19 ເມສາ 2021: ໄປກິນເຂົ້າຢູ່ຮ້ານອາຫານໂປະແຕກ, ຕອນແລງ ໄປວຽກຢູ່ເມືອງຕົ້ນເຜີ້ງ ແລະ ໄປກິນສະເຕັກ ຢູ່ທີ່ຮ້ານກາງເມືອງ (ບໍ່ຈື່ຊື່ຮ້ານ)
  • ວັນທີ 20 ເມສາ 2021: ໄປກິນເຂົ້າຢູ່ຮ້ານອາຫານຈີນ, ບ້ານຫ້ວຍຊາຍໃຕ້, ຕອນແລງ ໄປກິນຊີ້ນດາດ ແລະ ຮູ້ສຶກປວດກ້າມຊີ້ນຫລາຍຂື້ນ, ໜາວ ແລະ ໄອ
  • ວັນທີ 21 ເມສາ 2021: ອາການດີຂື້ນ, ໄດ້ໄປເກັບຕົວຢ່າງ ຢູ່ຂົວມິດຕະພາບ ແຫ່ງທີ 4, ໄປອອກກໍາລັງກາຍ ຢູ່ທີ່ເດີ່ນກິລາບ້ານມົກກະຈອກ
  • ວັນທີ 22 ເມສາ 2021: ຜົນກວດວິເຄາະພົບເຊື້ອ COVID-19

ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງບໍ່ແກ້ວ. ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 03 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

ກໍລະນີຢັ້ງຢຶນທີ 91: ເພດຊາຍ, ອາຍຸ: 28 ປີ , ສັນຊາດ: ລາວ, ທີ່ຢູ່ປະຈຸບັນ: ບ້ານສະພານທອງເໜືອ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ເປັນກໍລະນີສຳຜັດ ກັບກໍລະນີທີ 85, ມີປະຫວັດການເດີນທາງດັ່ງນີ້.

  • ວັນທີ 19 ເມສາ 2021: ເວລາ 18:30 – 21:00 ໂມງແລງ ໄປຕີດອກປີກໄກ່ ຢູ່ເດີ່ນກີລາລ້ານຊ້າງ ແລະ ກິນອາຫານຮ່ວມກັບໝູ່ 10 ຄົນ, ໃນນັ້ນມີກໍລະນີທີ 85 ຮ່ວມຢູ່ນໍາ
  • ວັນທີ 20 ເມສາ 2021: ເວລາ 10:00 ໂມງ ໄດ້ໄປຮ້ານເຝີກັບໝູ່ 1 ຄົນ ຢູ່ຮ້ານກົກຕ້ອງ, ບ້ານສະພັງໝໍ້
  • ວັນທີ 21 ເມສາ 2021: ເວລາ 14:00 ໂມງ ຮູ້ວ່າ ກໍລະນີ 85 ກວດພົບເຊື້ອ COVID-19 ແລະ ໄດ້ໂທຫາໝູ່ທີ່ໄດ້ໄປກີນຊຸມແຊວນໍາກັນ ໃນວັທີ 21/4/2021 ໄປກວດນໍາທີມງານແພດ ຢູ່ເດີ່ນກິລາໃນຮົ່ມບຶງຂະຫຍອງ
  • ວັນທີ 22 ເມສາ 2021: ຜົນກວດວິເຄາະພົບເຊື້ອ COVID-19
  • ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ, ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 14 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

 ກໍລະນີຢັ້ງຢຶນທີ 92: ເພດຍິງ ,ອາຍຸ: 22 ປີ , ສັນຊາດ: ລາວ, ອາຊີບ: ຂາຍເຄື່ອງອອນລາຍ, ທີ່ຢູ່ປະຈຸບັນ: ບ້ານໜອງໄຮ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ເປັນ ກໍລະນີສຳຜັດ ກັບກໍລະນີທີ 59. ມີ ປະຫວັດການເຄື່ອນໄຫວດັ່ງນີ້:

  • ວັນທີ 15 ເມສາ 2021: ໝູ່ຂອງລາວໄດ້ໄປກິນລ້ຽງປີໃໝ່ ກັບກໍລະນີ 59 ຢູ່ບ້ານໂພນທັນ
  • ວັນທີ 16 ເມສາ 2021: ໄປຫ້ອງພັກຂອງ ໝູ່ 2 ຄົນ ທີ່ເປັນນ້ອງຮັກຂອງກໍລະນີ 59 ຢູ່ຫ້ອງແຖວຢູ່ບ້ານວຽງຈະເລີນ, ມີທັງໝົດ 3 ຄົນ
  • ວັນທີ 17 ເມສາ 2021: ໄປກິນເຂົ້າກິນບ້ານອ້າຍໝູ່ (ໝູ່ຂອງກໍລະນີທີ 59) ຢູ່ທ່າເດື່ອ, ກິນນໍາກັນ 4 ຄົນ
  • ວັນທີ 19 ເມສາ 2021: ໄປບ້ານເກີນກັບໝູ່ ໂດຍຂີ່ລົດສ່ວນຕົວ ແລ້ວກິນເຂົ້າຢູ່ບ້ານພີ່ນ້ອງ, ຂາກັບແວ່ກິນເຂົ້າຢູ້ຮ້ານອາຫານແຖວຫາດກ້ຽງ (ບໍ່ຈື່ຊື່ຮ້ານ)
  • ວັນທີ 20 ເມສາ 2021: ເລີ່ມມີອາການເຈັບຫົວ, ໄດ້ເຂົ້າມາກວດຢູ່ຈຸດເກັບຕົວຢ່າງ ຢູ່ບຶງຂະຫຍອງ
  • ວັນທີ 21 ເມສາ 2021: ຜົນກວດວິເຄາະ ພົບເຊື້ອ COVID-19

ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ. ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 06 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

 ກໍລະນີຢັ້ງຢຶນທີ 93: ເພດຊາຍ, ອາຍຸ: 25 ປີ , ສັນຊາດ: ລາວ, ອາຊີບ: ປະຊາຊົນ, ທີ່ຢູ່ປະຈຸບັນ: ບ້ານບຶງຂະຫຍອງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ກໍລະນີສຳຜັດກັບກໍລະນີທີ 58, ມີປະຫວັດການເຄື່ອນໄຫວດັ່ງນີ້

  • ວັນທີ 13 ເມສາ 2021: ຜູ້ກ່ຽວ ແລະ ແຟນ ແມ່ນໄດ້ແຍກກັນໄປຫຼີ້ນ, ຜູ້ກ່ຽວໄປເມືອງວັງວຽງ, ແຂວງວຽງຈັນ, ສ່ວນແຟນຜູ້ກ່ຽວແມ່ນໄດ້ກັບບ້ານຫາດດອນຄູນ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ.
  • ວັນທີ 13-16 ເມສາ 2021: ຜູ້ກ່ຽວຢູ່ເມືອງວັງວຽງ (ລົດຕູ້ໂດຍສານ) ປະມານ 15 ຄົນ, ຊ່ວງທີ່ຫຼີ້ນຢູ່ເມືອງວັງວຽງ ໄດ້ໄປເຮືອນໝູ່ ຢູ່ບ້ານເມືອງສອງ 6-7 ຄົນ, ເລາະຫຼີ້ນນໍ້າຊ່ອງ ກັບໝູ່ ແລະ ຄອບຄົວ
  • ວັນທີ 17 ເມສາ 2021: ຜູ້ກ່ຽວໄດ້ກັບມານະຄອນຫຼວງວຽງຈັນ (ຂີ່ລົດນ້າສາວ ລົງຄີວເມສາຍເໜືອຕໍ່ລົດຕະຫຼາດເຊົ້າຫາບ້ານຂອງຕົນ)
  • ວັນທີ 17-20 ເມສາ 2021: ເວລາ 7:00 ໂມງເຊົ້າ ແຟນຜູ້ກ່ຽວເດີນທາງກັບມາແຕ່ ແຂວງບໍລິຄໍາໄຊ (ຂີ່ລົດເມໃຫ່ຍ ປະມານ 20-30 ຄົນ) ເມືອງເກົ່າ-ວຽງຈັນ, ເວລາ 11:00-19:00 ໂມງ ໄດ້ອອກໄປວຽກ ຢູ່ໄອເຕັກ ຟິດເນັດເວີ (ມີຄົນໃຊ້ບໍລີການປະມານ 15 ຄົນ), ເວລາ 19:30 ໂມງ ໄປຫ້ອງແຖວແຟນ ທີ່ກັບມາແຕ່ແຂວງບໍລິຄຳໄຊ ເຊົ່າຫ້ອງແຖວຢູ່ບ້ານທາດຫຼວງໃຕ້, ເມືອງໄຊເສດຖາ ແລະ ໄດ້ລົມໝູ່ ແລະ ກິນຕໍາ ໃນບໍລິເວນຫ້ອງແຖວປະມານ 08 ຄົນ.
  • ວັນທີ 21 ເມສາ 2021: ຮູ້ສືກເຈັບຄໍ, ເຈັບຫົວ ແລະ ເຈັບທ້ອງ (ແຟນໄດ້ແວ່ຮ້ານຂາຍຢາຢູ່ທາດຫຼວງ). ຜູ້ກ່ຽວ ແລະ ແຟນໄດ້ໄປເກັບຕົວຢ່າງຢູ່ຈຸດເດີນກິລາໃນຮົ່ມບຶງຂະຍອງ (ທີມງານໄດ້ເກັບແຕ່ຜູ້ກ່ຽວ ສ່ວນແຟນແມ່ນບໍ່ໄດ້ເກັບຕົວຢ່າງ)
  • ວັນທີ 22 ເມສາ 2021: ຜົນກວດອອກມາພົບເຊື້ອ COVID-19

ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ. ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 14 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

 ກໍລະນີຢັ້ງຢຶນທີ 94: ເພດຊາຍ, ອາຍຸ: 18 ປີ, ສັນຊາດ: ລາວ, ອາຊີບ: ຫວ່າງງານ, ທີ່ຢູ່ປະຈຸບັນ: ບ້ານທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ມີປະຫວັດການເຄື່ອນໄຫວດັ່ງນີ້:

  • ວັນທີ 6-7 ເມສາ 2021: ໄປກີນອາຫານຢູ່ບ້ານພີ່ນ້ອງ ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໄປນຳກັນທັງໝົດ 03 ຄົນ
  • ວັນທີ 13 ເມສາ 2021: ເວລາ 12:00 ໂມງ ໄປງານລ້ຽງວັນເກີດໝູ່ ທີ່ຈັດຢູ່ຮ້ານຄາຣາໂອເກະ Diamond, ຂີ່ລົດນຳກັນທັງໝົດ 05 ຄົນ ແລະ ໄດ້ກິນຢູ່ຮ້ານດັ່ງກ່າວນໍາກັນປະມານ 14 ຄົນ
  • ວັນທີ 14 ເມສາ 2021: ຂີ່ລົດຈັກໄປນຳກັນທັງໝົດ 02 ຄົນ ໄປເຮືອນໝູ່ຢູ່ບ້ານໜອງບົວທອງ, ເມືອງສີໂຄດຕະບອງ ແລະ ກິນຊຸມນຳກັນປະມານທັງໝົດ 15 ຄົນ
  • ວັນທີ 16 ເມສາ 2021: ໄປເຮືອນພີ່ນ້ອງຢູ່ບ້ານສີສະຫວາດ
  • ວັນທີ 19 ເມສາ 2021: ເວລາ 20:30 ໂມງ ໄປຮ້ານຄາຣາໂອເກະ 8118 ໄປນຳໝູ່ທັງໝົດ 6 ຄົນ ຂີ່ລົດໃຫ່ຍນຳກັນ ແລະ ໄດ້ກິນຊຸມຢູ່ຮ້ານດັ່ງກ່າວ ໃນຫ້ອງທັງໝົດປະມານ 20 ຄົນ
  • ວັນທີ 21 ເມສາ 2021: ໄດ້ໄປກວດຕົວຢ່າງຢູ່ເດີ່ນກິລາໃນຮົ່ມບືງຂະຫຍອງ,​
  • ວັນທີ 22 ເມສາ 2021: ຜົນກວດອອກມາພົບເຊື້ອ COVID-19

ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ. ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 60 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

 ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 150,159 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 94 ຄົນ.

  1. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ
    • ປະຈຸບັນ, ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 45 ຄົນ (ໃໝ່ 06), ໃນນັ້ນ:
  • ຢູ່ນະຄອນຫຼວງວຽງຈັນ 35 ຄົນ (ໃໝ່ 4)
  • ແຂວງຈຳປາສັກ 3 ຄົນ
  • ແຂວງສາລະວັນ 1 ຄົນ
  • ແຂວງສະຫວັນນະເຂດ 3 ຄົນ (ໃໝ່ 1)
  • ແຂວງຄຳມ່ວນ 1 ຄົນ
  • ແຂວງບໍລິຄຳໄຊ 1 ຄົນ (ສູນປິ່ນປົວຫຼັກ 6)
  • ແຂວງບໍ່ແກ້ວ 1 ຄົນ (ໃໝ່ 1)
    • ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.

ຫາກທ່ານໃດພົວພັນຜູ່ຕິດເຊື້ອ ໃຫ້ຮິບຟ້າວພົວພັນ ໂຮງໝໍ ທີ່ຢູ່ໃກ້ເຮືອນທ່ານ ຫຼື ໂທ 166 , 165.

ສິ່ງທີ່ ທ່ານແລະ ຄົນໃນຄອບຄົວຕ້ອງປະຕິບັດ ທັນທີ ເພື່ອການປ້ອງກັນ ການຕິດຕໍ່ ຫຼື ແຜ່ເຊື້ອ.

  • ໃສ່ຜ້າອັດປາກດັງໃຫ້ດີ
  • ໝັ່ນລ້າງມືໃຫ້ສະອາດເປັນປະຈໍາ ດ້ວຍສະບູ ຫຼື ນໍ້າຢາຂ້າເຊື້ອ
  • ຢູ່ຫ່າງຈາກຄົນອື່ນຢ່າງໜ້ອຍ 2 ແມັດ
  • ບໍ່ເດີນທາງໄປຍ້ອນສ່ຽງ
  • ຢູ່ເຮືອນປອດໄພທີ່ສຸດ
  • ຫາກທ່ານບໍ່ສະບາຍ ໃຫ້ຮີບໄປພໄບແພດໝໍ ຫຼື ໂທ 166, 165

.

ພ້ອມດຽວກັນນີ້ ເລີ່ມແຕ່ ເວລາ 6:00 ວັນທີ 22 ເມສາ 2021, ກໍ່ເປັນການເລີ່ມປະຕິບັດມາດຕະການ ລັອກດາວ ນະຄອນຫຼວງວຽງຈັນ ເປັນເປັນເວລາ 14 ມື້.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອອກຄໍາສັ່ງ 15/ນຍ ໃນການເພີ່ມທະວີ ການຄວບຄຸມ ໂ ຄ ວິ ດ ວັນທີ 21/04/2021 ໂດຍໃນຂໍ້ທີ່ 4 ໄດ້ລະບຸວ່າ “ໃຫ້ປິດການເດີນທາງເຂົ້າອອກ ນະຄອນຫຼວງວຽງຈັນ ຊົ່ວຄາວ

ເລີ່ມເວລາ 06:00 ເຊົ້າ ວັນທີ 22 ເມສາ – 5 ພຶດສະພາ 2021, ໂດຍ ຫ້າມຄົນນະຄອນຫຼວງວຽງຈັນ ເດີນທາງໄປຕ່າງແຂວງ ແລະ ຄົນຕ່າງແຂວງຫ້າມເດີນທາງເຂົ້ານະຄອນຫລວງວຽງຈັນ. (ຍົກເວັ້ນຜູ້ມີພູມລໍາເນົາ ຢູ່ນະຄອນຫຼວງ ແລະ ບຸກຄົນ ທີ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ).

ຄຳສັ່ງດ່ວນທີ່ສຸດ! ຫ້າມເດີນທາງໄປຕ່າງແຂວງ, ຫ້າມອອກຈາກເຮືອນ, ເຮັດວຽກຢູ່ເຮືອນ ແລະ ອື່ນໆ.

ອີງຕາມຜົນຂອງກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 21 ເມສາ 2011.

ຕໍ່ກັບສະພາບການແຜ່ລະບາດຂອງເຊື້ອພະຍາດ COVID-19 ຢູ່ໃນໂລກ ກໍ່ຄືໃນ ສປປ ລາວ ທີ່ໄດ້ເລີ່ມກວດພົບຜູ້ຕິດເຊື້ອໃນຊຸມຊົນ ໃນເດືອນເມສານີ້ ດັ່ງນັ້ນ, ນາຍົກລັດຖະມົນຕີ ຈື່ງໄດ້ອອກຄຳສັ່ງດ່ວນດັ່ງນີ້:

1. ໃຫ້ກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ທຸກຂັ້ນ ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່,ສຶກສາອົບຮົມ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ດ້ວຍຫຼາຍຮູບແບບ ແລະ ວິທີການ ເພື່ອເຮັດໃຫ້ພົນລະເມືອງລາວ,ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ຢູ່ ສປປ ລາວ ເຫັນໄດ້ໄພອັນຕະລາຍຂອງພະຍາດ COVID-19 ທີ່ມີການກາຍພັນ ແລະ ມີຄວາມຮຸນແຮງເພີ່ມຂຶ້ນ ພ້ອມທັງຮູ້ຈັກວິທີສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂພະຍາດນີ້ ດ້ວຍຕົນເອງ ພ້ອມທັງ ເຫັນໄດ້ຄວາມຈໍາເປັນຂອງລັດຖະບານ ໃນການປະກາດໃຊ້ມາດຕະການຕ່າງໆເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດດັ່ງກ່າວ ເພື່ອປົກປ້ອງ ສຸຂະພາບ ແລະ ຊີວິດຂອງປະຊາຊົນລາວ ແລະ ຄົນຕ່າງປະເທດ ຢູ່ ສປປ ລາວ.

2. ຈັດຕັ້ງຈຸດກວດກາວິເຄາະຫາເຊື້ອພະຍາດ COVID-19, ຄົ້ນຫາຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອໃນນະຄອນຫຼວງວຽງຈັນ; ສືບຕໍ່ຈັດຕັ້ງຂະບວນການສັກວັກຊິນກັນພະຍາດ COVID-19 ໃຫ້ກຸ່ມເປົ້າໝາຍບູລິມະສິດ ໃນທົ່ວປະເທດໂດຍປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ.

3. ເພື່ອຮັກສາໄລຍະຫ່າງທາງສັງຄົມ ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ, ວິສາຫະກິດ ທົ່ວນະຄອນຫຼວງວຽງຈັນ ຫຼຸດຈໍານວນ ແລະ ຈັດຕັ້ງຜຽນ ພະນັກງານ, ລັດຖະກອນ, ກຳມະກອນ ຂອງຕົນ ມາປະຈຳການໃນແຕ່ລະວັນ ຕາມຄວາມເໝາະສົມ ເລີ່ມແຕ່ວັນທີ 22 ເມສາ ຫາ 05 ພຶດສະພາ 2011, ຍົກເວັ້ນທະຫານ, ຕຳຫຼວດ, ເຈົ້າໜ້າທີ່ດັບເພີງ, ພະນັກງານຮັບຜິດຊອບລະບົບການບໍລິການໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ການສື່ສານ, ຂົນສົ່ງ, ສາທາລະນະສຸກ, ອາສາສະໝັກ, ຜູ້ທີ່ໄດ້ຮັບມອບໝາຍໃຫ້ປະຈຳການ ແລະ ເຮັດວຽກສະກັດກັ້ນ, ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດ. ສ່ວນຜູ້ທີ່ບໍ່ໄດ້ມາປະຈຳການ ແມ່ນໃຫ້ສືບຕໍ່ເຮັດວຽກຂອງຕົນ ເປັນປົກກະຕິ ຢູ່ເຮືອນ ຫຼື ທີ່ພັກອາໄສ ໂດຍຜ່ານລະບົບສື່ສານອີເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ເຊັ່ນ: ໂທລະສັບ, ອີເມວ ແລະ ລະບົບກອງປະຊຸມທາງໄກ.

4. ຫ້າມຄົນຢູ່ນະຄອນຫຼວງວຽງຈັນ ເດີນທາງໄປຕ່າງແຂວງ, ຫ້າມຄົນຕ່າງແຂວງ ເດີນທາງເຂົ້າມານະຄອນຫຼວງວຽງຈັນ,ຍົກເວັ້ນ ຜູ້ທີ່ມີພູມລຳເນົາ, ເຮັດວຽກປະຈຳ ຢູ່ນະຄອນຫຼວງວຽງຈັນ, ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດນະຄອນຫຼວງວຽງຈັນ ຫຼື ຄະນະສະເພາະກິດຂັ້ນສູນກາງ ແລະ ການຂົນສົ່ງສິນຄ້າ ໃຫ້ໂຈະການບໍລິການຂົນສົ່ງໂດຍສານຈາກນະຄອນຫຼວງ ໄປຕ່າງແຂວງ ແລະ ຈາກຕ່າງແຂວງ ເຂົ້າມານະຄອນຫຼວງວຽງຈັນ. ໃຫ້ເຈົ້າໜ້າທີ່ຕໍາຫຼວດ ຕັ້ງດ່ານ ເພື່ອກວດກາ ຢ່າງເຂັ້ມງວດ.

5. ຫ້າມປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ກຳມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ນັກບວດ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ຢູ່ນະຄອນຫຼວງວຽງຈັນ ອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ, ຍົກເວັ້ນກໍລະນີທີ່ຈຳເປັນ ເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ, ໄປໂຮງໝໍ, ໄປປະຕິບັດໜ້າທີ່ໃນກິດຈະການທີ່ລະບຸໄວ້ໃນຂໍ້ທີ 3 ແລະ 11 ຂອງຄຳສັ່ງສະບັບນີ້ ແລະ ໄປປະຕິບັດໜ້າທີ່ຕາມການມອບໝາຍ ຂອງການຈັດຕັ້ງ. ສ່ວນຜູ້ທີ່ຈໍາເປັນຕ້ອງໄປທຳການຜະລິດກະສິກໍາ ເພື່ອເປັນສະບຽງອາຫານ ກໍ່ສາມາດໄປໄດ້ແຕ່ມອບໃຫ້ອົງການປົກຄອງບ້ານ ເປັນຜູ້ກວດກາ ແລະ ຄຸ້ມຄອງ ດ້ານຈໍານວນ ແລະ ຂອບເຂດ ຢ່າງຮັດກຸມ ເພື່ອບໍ່ໃຫ້ມີຄວາມສ່ຽງຕໍ່ການລະບາດຂອງພະຍາດ.

6. ຫ້າມສວຍໂອກາດກັກຕູນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ ເປັນຕົ້ນ ຜ້າປິດປາກ-ດັງ, ນ້ຳຢາລ້າງມືຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນ້ຳດື່ມ : ອື່ນໆທີ່ຈໍາເປັນຕໍ່ການດຳລົງຊີວິດປະຈໍາວັນ.

7. ຫ້າມໂຄສະນາ, ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ໃນຮູບແບບໃດໜຶ່ງ ຜ່ານສື່ຕ່າງໆ ຊຶ່ງເຮັດໃຫ້ມີຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕຶ່ນ ແລະ ສົ່ງຜົນກະທົບໃນທາງລົບຕໍ່ສັງຄົມ.

8. ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 20 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ ແລະ ງານລ້ຽງສັງສັນຕ່າງໆ; ກໍລະນີຈຳເປັນຕ້ອງຈັດກິດຈະກຳ ເປັນຕົ້ນຄົບງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດມາດຕະການ ຂອງຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດເຊັ່ນ: ແທກອຸນຫະພູມ, ຮັກສາໄລຍະຫ່າງທາງສັງຄົມ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າປິດປາກດັງ, ລ້າງມືໃສ່ສະບູ ຫຼື ນ້ຳຢາຂ້າເຊື້ອ.

9. ໃຫ້ສືບຕໍ່ປີດດ່ານສາກົນ, ດ່ານປະເພນີ ແລະ ດ່ານທ້ອງຖິ່ນ ທາງບົກ ແລະ ທາງນ້ຳ ທີ່ມີຊາຍແດນຕິດຈອດກັບປະເທດທີ່ມີການລະບາດຂອງເຊື້ອພະຍາດ COVID-19 ໃນຊຸມຊົນ ສຳລັບບຸກຄົນທົ່ວໄປ, ຍົກເວັ້ນ ຜູ້ທີ່ມີຄວາມຈຳເປັນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ແລະ ລົດຂົນສົ່ງສິນຄ້າ ໂດຍໃຫ້ມີປະກັນໄພໂຄວິດ-19 ແລະ ໃສ່ອຸປະກອນຕິດຕາມທາງການແພດ ໃນໄລຍະຈຳກັດບໍລິເວນ 14 ວັນ, ໃຫ້ກະຊວງການຕ່າງປະເທດ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອຳນວຍຄວາມສະດວກ ໃຫ້ແກ່ຊາວຕ່າງປະເທດ ທີ່ມີຈຸດປະສົງຢາກເດີນທາງກັບຄືນປະເທດຂອງຕົນ.

10. ໃຫ້ສືບຕໍ່ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດກາເຟ, ຮ້ານນວດ-ສະປາ,ຮ້ານສະນຸກເກີ, ສູນອອກກຳລັງກາຍ ແລະ ກິລາໃນຮົ່ມ ທຸກປະເພດ.

11. ອະນຸຍາດໃຫ້ສືບຕໍ່ດໍາເນີນກິດຈະການທີ່ມີຄວາມຈຳເປັນ ເປັນຕົ້ນແມ່ນ ບັນດາໂຄງການໃຫຍ່, ໂຮງຊ່າງ-ໂຮງງານ,ທະນາຄານ, ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ, ຕະຫຼາດຫຼັກຊັບ, ບໍລິສັດຫຼັກຊັບ, ໂຮງໝໍ, ສູນການແພດ,ຮ້ານຂາຍຢາ, ໜ່ວຍກູ້ໄພ, ກິດຈະການໄປສະນີ, ໂທລະຄົມມະນາຄົມ, ໄຟຟ້າ, ນ້ຳປະປາ, ການບໍລິການເກັບ ແລະຖິ້ມຂີ້ເຫຍື້ອ, ຕະຫຼາດກະສິກຳ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຄ້າ (ຊຸບເປີມາເກັດ), ປ້ຳນ້ຳມັນ, ຮ້ານອາຫານ ແລະ ຮ້ານກາເຟ. ຣີສອດ ໃຫ້ເປີດສະເພາະການໃຫ້ບໍລິການທີ່ພັກ ແລະ ຮ້ານອາຫານ ແຕ່ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ, ພ້ອມທັງ ໃຫ້ຈັດຕັ້ງການຜັດປ່ຽນກັນມາເຮັດວຽກເພື່ອຫຼຸດຜ່ອນຄວາມແອອັດ.

12. ໃຫ້ຄະນະສະເພາະກິດ ທຸກຂັ້ນ ເພີ່ມທະວີການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ເປັນໃຈກາງໃນການປະສານກັບທຸກພາກສ່ວນທີ່ກ່ຽວຂ້ອງ ຊີ້ນຳ, ຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດ ພ້ອມທັງການປິ່ນປົວຜູ້ຕິດເຊື້ອ ແລະ ກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອສາມາດຮັບມືກັບການລະບາດໄດ້; ພ້ອມກັນນັ້ນກໍ່ໃຫ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອລະດົມການຊ່ວຍເຫຼືອໃນດ້ານຕ່າງໆ ທີ່ຈຳເປັນ.

13. ໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ຊີ້ນຳບັນຊາບັນດາພະແນກການ, ອົງການທຽບເທົ່າພະແນກ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ນະຄອນຫຼວງ, ອົງການປົກຄອງເມືອງ ແລະ ບ້ານ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ຈັດຕັ້ງປະຕິບັດບັນດາມາດຕະການທີ່ກໍານົດໃນຄຳສັ່ງສະບັບນີ້, ພ້ອມທັງ ໃຫ້ຈັດຕັ້ງໜ່ວຍງານ ຫຼື ເຈົ້າໜ້າທີ່ເຝົ້າລະວັງ ແລະ ຕິດຕາມກວດກາ ການຈຳກັດບໍລິເວນຕົນເອງ ຂອງແຮງງານທີ່ມາຈາກຕ່າງປະເທດ, ລວມທັງຜູ້ທີ່ສຳຜັດໃກ້ຊິດກັບຜູ້ທີ່ຕິດເຊື້ອພະຍາດ COVID-19, ກວດກາພາຍໃນບໍລິເວນບ້ານ ບໍ່ໃຫ້ມີການຊຸມນຸມ, ການຈັດງານສັງສັນ, ການມົ້ວສູມ ທີ່ພາໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ເພື່ອຮັບປະກັນຄວາມສະຫງົບປອດໄພ;ພ້ອມທັງ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່ຂໍ້ມູນກ່ຽວກັບການປ້ອງກັນຕົນເອງ ຈາກພະຍາດ.

14. ສຳລັບບັນດາແຂວງ ແມ່ນມອບໃຫ້ຄະນະສະເພາະກິດຂັ້ນແຂວງ ພິຈາລະນາການຍົກລະດັບມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ຕາມສະພາບການລະບາດ ແລະ ຄວາມສ່ຽງ ຢູ່ພາຍໃນແຂວງຂອງຕົນ ແລ້ວລາຍງານຄະນະສະເພາະກິດຂັ້ນສູນກາງ ແລະ ລັດຖະບານ ຊາບ.

15. ໃຫ້ກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄະນະສະເພາະກິດ, ຂະແໜງການ, ອົງການປົກຄອງທ້ອງຖິ່ນແລະ ທຸກພາກສ່ວນໃນສັງຄົມ ພ້ອມກັນເປັນເຈົ້າການຕິດຕາມກວດກາ, ຮັກສາຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຈັດຕັ້ງປະຕິບັດມາດຕະການທີ່ໄດ້ກຳນົດໃນຄໍາສັ່ງສະບັບນີ້ ຢ່າງເຂັ້ມງວດ.

16. ໃຫ້ທຸກກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນ ປະຕິບັດຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ ຕາມບົດບາດ, ໜ້າທີ່ຂອງຕົນ.ການເພີ່ມທະວີມາດຕະການໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຈະມີຜົນກະທົບຕໍ່ການເຄື່ອນໄຫວ, ການດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ ຂອງທຸກພາກສ່ວນໃນສັງຄົມ, ແຕ່ເພື່ອປົກປ້ອງຊີວິດ, ສຸຂະພາບຂອງປະຊາຊົນ ແລະ ຄວາມໝັ້ນຄົງຂອງຊາດ, ລັດຖະບານ ຈຶ່ງຈຳເປັນຕ້ອງປະກາດໃຊ້ຄຳສັ່ງສະບັບນີ້ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນໃນທົ່ວສັງຄົມຕື່ນຕົວ, ເປັນເຈົ້າການ,ເສຍສະຫຼະ ແລະ ພ້ອມກັນປະຕິບັດຢ່າງເຂັ້ມງວດ.

17. ໃນການຈັດຕັ້ງປະຕິບັດຕົວຈິງ, ຖ້າມີຄວາມຈຳເປັນ ກໍ່ມອບໃຫ້ຄະນະສະເພາະກິດ ຫຼື ຂະແໜງການ ຫຼື ອົງການປົກຄອງທ້ອງຖິ່ນ ເປັນຜູ້ອອກນິຕິກຳ ແນະນຳລະອຽດ ຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນ.

18. ຄໍາສັ່ງສະບັບນີ້ ມີຜົນສັກສິດ ນັບຕັ້ງແຕ່ເວລາ 06:00 ໂມງ ຂອງວັນທີ 22 ເມສາ ຫາ ເວລາ 24:00 ໂມງ ຂອງວັນທີ 05 ພຶດສະພາ 2021. ໃນກໍລະນີ ມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບຕື່ມ ເປັນແຕ່ລະໄລຍະ.

.

.

.

.

Leave a Reply

Your email address will not be published. Required fields are marked *