ສານປະຊາຊົນ ແຂວງວຽງຈັນ ຕັດສີນອິດສະພາບຈໍາເລີຍ 2 ຄົນ ຈໍາຄຸກຕະຫຼອດຊີວິດ.

ໃນວັນທີ 8 ເມສາ 2021 ຜ່ານມານີ້ ສານປະຊາຊົນ ແຂວງວຽງຈັນ ໄດ້ພິຈາລະນາຕັດສິນຈໍາເລີຍ ຈຳນວນ 2 ຄົນ ຄື: ທ້າວ ແຈັກ , ອາຍຸ 19 ປີ ອາຊິບຊາວນາ ບ້ານປາກພາງ ເມືອງ ຊະນະຄາມ ແຂວງວຽງຈັນ ຖືກກັກຕົວໃນຄັ້ງວັນທີ 29 ມີນາ 2019 ໃນຂໍ້ຫາ ຄ້າຂາຍຢາບ້າ ແລະ ມີຢາເສບຕິດໄວ້ໃນຄອບຄອງ 24.000 ເມັດ ແລະ ທ້າວ ລັງ, ອາຍຸ 38 ປີ, ອາຊີບ ຊາວນາ ບ້ານ ດົ່ງຄ່າ ເມືອງຊະນະຄາມ ແຂວງວຽງຈັນ ຖືກກັກຕົວ ໃນຄັ້ງວັນທີ 16 ກໍລະກົດ 2019 ໃນຂໍ້ຫາ ຄ້າຂາຍຢາບ້າ ແລະ ມີຢາເສບຕິດໄວ້ໃນຄອບຄອງ 100 ເມັດ ,ທັງສອງໄດ້ແມ່ນຮ່ວມຂະບວນການນໍາກັນໃນການຕິດຕໍ່ຊື້ຂາຍຢາບ້າ.

ໃນສຳນວນຄະດີ ຕາມຄໍາຖະແຫຼງຂອງອົງການໄອຍະການປະຊາຊົນແຂວງວຽງຈັນ ໃຫ້ຮູ້ວ່າ ໃນວັນທີ 14 ມີຖຸນາ 2019 ທ້າວ ລັງ ໄດ້ໂທລະສັບຫາ ທ້າວ ແຈ໋ກ ເພື່ອໃຫ້ໄປຮັບເອົາຢາບ້ານໍາຜູ້ຮ່ວມຂະບວນການນໍາກັນຈຸດນັດໝາຍຢູ່ເສັ້ນທາງບ້ານ ນາມອຍ ເມືອງຊະນະຄາມ ແຂວງວຽງຈັນ ໂດຍຈະໃຫ້ຄ່າຈ້າງ ທ້າວ ແຈ໋ກ ເປັນເງີນ 5.000 ບາດ ຫຼັງຈາກນັ້ນ ທ້າວ ແຈ໋ກ ກໍ່ໄດ້ຂີ່ລົກຈັກໄປເອົາຢູ່ຈຸດນັດໝາຍ ເມື່ອໄດ້ຢາມາແລ້ວ ທ້າວ ແຈ໋ກ ກໍ່ໄດ້ກັບບ້ານ ດົງຂ່າ ເມືອງຊະນະຄາມ ພໍຜູ້ກ່ຽວເດີນທາງມາຮອດບ້ານ ໂພນສະຫວັນ ເມືອງຊະນະຄາມ ຈືຶ່ງໄດ້ມີເຈົ້າໜ້າທີ່ຕໍາຫຼວດລັດກວດກາເອກະສານລົດ ແລະ ກວດຄົ້ນກະເປົາເປ້ ຈຶ່ງພົບເຫັນຂອງກາງຢາບ້າຈຳນວນ 12 ມັດ ເທົ່າກັບ 24.000 ເມັດ ເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ກັກຕົວຜູ້ກ່ຽວໄວ້ດຳເນີນຕາມລະບຽບກົດໝາຍ

ທ້າວ ແຈ໋ກ ຍັງໄດ້ໃຫ້ການຕໍ່ເຈົ້າໜ້າທີ່ຕຳຫຼວດວ່າ: ຢາບ້າ ຈຳນວນ 24.000 ເມັດ ຕົນເອງແມ່ນໄດ້ຮັບຈ້າງຈາກ ທ້າວ ລັງ ໃຫ້ໄປເອົາຢາບ້າຈຳນວນດັ່ງກ່າວ ຈາກຄໍາໃຫ້ການຂອງ ທ້າວ ແຈ໋ກ ເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ເຂົ້າໄປກວດຄົ້ນເຮືອນຂອງ ທ້າວ ລັງ ຢູ່ບ້ານ ດົງຂ່າ ເມືອງຊະນະຄາມ ຜ່ານການກວດຄົ້ນເຮືອນຈຶ່ງພົບເຫັນຢາບ້າຈໍານວນ 100 ເມັດ ແຕ່ ທ້າວ ລັງ ໄຫວຕົວທັນໄດ້ເອົາຕົວຫຼົບໜີ, ຕົກມາຮອດວັນທີ 16 ກໍລະກົດ 2019 ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງຊະນະຄາມ ຈຶ່ງສາມາດກັກຕົວ ທ້າວ ລັງ ໄດ້ ແລະ ຜູ້ກ່ຽວກໍ່ໃຫ້ການຮັບສາລະພາບວ່າ ໃນວັນທີ 13 ມີຖຸນາ 2019 ໄດ້ມີຜູ້ຮ່ວມຂະບວນການນຳກັນ ໄດ້ເອົາເງິນໃຫ້ ທ້າວ ລັງ 120.000 ບາດ ເພື່ອໄປຊື້ຢາບ້າ ຈຳນວນ 12 ມັດ ເທົ່າກັບ 24.000 ເມັດ ແລ້ວຈະໃຫ້ຄ່າຈ້າງເປັນເງີນຈຳນວນ 10.000 ບາດ ຖ້າສຳເລັດ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ປະກອບໃນສຳນວນຄະດີຢ່າງລະອຽດຄົບຖ້ວນ ມີຫຼັກຖານຮັດກຸມໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທຳຂອງຈຳເລີຍທັງ 2 ຄົນ ເປັນການກະທຳຜິດທາງອາຍາໃນຂໍ້ຫາການຄ້າຂາຍຢາເສບຕິດ(ຢາບ້າ) ຕາມປະມວນກົດໝາຍອາຍາ ມາດຕາ 315 ແຫ່ງ ສ ປ ປ ລາວ, ເຊິ່ງການກະທຳຂອງພວກຈໍາເລີຍແມ່ນສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ ທັງເປັນການກະທຳຜິດໂດຍເຈດຕະນາ ເຄື່ອນໄຫວຊື້-ຂາຍຢາບ້າທັງໆ ທີ່ຈໍາເລີຍກໍ່ຮູ້ດີວ່າການກະທຳດັ່ງກ່າວແມ່ນຜິດຕໍ່ກົດໝາຍຂອງບ້ານເມືອງ ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ສານປະຊາຊົນ ແຂວງວຽງຈັນ ຈຶ່ງລົງໂທດຕັດສີນອິດສະຫຼະພາບ ທ້າວ ແຈັກ (ຈໍາເລີຍ 1) ມີຄວາມຜິດທາງອາຍາໃນສະຖານ ການມີຢາບ້າໄວ້ໃນຄອບຄອງ ຕະຫຼອດຊີວິດ ແລະ ປັບໄໝ 500 ລ້ານກີບ, ລົງໂທດຕັດອິດສະຫຼະພາບ ທ້າວ ລັງ (ຈຳເລີຍ 2 ) ຕະຫຼອດຊີວິດ ແລະ ປັບໄໝ 800 ລ້ານ ກີບ.

ຂ່າວ ປກສ ແຂວງວຽງຈັນ : ຈັນດາລາ

Leave a Reply

Your email address will not be published. Required fields are marked *