ໃນທ້າຍເດືອນທີ່ຜ່ານມາ, ເຈົ້າໜ້າທີ່ໜ່ວຍງານຕຳຫຼວດສະກັດກັ້ນ ແລະ ຕ້ານ ຢ ປກສ ເມືອງສິງ ແຂວງຫຼວງນ້ຳທາ ສາມາດຈັບເປົ້າໝາຍ ຢ ໄດ້ 3 ຄົນ ພ້ອມ ຢ ບ ລວມທັງໝົດ 1.260 ເ ມັ ດ ໄປດຳເນີນຄະດີຕາມກົດໝາຍ.

ເຈົ້າໜ້າທີ່ ປກສ ເມືອງສິງ ໃຫ້ຮູ້ວ່າ: ຜູ້ຖືກຫາ ທັງສາມ ຊື່ ທ້າວ ຈາຮື ອາຍຸ 23 ປີ ຢູ່ບ້ານຕາໝີ ມີ ຢ ບ 255 ເມັດ; ທ້າວ ຕົງເຊົ້າທໍ່ ອາຍຸ 30 ປີ ຢູ່ບ້ານກາງໂພນສິງ ມີ ຢ ບ 996 ເ ມັ ດ ແລະ ທ້າວ ອາໂຕ ອາຍຸ 28 ປີ ຢູ່ບ້ານຜີເຍີ ມີ 9 ເ ມັ ດ, ທັງ 3 ຄົນ ຢູ່ເມືອງສິງ ແຂວງຫຼວງນ້ຳທາ

ຜ່ານການສອບສວນ ໃນເບື້ອງຕົ້ນ ພວກກ່ຽວສາລະພາບວ່າ: ຢ ທີ່ເຈົ້າໜ້າທີ່ ກວດກາພົບເຫັນແມ່ນຂອງພວກກ່ຽວແທ້, ເຊິ່ງໄດ້ພົວພັນຊື້ນຳຄົນຮູ້ຈັກ ຢູ່ພາຍໃນເຂດເມືອງລອງ ແລະ ເມືອງສິງ ເພື່ອເອົາມາໄວ້ ສ ແລະ ຂ າ ຍໃຫ້ກັບກຸ່ມໄວລຸ້ນທີ່ ມົ້ ວ ສຸ ມ ຢ ບ ຢູ່ພາຍໃນບ້ານ ແລະ ບ້ານໃກ້ຄຽງ.

May be an image of 3 people, people sitting and text

ປັດຈຸບັນ,ຜູ້ຖືກຫາທັງສາມຄົນ ໄດ້ສົ່ງໃຫ້ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ສືບຕໍ່ສອບສວນຂະຫຍາຍຜົນ ເພື່ອຕິດຕາມຈັບຜູ້ທີ່ຖືກຊັດທອດໃນການພົວພັນ ຊື້ ຂ າ ຍຢ ບ ນຳກັນ ມາດຳ ເນີນຄະດີຕາມກົດໝາຍ.

Leave a Reply

Your email address will not be published. Required fields are marked *