ຊົມເຊີຍຊາວນະຄອນຫຼວງວຽງຈັນ ຮ່ວມໃຈກັນລາຍງານຕົວເພື່ອກວດກາຫາເຊື້ອ ແລະ ສັກຢາປ້ອງກັນ ເພື່ອຄວບຄຸມ, ສະກັດກັ້ນບໍ່ໃຫ້ພະຍາດໂຄວິດ-19 ສືບຕໍ່ລະບາດ.
ໃນວັນທີ 21 ເມສາ 2021 ພາຍຫຼັງ ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ອອກຄຳແນະນຳເພິ່ມເຕີມຕໍ່ຜູ້ທີ່ສົງໃສສຳພັດໃກ້ຊິດກັບ ກໍລະນີເບີ 59 ແລະ 60 ວ່າ: ໃຫ້ໄປກວດຕາມສະຖານທີ່ກຳນົດຂອງແຕ່ລະເຂດ, ເຫັນໄດ້ວ່າ ປະຊາຊົນຜູ້ທີ່ສົງໃສແມ່ນໃຫ້ຄວາມຮ່ວມມືເຂົ້າມາເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດ ນີ້ສະແດງໃຫ້ເຫັນຄວາມມີນ້ຳໃຈຮັບຜິດຊອບ, ຄວາມຮັກຊາດ, ຮັກບ້ານເກີດເມືອງນອນ, ຮັກຄອບຄົວ, ຮັກຕົນເອງ ທີ່ພ້ອມກັນເອົາໃຈໃສ່ຈິງໃຈເຂົ້າມາກວດຫາເຊື້ອພະຍາດ ເພື່ອເປັນການຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ COVID-19 ໃນໄລຍະໃໝ່.
ດັ່ງທີ່ທາງຄະນະສະເພາະກິດຂັ້ນສູນກາງໄດ້ຖະແຫຼງຂ່າວຜ່ານໄປແລ້ວ ກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີເບີ 59 ແລະ 60 ໄດ້ມີປະຫວັດພົວພັນກັບຜູ້ທີ່ລັກລອບເຂົ້າປະເທດເຮົາແບບຜິດກົດໝາຍ. ຜູ້ທີ່ລັກລອບເຂົ້າມານັ້ນແມ່ນມາຈາກປະເທດທີ່ມີການລະບາດພາຍໃນຊຸມຊົນຮຸນແຮງ, ບວກໃສ່ປະເທດເພື່ອນບ້ານໄດ້ມີເຊື້ອພະຍາດໂຄວິດ-19 ທີ່ກາຍພັນຢູ່ນຳ ຈຶ່ງເຮັດໃຫ້ການການແຜ່ເຊື້ອພະຍາດຮອບນີ້ໄວ, ງ່າຍ ແລະ ກວມພຶ້ນທີ່ທົ່ວປະເທດ.
ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍຊົມເຊີຍສະຕິຕື່ນຕົວຂອງພວກກ່ຽວທັງໝົດ ທີ່ຈິງໃຈເຂົ້າລາຍງານ ແລະ ເອົາໃຈໃສ່ປະຕິບັດມາດຕະການຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ທີ່ທາງລັດຖະບານລາວໄດ້ວາງອອກ, ຕໍ່ຜູ້ທີ່ສົງໃສ ແລະ ຍັງບໍ່ເຂົ້າລາຍງານຕົນເອງໃຫ້ຮີບຮ້ອນເຂົ້າລາຍງານ ເພື່ອຄວບຄຸມແຕ່ຫົວທີບໍ່ໃຫ້ມີການແຜ່ລະບາດ, ຖ້າຮູ້ວ່າຕົນເອງໄດ້ມີການສຳພັດ ແລະ ໃກ້ຊິດກັບຜູ້ຕິດເຊື້ອ ບໍ່ຕັ້ງໜ້າກັກກັນຕົນເອງ ແລະ ຍັງໄປທົ່ວທີບແຜ່ເຊື້ອໃຫ້ກັບຜູ້ອື່ນ ເຈົ້າໜ້າທີ່ຊອກຮູ້ກວດພົບ ກໍ່ຈະມີຄວາມຮັບຜິດຊອບທາງແພ່ງ ແລະ ທາງອາຍາຕາມປະມວນກົດໝາຍອາຍາ ປີ 2017 ມາດຕາ 115, ມາດຕາ 199 ແລະ ຂໍໃຫ້ທຸກທ່ານທີ່ອາໄສຢູ່ເຂດຊາຍແດນແມ່ນ້ຳຂອງ ໃຫ້ຊ່ວຍກັນເປັນຫູເປັນຕາ ສືບຕໍ່ລາຍງານທຸກໆເຫດການກ່ຽວກັບການລັກລອບເຂົ້າປະເທດຂອງບຸກຄົນ ຫຼື ກຸ່ມຄົນໃດໜຶ່ງ. ທຸກໆການລາຍງານຈະຊ່ວຍປ້ອງກັນໃຫ້ປະເທດຂອງພວກເຮົາຫຼຸດຜ່ອນການເກີດລະບາດຂອງພະຍາດໂຄວິດ-19 ຮອບໃໝ່, ພວກເຮົາທຸກຄົນຕ້ອງຮ່ວມໃຈກັນສະກັດກັ້ນບໍ່ໃຫ້ມີການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດຂອງພວກເຮົາ ແລະ ຕໍ່ກັບຜູ້ທີ່ລັກລອບເຂົ້າມາແລ້ວບໍ່ຈິງໃຈລາຍງານ ເຈົ້າໜ້າທີ່ສືບຮູ້ຈະໄດ້ນຳໃຊ້ມາດຕະການປັບໃໝຢ່າງເຂັ້ມງວດ.