ຄໍາຊີ້ແຈງTyna Soutthida: ກ່ອນອື່ນຫມົດຕິນ່າຕ້ອງຂໍໂທດມາຍັງພໍ່ແມ່ອ້າຍເອື້ອຍນ້ອງປະຊາຊົນທຸກຄົນທີ່ໄດ້ເຮັດໃຫ້ສັງຄົມເກີດຄວາມວຸ້ນວາຍ ແລະ ມີຜົນກະທົບຫລາຍໆຢ່າງແບບນີ້…. ແລະ ຕິນ່າເອງກໍ່ຢາກຂໍຂອບໃຈສຳລັບຫລາຍໆຄົນທີ່ໄດ້ໃຫ້ຄຳແນະນຳ ແລະ ການແກ້ໄຂເພື່ອເປັນທາງອອກໃຫ້ເລື່ອງດັ່ງກ່າວທີ່ເກີດຂື້ນ. ສະນັ້ນໃນຕອນນີ້ແມ່ນຕິນ່າເອງໄດ້ແຈ້ງທາງຫນ່ວຍສະເພາະກິດກ່ຽວກັບສະຖານທີ່ໆເອື້ອຍຮັກອາໄສຢູ່ ແລະ ສະຖານທີ່ປັດຈຸບັນເປັນທີ່ຮຽບຮ້ອຍແລ້ວ.

ກ່ອນອື່ນຫມົດຕິນ່າຕ້ອງຂໍໂທດມາຍັງພໍ່ແມ່ອ້າຍເອື້ອຍນ້ອງປະຊາຊົນທຸກຄົນທີ່ໄດ້ເຮັດໃຫ້ສັງຄົມເກີດຄວາມວຸ້ນວາຍ ແລະ ມີຜົນກະທົບຫລາຍໆຢ່າງແບບນີ້. ແລະ ຕິນ່າເອງກໍ່ຢາກຂໍຂອບໃຈສຳລັບຫລາຍໆຄົນທີ່ໄດ້ໃຫ້ຄຳແນະນຳ ແລະ ການແກ້ໄຂເພື່ອເປັນທາງອອກໃຫ້ເລື່ອງດັ່ງກ່າວທີ່ເກີດຂື້ນ….ສະນັ້ນໃນຕອນນີ້ແມ່ນຕິນ່າເອງໄດ້ແຈ້ງທາງຫນ່ວຍສະເພາະກິດກ່ຽວກັບສະຖານທີ່ໆເອື້ອຍຮັກອາໄສຢູ່ ແລະ ສະຖານທີ່ປັດຈຸບັນເປັນທີ່ຮຽບຮ້ອຍແລ້ວ.
1. ບໍ່ໄດ້ຮູ້ຈັກກັບຄົນໄທເປັນການສ່ວນຕົວ
2. ຖືກຕົວະວ່າເຂົາມາຢູ່ລາວດົນແລ້ວ
3. ຕິນ່າຢູ່ແຕ່ວຽງຈັນບໍ່ໄດ້ອອກໄປສະຫວັນນະເຂດ ຫລື ແຂວງອື່ນໆ
4. ຄົນທີ່ຕິດເຊື້ອບາງຄົນແມ່ນຕິດພ້ອມກັນກັບຕິນ່າເພາະຫລີ້ນຢູ່ກຸ່ມດຽວກັນກັບຄົນໄທ
ສະນັ້ນຕິນ່າເອງກໍ່ຂໍໂທດ ແລະ ຂໍອະໄພມາຍັງພໍ່ແມ່ປະຊາຊົນທຸກໆຄົນທີ່ເຮັດໃຫ້ເກີດເຫດການແບບນີ້ເກີດຂື້ນ.

ຫຼ້າສຸດ ຈັງວັດໜອງຄາຍແຈ້ງການດ່ວນ! ຫ້າມບຸກຄົນພາຍນອກອອກນອກພື້ນທີ່ ຈັງວັດໜອງຄາຍ ລະຫວ່າງ 21ຫາ 30 ເມສານີ້

.

.

1-13 ເມສາ : ເຮັດວຽກ ແລະ ພັກຢູ່ທີ່ ແຂວງສະຫວັນນະເຂດ ສປປ.ລາວ
14 ເມສາ : ເດີນທາງເຂົ້າປະເທດໄທ ທາງເຮືອ ທີ່ຈັງຫວັດ ມຸກດາຫານ (ຈື່ບໍລິເວນທ່າເຮືອຂຶ້ນບໍ່ໄດ້)
ເວລາ 13:00 ໝູ່ຜູ້ຊາຍ ໄປຮັບທີ່ທ່າເຮືອແຫ່ງໜຶ່ງ ໂດຍໃຊ້ລົດສ່ວນຕົວ (ຜູ້ປ່ວຍຢືນຢັນ ຈັງຫວັດໜອງຄາຍ ລາຍທີ່ 12) ຫລັງຈາກນັ້ນ ເຂົ້າພັກທີ່ໂຮງແຮງແຫ່ງໜຶ່ງ ບໍ່ຮູ້ຕຳແໜ່ງທີ່ຕັ້ງ ບໍ່ໄດ້ອອກໄປໃສ
15 ເມສາ ໝູ່ຜູ້ຊາຍບອກວ່າ ສຳຜັດກັບໝູ່ທີ່ຕິດໂຄວິດ-19 (ຜູ້ປ່ວຍຢືນຢັນລາຍທີ່ 10) ເລີ່ມມີອາການໄຂ້ ໜາວສັ່ນ ຫາຍໃຈບໍ່ສະດວກ ຂັບລົດພ້ອມໝູ່ຜູ້ຊາຍ ໄປຈັງຫວັດໜອງຄາຍ
16 ເມສາ ເວລາ 3:51 ເຂົ້າຮັບການຮັກສາເປັນຜູ້ປ່ວຍ ທີ່ໂຮງໝໍ ໜອງຄາຍ ແລະ ກວດກວດຫາເຊື້ອ COVID-19 ເວລາ 20:47 ກວດພົບເຊື້ອ COVID-19 ແລະ ຮັກສາທີ່ຫ້ອງແຍກໂລກ