ຂປລ. ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 20 ເມສາ 2021ນີ້,ທາງຄະນະສະເພາະກິດຂັ້ນນະຄອນ ໄກສອນ ພົມວິຫານ ນຳໂດຍທ່ານ ແຖ່ນແກ້ວ ພົມບິດາ ຮອງເຈົ້ານະຄອນ ໄກສອນ ພົມວິຫານ ພ້ອມຄະນະສະເພາະກິດຂັ້ນນະຄອນ ໄດ້ລົງກວດກາເບິ່ງເຮືອຢູ່ຕາມລຳແມ່ນ້ຳຂອງ ບ້ານທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ ເພື່ອຊີ້ນໍາພໍ່ແມ່ປະຊາຊົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໂດຍສະເພາະ ເຈົ້າຂອງເຮືອທຸກປະ ເພດເຮືອຫາປາ, ເຮືອບັນທຸກສິນຄ້າ, ເຮືອດູດແຮ່-ຊາຍ ແລະ ເຮືອອື່ນໆ ໃຫ້ຢຸດຕິການເດີນເຮືອ ຊົ່ວຄາວຕາມລຳແມ່ນ້ຳຂອງນັບແຕ່ວັນທີ 19-30 ເມສາ 2021 ເພື່ອຫລີກລ່ຽງການລັກລອບຂົນສົ່ງຄົນຂ້າມມາຝັ່ງລາວ ແລະ ອື່ນໆ.

May be an image of 1 person, standing and outdoors

.

May be an image of 2 people, people standing, people sitting and body of water

ພ້ອມທັງ ຫ້າມບໍ່ໃຫ້ບຸກໃດເອົາເຮືອໄປຮັບແຮງງານຈາກປະເພື່ອນບ້ານ, ຖ້າລະເມີດຄັ້ງທີ 1 ຈະຖືກປັບໃໜ 5 ລ້ານກີບ ພ້ອມເຮັດບົດທຶກກ່າວເຕືອນ, ຖ້າມີການລະເມີດຄັ້ງຕໍ່ໄປແມ່ນຈະຖືກດຳເນີນຄະດີຕາມລະບຽບກົດໜາຍ, ຖ້າກໍລະນີຫາກຮັບເອົາແຮງງານເຂົ້າມາແລະ ເປັນສາເຫດຂອງການແຜ່ລະບາດເຊື້ອໃນຊຸມຊົນ ແມ່ນໃຫ້ເຈົ້າຂອງເຮືອເປັນຜູ້ຮັບຜິດ ຊອບຕໍ່ການເສຍທຸກຢ່າງທີ່ເກີດຂຶ້ນ ພ້ອມທັງຈັດຕັ້ງກຳລັງ ປກສ ກອງຫລອນບ້ານ ປ້ອງກັນເວນຍາມ ເພື່ອກວດກາລາດຕະເວນຕາມຊາຍແດນ ເນື່ອງຈາກປັດຈຸບັນ ບັນດາປະ ເທດໃນໂລກ ຍັງມີສະພາບການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ຢ່າງຮຸນແຮງ ແລະ ເພີ່ມຂຶ້ນເລື້ອຍໆ ໂດຍສະເພາະແມ່ນປະເທດເພື່ອນບ້ານໃກ້ຄຽງ ທີ່ມີການລະບາດເປັນວົງກວ້າງ.

May be an image of lake

Leave a Reply

Your email address will not be published. Required fields are marked *