ອັບເດດການພົວພັນຂອງ Case 59 ທີ່ໄປໃຊ້ບໍລິການຮ້ານນວດ 1111. ກໍລະນີທີ່ໄດ້ສໍາຜັດກັບຜູ້ຕິດເຊື້ອໂຄວິດ 19 case ທີ 59 ມີ 2 ກໍລະນີ:
- ກໍລະນີ 1: ນາງຫຼ້າ ອາຍຸ 28 ປີ ອາໄສພັກເຊົ່າໃນຮ້ານນວດ
- – ນາງຫຼ້າໄດ້ເປັນຄົນນວດໃຫ້ຜູ້ຕິດເຊື້ອ ມາໃຊ້ບໍລິການນວດວັນທີ 12 ເມສາ 2021 ຕອນສວາຍ
- – ນາງຫຼ້າໄດ້ເລີ່ມມີອາການເຈັບຄໍມີໄຂ້ ປວດຕາມຕົນໂຕເມື່ອຍເຈັບຫົວວັນທີ 15 ເມສາ 2021
- – ວັນທີ 16 ເມສາ 2021 ແມ່ນເລີ່ມມີອາການໄອ
- – ນາງຫຼ້າໄດ້ອອກໄປອາໃສຢູ່ນໍາໝູ່ຊື່ນາອຸ່ນ ອາຍຸ 26 ປີ ຢູ່ຮອງແກເປັນອາພາດເມັ້ນ
- – ນາງ ອຸ່ນໄດ້ມີອາການໄຂ້ ວັນທີ 19 ເມສາ 2021
- – ວັນທີ 20 ເມສາ 2021 ນາງຫຼ້າ ແລະ ນາງອຸ່ນໄປກວດຢູ່ໂຮງໝໍ 150 ຕຽງ
ກໍລະນີທີ 2: ນາງ ມີ ອາຍຸ 28 ປີ ບ້ານສະພັງໝໍ້ ພັກປີໃໝ່ວັນທີ 13-16 ແມ່ນໄດ້ກັບບ້ານໂພນແກ້ວ ເມືອງນາຊາຍທອງ
- ນາງມີ ເລີ່ມເປັນຫວັດທີ 12 ເມສາ 2021 ເປັນຄົນນວດໃຫ້ຜູ້ຊາຍຄົນໄທທີ່ມາພ້ອມຄົນທີ່ິຕິດເຊື້ອ case 59 , ນາງມີ ມີອາການເຈັບຄໍປວດຕາມຕົນໂຕເລີຍໄດ້ໄປກວດຢູ່ໂຮງໝໍ 150 ຕຽງ ພ້ອມນາງຫຼ້າ
- ພາຍໃນ 3 ມື້ວັນທີ 17 – 19 ມີຄົນມາໃຊ້ບໍລິການ
- ວັນທີ 17 = 33 ຄົນ
- ວັນທີ 18 = 27 ຄົນ
- ວັນທີ 19 = 34 ຄົນ
- ວັນທີ 20 ເມສາ 2021 ມີຄົນມາໃຊ້ບໍລິການ 4 ຄົນ
- ພະນັກງານທັງໝົດມີ 16 ຄົນ ນອນໃນຮ້ານ 7 ຄົນ
- ຂໍ້ມູນຈາກ FB: P’Vathana Cnd (ບອກວ່ານີ້ແມ່ນການບັນທຶກສໍາພາດຮ້ານນວດ 1111)

ທີ່ມາ ເພຈ: Talk to teen – ໄວລຸ້ນລາວ
