ອອກມາແລ້ວ! ນະຄອນຫຼວງ ອອກຄໍາສັ່ງ ປິດຊົ່ວຄາວ ຫຼາຍສະຖານທີ່
ອີງຕາມແຈ້ງການເລກທີ 004/ສພກ.ນວ, ລົງວັນທີ 28 ເມສາ2021 ແມ່ນສັ່ງປິດຊົ່ວຄາວບາງສະຖານທີ່ ທີ່ມີ ຄວາມສ່ຽງຕໍ່ການແພ່ເຊື້ອພະຍາດໂຄວິດ-19 ເທົ່ານັ້ນ ຢູ່ນະຄອນຫລວງວຽງຈັນ ແຕ່ ວັນທີ 20 ເມສາ ຫາ 4 ພຶດສະພາ 2021, ໂດຍສະເພາະແມ່ນ ສະຖານທີ່ ທີ່ຜູ້ຕິດ ເຊື້ອກໍລະນີທີ 59 ໄປ.
ໃນນັ້ນ ໄດ້ຫ້າມເຄື່ອນໄຫວກິດ ຈະການຢູ່ສອງຮ້ານ ທີ່ບໍ່ມີໃບອະນຸ ຍາດດຳ ເນີນທຸລະກິດຄື: ຮ້ານ Funny 89, ບ້ານທ່າສະຫວ່າງ, ເມືອງໄຊທານີ, ຮ້ານນວດ 1111, ບ້ານໜອງບອນ, ເມືອງໄຊເສດຖາ ແລະ
ປິດຊົ່ວຄາວ ໂຮງແຮມເຈືອງ 2, ບ້ານສີບຸນເຮືອງ, ເມືອງຈັນທະບູລີ, ຮ້ານບັນເທີງວ໋ອດຄລັບ, ບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບຸລີ, ຮ້ານ Karaoke 8118, ບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ, ຮ້ານເຂົ້າປຽກໄກ່ຜູ້ໂອກ, ບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ, ບ້ານໂພນສະຫວ່າງ, ເມືອງຈັນທະບູລີ (ເຮືອນຜູ້ຕິດເຊື້ອ), ໂຮງຮຽນພາສາອັງກິດ Vientiane College ບ້ານໜອງບອນ, ເມືອງໄຊເສດຖາ, 2 ໂຮງຮຽນມິດຕະພາບ ລາວ-ຫວຽດ, ບ້ານໂພນພະເນົາ, ເມືອງໄຊເສດຖາ (ບ່ອນນ້ອງສາວຜູ້ຕິດເຊື້ອເຂົ້າຮຽນ) ແລະ ໂຈະຊົ່ວຄາວການເຂົ້າຮ່ວມກິດຈະກໍາ ແລະ ພິທີກໍາທາງສາສະໜາ ຂອງປະຊາຊົນ ຢູ່ວັດສີເມືອງ, ເມືອງສີສັດຕະນາກ.
ແຈ້ງການເລກທີ 004/ສພກ.ນວ ຍັງລະບຸແຈ້ງ: “ສໍາລັບຮ້ານອາຫານ, ກິດຈະການ ແລະ ສະຖານທີ່ອື່ນໆ ທີ່ມີຜູ້ໃຊ້ບໍລິການ ກິນ, ດື່ມ ແລະ ຈັດກິດຈະກໍາທີ່ເຕົ້າໂຮມຄົນຈໍານວນຫລາຍ ແມ່ນໃຫ້ປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ( ຮັກສາໄລຍະຫ່າງ, ວັດແທກອຸນຫະພູມ, ມີນໍ້າຢາລ້າງມື, ມີຜ້າອັດປາກ-ດັງ) ແລະ ໃນໄລຍະນີ້ ຖ້າບໍ່ຈໍາເປັນ ແມ່ນໃຫ້ຊາວນະຄອນ ຫລວງວຽງຈັນ ຫລີກລ່ຽງການກິນອາຫານຢຸ່ຮ້ານ, ໃຫ້ຊື້ໄປກິນຢູ່ເຮືອນເອົາ”.

.

.
