ອີງຕາມ ປະມວນກົດໝາຍອາຍາ ມາດຕາ 205, 206 ແລະ 207 : ການນິທານ ແລະ ການໃສ່ຮ້າຍ, ໄດ້ກໍານົດມາດຕະການລົງໂທດ ແລະ ປັບໃໝ ຄົນທີ່ ນິນທາ ແລະ ໃສ່ຮ້າຍຄົນອື່ນດັ່ງນີ້:

ອີງຕາມ ປະມວນກົດໝາຍອາຍາ ມາດຕາ 199: ການແຜ່ເຊື້ອພະຍາດທີ່ຮ້າຍແຮງ.

“ຜູ່ຕິດເຊື້ອພະຍາດທີ່ຮ້າຍແຮງ, ຫາກນໍາເອົາເຊື້ອພະຍາດນັ້ນ ໄປແຜ່ຂະຫຍາຍສູ່ບຸກຄົນອື່ນໂດຍເຈຕະນາ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີຫາ ຫ້າປີ ແລະ ຈະຖືກປັບໃໝເງິນແຕ່ 10.000.000 ກີບ ຫາ 50.000.000 ກີບ.

ບຸກຄົນໃດ ໂດຍເຈດຕະນາ ຫາກນໍາເອົາເຊື້ອພະຍາດທີ່ຮ້າຍແຮງ ໄປແຜ່ຂະຫຍາຍສູ່ບຸກຄົນອື່ນໂດຍເຈຕະນາ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫ້າປີ ຫາ ສິບປີ ແລະ ຈະຖືກປັບໃໝເງິນແຕ່ 30.000.000 ກີບ ຫາ 70.000.000 ກີບ.

ໃນກໍລະນີທີ່ຜູ່ກະທໍາຜິດ ຫາກນໍາເອົາເຊື້ອພະຍາດທີ່ຮ້າຍແຮງນັ້ນ ໄປແຜ່ຂະຫຍາຍສູ່ບຸກຄົນອື່ນ ເປັນອາຈີນໂດຍເຈຕະນາ ຫຼື ມີການຈັດຕັ້ງເປັນກຸ່ມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ເຈັດປີຫາ ສິບຫ້າປີ ແລະ ຈະຖືກປັບໃໝເງິນແຕ່ 50.000.000 ກີບ ຫາ 70.000.000 ກີບ.

Cr: ສານປະຊາຊົນສູງສຸດ ແຫ່ງ ສປປລາວ

Leave a Reply

Your email address will not be published. Required fields are marked *