ໃນວັນທີ 20.04.2021 ເວລາ 08:57ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີອຸບັດຕິເຫດຂັບຂີ່ລົດໃຫຍ່+ລົດຈັກຢູ່ເສັ້ນທາງບ້ານ ຄອນຄຳ ເມືອງປາກອູ ນະຄອນຫລວງພະບາງ ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດ1ຄົນ ເພດຊາຍ01ຄົນ ຊື່:ທ້າວ ພອນສະຫວັນ ອາຍຸປີ38 ບ້ານຫາດປາງແມ່ແລະລູກນຳສົ່ງໂຮງໝໍເມືອງປາກອູກ່ອນ.

.

.

ດັ່ງນັ້ນໜ່ວຍງານກູ້ຊີບອົງການກາແດງລາວຮັບຕໍ່ນຳສົ່ງໂຮງໝໍເເຂວງຫຼວງພະບາງຜູ້ເປັນ
ແມ່: ນາງ ແກ້ວອາຍຸ30ປີ ບ້ານຫາດປາງອາການ:ມີບາດແຜຈີກຢູ່ຫນ້າຜາກເສຍເລືອດຫຼາຍ,ກະທົບຫົວຜູ້ເປັນ
ລູກ:ທ້າວ ເມກ ອາຍຸ2ປີ ບ້ານຫາດປາງອາການ:ແຂນເບື້ອງຂວາຫັກປິດ,ໝົດສະຕິ.

.

ສ່ວນສົບຜູ້ເສຍຊີວິດເເມ່ນນຳສົ່ງໂຮງເຢັນໂຮງໝໍເເຂວງຫຼວງພະບາງທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ

.

ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ.