ພະແນກຕຳຫຼວດ ປ້ອງກັນເສດຖະກິດ ເອົາໃຈໃສ່ແກ້ໄຂຕາມການແຈ້ງຂໍ້ມູນຂອງສັງຄົມ ກໍລະນີມີຫົວໜ່ວຍທຸລະກິດ ລະເມີດຂໍ້ຕົກລົງເລກທີ 262/ພປທສ ຢ່າງເຂັ້ມງວດ.
ໂດຍປະຕິບັດຕາມໜັງສືແຈ້ງການ ຂອງພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານນະຄອນຫຼວງວຽງຈັນ ສະບັບເລກທີ 262/ພປທສ ລົງວັນທີ 13 ເມສາ 2021 ວ່າດ້ວຍການໂຈະໃຫ້ບໍລິການຊົ່ວຄາວ ຮ້ານອິນເຕີເນັດກາເຟ ຢູ່ ນວ. ອີງຕາມການແຈ້ງຂໍ້ມູນຂອງສັງຄົມຜ່ານເບີຮັບແຈ້ງຂໍ້ມູນ ປກສ ນວ, ສະນັ້ນ ພະແນກຕໍາຫຼວດປ້ອງກັນເສດຖະກິດ ໄດ້ສົມທັບກັບອຳນາດການປົກຄອງບ້ານລົງກວດກາບັນດາຮ້ານອິນເຕີເນັດທີ່ລັກເປີດໃຫ້ບໍລິການ ເຊິ່ງຜ່ານການຈັດຕັ້ງປະຕິບັດແຕ່ວັນທີ 13 ເມສາ 2021 ສາມາດກວດພົບມີທັງໝົດ 4 ຮ້ານຄື:

1) ຮ້ານ ປ໊ອກ ອິນເຕີເນັດກາເຟ, ຕັ້ງຢູ່ບ້ານໂນນແກ້ວ ເມືອງສີໂຄດຕະບອງ ນວ, 2) ຮ້ານອິນເຕີເນັດ ST ຕັ້ງຢູ່ບ້ານສີຊົມຊື່ນ ເມືອງສີໂຄດຕະບອງ, 3) ຮ້ານອິນເຕີເນັດ ALLBET 1212 ຕັ້ງຢູ່ບ້ານຄຳສະຫວາດ ເມືອງໄຊເສດຖາ ນວ, 4) ຮ້ານອິນເຕີເນັດໃຈນ້ອຍ ຕັ້ງຢູ່ບ້ານຈອມເພັດໃຕ້ ເມືອງສີສັດຕະນາກ ນວ ເຊິ່ງທັງໝົດເຈົ້າໜ້າທີ່ໄດ້ສຶກສາອົມຮົມກ່າວເຕືອນ ແລະ ເຮັດບົດບັນທຶກ ຖ້າມີການລັກເປີດໃຫ້ບໍລິການອີກ ແມ່ນຈະໄດ້ນຳໃຊ້ມາດຕະການທາງກົດໝາຍຢ່າງເຂັ້ມງວດ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດ, ຮ້ານບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດກາເຟຕ່າງໆ ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດຢ່າງເຂັ້ມງວດ ໂດຍໃຫ້ປິດສະຖານທີ່ໃຫ້ບໍລິການຂອງຕົນ ເພື່ອປ້ອງກັນສະກັດກັ້ນບໍ່ໃຫ້ພະຍາດໂຄວິດ-19 ມີາກນແຜ່ລະບາດຢູ່ນະຄອນຫຼວງວຽງຈັນ.

ການຕື່ນຕົວຂອງທຸກຄົນໃນສັງຄົມໃນການປະຕິບັດມາດຕະການ ຈະຊ່ວຍໃຫ້ພວກເຮົາມີຄວາມປອດໄພ. ສະເໜີມາຍັງນະຄອນຫຼວງວຽງຈັນ ເປັນຫູເປັນຕາຊ່ວຍກັນ, ຖ້າເຫັນສະຖານທີ່ທຸລະກິດໃດຍັງລະເມີດ, ຮູ້ວ່າບຸກຄົນໃດທີ່ມາແຕ່ພື້ນທີ່ສ່ຽງ, ບໍ່ໄປກວດກາຫາເຊື້ອ, ບໍ່ໄປກັກກັນ ແມ່ນໃຫ້ແຈ້ງມາທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.