ເຕືອນໄພສຸຂະພາບ ຈາກ ຜູ່ໃຊ້ເຟສບຸກ Parn Inthavong ທີ່ໄດ້ໂພສລົງເຟສ ໃນວັນທີ 17 ເມສາ 2021 ກ່ຽວກັບ ຄົນຈໍານວນຫຼາຍ ຖອກທ້ອງ ກະທັນຫັນ ພາຍຫຼັງກິນໝາກໂມ. ໂດຍມີຂໍ້ຄວາມວ່າ: ເລົ່າປະສົບການໝາກໂມເຮັດເສັ້ນ. ເລື່ອງມີຢູ່ວ່າມື້ວານນີ້ວັນທີ່ 16.4.2021ພວກຂ້ອຍເດີນທາງຈາກຊຽງຂວາງມາວຽງຈັນ ລະຫວ່າງທາງກຳລັງຂີ່ລົດມາແມ່ນໄດ້ແວ່ຊື້ໝາກໂມຢູ່ເມືອງຄູນ (ຂາຍຢູ່ລົດຮອນໄດແຄມທາງ) ມານຳກັນ10 ຄົນຜູ້ບໍ່ກິນໝາກໂມ່ແມ່ນບໍ່ເປັນຫຍັງ ສ່ວນ 7 ຄົນທີ່ກິນໝາກໂມແມ່ນມີອາການຖອກທ້ອງ ເຈັບຫົວ ໜາວສັ່ນ ບໍ່ມີແຮງ ບາງຄົນກະຮາກແຕກ ສຸດທ້າຍກະໄດ້ມາໂຮງໝໍທຸກຄົນ ຫຼາບເລີຍໝາກໂມບໍ່ກ້າກິນແລ້ວ.

ເຊິ່ງທາງ ຄົນເຈັບ ແມ່ນພາກັນໄປປິ່ນປົວທີ່ໂຮງໝໍ. ຂໍໃຫ້ພາກສ່ວນກ່ຽວຂ້ອງໄດ້ກວດສອບບັນຫານີ້, ໂດຍສະເພາະ ການປູກ ແລະ ຂາຍໝາກໂມ ວ່າ ມີຄວາມປອດໄພບໍ່.

ທີ່ມາ

Leave a Reply

Your email address will not be published. Required fields are marked *