ຄຳຖະແຫຼງ ຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ (ວັນຈັນ, ວັນທີ 19 ເມສາ 2021, ທີ່ ສຳນັກງານນາຍົກລັດຖະມົນຕີ)
ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນ ຕະຫຼອດຮອດຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ຢູ່ ສປປ ລາວ ທີ່ເຄົາລົບ ຮັກແພງ ທັງຫຼາຍ !
ດັ່ງທີ່ພວກເຮົາໝົດທຸກຄົນ ໄດ້ຮັບຊາບແລ້ວວ່າ ໃນເກືອບ 2 ປີມານີ້, ທົ່ວທັງໂລກ ພວກເຮົາ ໄດ້ຮ່ວມກັນຕໍ່ສູ້ກັບພະຍາດ COVID-19 ດ້ວຍມາດຕະການຕ່າງໆ ຢ່າງແຂງແຮງ, ທັງມີຄວາມຮັບຜິດຊອບຮ່ວມກັນຕະຫຼອດມາ, ຊຶ່ງໃນຂະບວນການດັ່ງກ່າວ ຫຼາຍປະເທດ ກໍໄດ້ຄົ້ນຄວ້າ ແລະ ນຳໃຊ້ຢາວັກຊີນ ເພື່ອໃຊ້ກັນພະຍາດດັ່ງກ່າວ ທັງມີການຊ່ວຍເຫຼືອສົງເຄາະໃຫ້ປະເທດອື່ນໆ ບົນຈິດໃຈມະນຸດສະທຳ. ເຖິງຢ່າງໃດກໍຕາມ, ສະພາບການແຜ່ລະບາດ ຂອງພະຍາດ COVID-19 ໃນທົ່ວໂລກ ກໍຍັງສືບຕໍ່ເກີດຂຶ້ນຢູ່ຊຸມຊົນຕ່າງໆ ຢ່າງກວ້າງຂວາງ ຊຶ່ງໃນບາງຊຸມຊົນ ແມ່ນໄດ້ກາຍພັນ ທີ່ບໍ່ສາມາດສະກັດກັ້ນ ແລະ ຄວບຄຸມ ຕາມແບບປົກກະຕິໄດ້ອີກ.
ສະເພາະ ສປປ ລາວ ພວກເຮົາ ເຫັນໄດ້ໄພອັນຕະລາຍ ຂອງພະຍາດດັ່ງກ່າວ, ພັກ-ລັດ ເຮົາ ໄດ້ວາງ ແລະ ປະກາດໃຊ້ນະໂຍບາຍ ກໍຄື ມາດຕະການຕ່າງໆ ແຕ່ຫົວທີ, ນະໂຍບາຍດັ່ງກ່າວ ໄດ້ກາຍເປັນການກະທຳຕົວຈິງ ຂອງທົ່ວປວງຊົນເຮົາຢ່າງກວ້າງຂວາງ ແລະ ມີຄວາມເປັນເອກະພາບສູງ. ພ້ອມດຽວກັນນັ້ນ, ເພື່ອນມິດປະເທດຕ່າງໆ ກໍໃຫ້ການຊ່ວຍເຫຼືອທັງທາງດ້ານວັດຖຸ ແລະ ຈິດໃຈ ຢ່າງຫຼວງຫຼາຍສົມຄວນ ອັນໄດ້ເຮັດໃຫ້ການປ້ອງກັນ ແລະ ສະກັດກັ້ນ ພະຍາດ COVID-19 ຢູ່ ສປປ ລາວ ໄດ້ຮັບຜົນດີສົມຄວນ ເມື່ອທຽບໃສ່ຫຼາຍປະເທດ ໃນໂລກ. ເລື່ອງນີ້ ພໍ່ແມ່ພີ່ນ້ອງ ກໍ່ໄດ້ຕິດຕາມຂ່າວ ຈາກສື່ມວນຊົນ ທາງການຂອງພວກເຮົາ ຢ່າງເປັນປົກກະຕິທຸກໆວັນ, ລາວເຮົາ ຍັງເປັນປະເທດ ຕິດເຊື້ອໜ້ອຍກວ່າໝູ່ ໃນບັນດາປະເທດອາຊຽນ.
ສຳລັບໃນຊ່ວງໄລຍະສະຫຼອງບຸນປີໃໝ່ລາວປີນີ້, ດ້ວຍຄວາມເປັນຫ່ວງເປັນໃຍ ຕໍ່ສຸຂະພາບ ແລະ ຊີວິດຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ ກໍຄື ຊາວຕ່າງປະເທດ ທີ່ດຳລົງຊີວິດ ຢູ່ ສປປ ລາວ, ລັດຖະບານ ໄດ້ອອກແຈ້ງການສຳລັບການສືບຕໍ່ເພີ່ມທະວີການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ ແລະ ໄດ້ມອບໃຫ້ ທ່ານຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທູນ ໃນນາມຫົວໜ້າຄະນະສະເພາະກິດ ເປັນຜູ້ຖະແຫຼງຢໍ້າຕື່ມອີກ ເມື່ອວັນທີ 12 ເມສາ 2021.
ຜ່ານການປະຕິບັດແຈ້ງການດັ່ງກ່າວ ໂດຍລວມແລ້ວ ແມ່ນພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ ຕະຫຼອດຮອດຊາວຕ່າງປະເທດທີ່ດຳລົງຊີວິດ ຢູ່ ສປປ ລາວ ແມ່ນປະຕິບັດໄດ້ດີ, ແຕ່ກໍສັງເກດເຫັນວ່າ ມີຄົນຈຳນວນໜຶ່ງ ຢູ່ບາງທ້ອງຖິ່ນ ຍັງຂາດສະຕິ ຄວາມຮັບຜິດຊອບ ຕໍ່ກັບການປະຕິບັດມາດຕະການຕ່າງໆ ທີ່ລັດຖະບານ ໄດ້ວາງອອກນັ້ນ ຈຶ່ງເກີດມີກໍລະນີຜູ້ຕິດເຊື້ອພະຍາດ COVID-19 ຕື່ມອີກ ພຽງແຕ່ໃນໄລຍະສະຫຼອງປີໃໝ່ ໄດ້ເພີ່ມຈາກ 49 ຄົນ ໃນວັນທີ 13 ເມສາ 2021 ມາເປັນ 58 ຄົນ ໃນວັນທີ 18 ເມສາ 2021 ໝາຍວ່າ ເພີ່ມອີກ 9 ຄົນ ຊຶ່ງເປັນອັດຕາສ່ວນທີ່ເພີ່ມຂຶ້ນໄວ ຖ້າທຽບໃສ່ໄລຍະຜ່ານມາ ໃນ 9 ຄົນນີ້ ໄດ້ມີການພົວພັນກັບຄົນອື່ນ ຊຶ່ງກໍ່ມີຄວາມສ່ຽງສູງ ຕໍ່ການຕິດເຊື້ອ 218 ຄົນ. ລາຍລະອຽດ ທາງຄະນະສະເພາະກິດ ກໍ່ໄດ້ຖະແຫຼງຂ່າວໄປແລ້ວ. ນີ້ ເປັນທ່າອ່ຽງບໍ່ດີ ສຳລັບປະເທດພວກເຮົາ, ສາຍເຫດຕິດເຊື້ອ ແມ່ນນຳມາຈາກຕ່າງປະເທດທັງໝົດ ນັບທັງເຂົ້າມາຢ່າງຖືກຕ້ອງ ແລະ ລັກລອບເຂົ້າມາແບບບໍ່ຖືກຕ້ອງ, ເລື່ອງນີ້ ຄະນະສະເພາະກິດ ກໍ່ໄດ້ຖະແຫຼງຂ່າວປະຈຳວັນ ລະອຽດໄປແລ້ວ.
ພໍ່ແມ່ ພີ່ນ້ອງ ທີ່ຮັກແພງທັງຫຼາຍ,
ເພື່ອສືບຕໍ່ເພີ່ມທະວີປ້ອງກັນ, ຄວບຄຸມ ສະກັດກັ້ນ, ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ພວກເຮົາ ຕ້ອງພ້ອມກັນ ເພີ່ມທະວີຄວາມຮັບຜິດຊອບ ຕໍ່ປະເທດຊາດ ແລະ ປະຊາຊົນຂອງພວກເຮົາ ດ້ວຍການມີສະຕິລະວັງຕົວ ໃຫ້ສູງກວ່າເກົ່າ ແລະ ເອົາໃຈໃສ່ປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ. ຂ້າພະເຈົ້າເຂົ້າໃຈວ່າ ບັນດາມາດຕະການດັ່ງກ່າວ ແມ່ນມີຄວາມບໍ່ສະດວກ ໃຫ້ພໍ່ແມ່ປະຊາຊົນ ໃນການດຳລົງຊີວິດປົກກະຕິ ແຕ່ກໍ່ຈຳເປັນ ພວກເຮົາຕ້ອງປ້ອງກັນຊີວິດຂອງປະຊາຊົນເຮົາ ເຮັດແນວໃດ ບໍ່ໃຫ້ມີການລະບາດຮຸນແຮງຂຶ້້ນ ດັ່ງຫຼາຍປະເທດ ໂດຍສະເພາະ ປະເທດທີ່ມີຊາຍແດນຕິດກັບລາວເຮົາ ທີ່ມີການລະບາດ ຮອບ 2 ຮອບ 3 ບາງມື້ຕິດເຊື້ອເພີ່ມຂຶ້ນ 1.500-1.800 ຄົນ.
ດັ່ງນັ້ນ ຂ້າພະເຈົ້າ ສະເໜີໃຫ້ເອົາໃຈໃສ່ຕື່ມ ດັ່ງນີ້:
- ໃຫ້ ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ຕະຫຼອດຮອດຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ຢູ່ ສປປ ລາວ ທຸກຄົນ ເພີ່ມຄວາມຮັບຮູ້ ເຂົ້າໃຈ ຕໍ່ຄວາມອັນຕະລາຍ ຂອງພະຍາດດັ່ງກ່າວ, ບົນພື້ນຖານນັ້ນ ຮຽກຮ້ອງໃຫ້ທຸກຄົນສືບຕໍ່ເພີ່ມທະວີການປະຕິບັດ ຄຳສັ່ງ, ຄຳແນະນຳ, ແຈ້ງການ ຂອງຄະນະສະເພາະກິດແຕ່ລະຂັ້ນ ທີ່ອອກມາແລ້ວນັ້ນ ໃຫ້ເຂັ້ມງວດ ດ້ວຍຄວາມເປັນເຈົ້າການ ແລະ ໃຫ້ຖືວ່າວຽກງານດັ່ງກ່າວ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຕົນ. ພ້ອມນີ້, ຮຽກຮ້ອງໃຫ້ ທຸກຄົນໃນສັງຄົມ ຮັບເອົາຂໍ້ມູນຂ່າວສານ ຢ່າງມີສະຕິ, ໃຫ້ເອົາໃຈໃສ່ ຕິດຕາມຂ່າວສານ ຈາກທາງການ, ບໍ່ໃຫ້ສົ່ງຕໍ່ຂ່າວລືຕ່າງໆ ທີ່ບໍ່ມາຈາກແຫຼ່ງທາງການ ທີ່ສ້າງຄວາມວຸ້ນວາຍສັບສົນ ໃນສັງຄົມ.
- ຮຽກຮ້ອງໃຫ້ຊາວລາວ ກໍ່ຄືຊາວຕ່າງປະເທດ ທີ່ມີຄວາມປະສົງ ຈະເຂົ້າ-ອອກ ສປປ ລາວ ໃຫ້ລາຍງານຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອດຳເນີນການໃຫ້ຖືກຕ້ອງ ຕາມຂັ້ນຕອນ ຂອງລະບຽບການ, ບໍ່ໃຫ້ລັກລອບເຂົ້າ-ອອກ ຊຶ່ງຈະນຳຜົນເສຍຫາຍ ມາໃຫ້ປະເທດຊາດຂອງເຮົາ ກໍ່ຄືປະເທດເພື່ອນບ້ານຂອງພວກເຮົາ (ຖ້າເຮົາເຮັດໄດ້ດີ ກໍ່ເປັນການຊ່ວຍເຫຼືອປະເທດເພື່ອນບ້ານ, ຖ້າປະເທດເພື່ອນບ້ານເຮັດໄດ້ດີ ກໍ່ເປັນການຊ່ວຍເຫຼືອປະເທດເຮົາ).
- ໃຫ້ສືບຕໍ່ເພີ່ມທະວີການຕິດຕາມ, ກວດກາ, ລາດຕະເວນ ລຽບຕາມຊາຍແດນ ຢ່າງເຄັ່ງຄັດ ເພື່ອສະກັດກັ້ນການເຂົ້າເມືອງຜິດກົດໝາຍ ໂດຍສະເພາະ ເຂດຊາຍ ແດນກັບປະເທດໃກ້ຄຽງທີ່ມີການລະບາດໃນຊຸມຊົນ. ຖ້າພົບເຫັນຕ້ອງນຳມາກວດວິເຄາະຊອກຫາເຊື້ອ COVID-19 ແລະ ນຳສົ່ງໄປຈຳກັດບໍລິເວນ ໃຫ້ຄົບ 14 ວັນ ຕາມລະບຽບການ.
- ໃຫ້ອຳນາດການປົກຄອງທ້ອງຖິ່ນ ມີມາດຕະການເຂັ້ມງວດ ແລະ ເປັນເຈົ້າການຕິດຕາມ ກວດກາ ການເຂົ້າມາ ຂອງບຸກຄົນທີ່ກັບມາຈາກປະເທດ ທີ່ມີການລະບາດຂອງພະຍາດ COVID-19, ຄອບຄົວ ແລະ ຍາດພີ່ນ້ອງ ຕ້ອງໃຫ້ການຮ່ວມມື ແຈ້ງຂໍ້ມູນຄວາມຈິງ ໃຫ້ການຈັດຕັ້ງ ຊາບດ່ວນ ເພື່ອແກ້ໄຂບັນຫາໃຫ້ທັນການ.
- ໃຫ້ສືບຕໍ່ສັກວັກຊີນກັນພະຍາດ COVID-19 ໂດຍສະເພາະ ກຸ່ມເປົ້າໝາຍບູລິມະສິດ ແລະ ຂະຫຍາຍໄປທຸກສາຂາອາຊີບ (ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ຄູ ອາຈານ, ພະນັກງານ ຢູ່ສູນການຄ້າ, ໂຮງແຮມ, ຮ້ານອາຫານ, ພໍ່ຄ້າ-ແມ່ຄ້າ ຢູ່ຕະຫຼາດ, ສູນການຫຼີ້ນກິລາປະເພດຕ່າງໆ ໃຝຫ້ທົ່ວເຖິງ ຕາມແຜນທີ່ກຳນົດໄວ້. ສະນັ້ນ, ຈຶ່ງຮຽກຮ້ອງທຸກພາກສ່ວນໃນສັງຄົມ ຕື່ນຕົວສະໝັກໃຈໃນການສັກວັກຊີນ, ໃນນັ້ນ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຕ້ອງເປັນແບບຢ່າງນຳໜ້າ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ທົ່ວສັງຄົມ. (ຖ້າສ້າງພູມຄຸ້ມກັນລວມໝູ່ແກ້ໄຂໃນທົ່ວປະເທດ ແລ້ວການດຳລົງຊີວິດຂອງປະຊາຊົນເຮົາ ກໍ່ຈະຄ່ອຍໆກັບຄືນສູ່ສະພາບປົກກະຕິ).
- ລັດຖະບານ ອຳນວຍຄວາມສະດວກໃຫ້ປະກອບການ ຫຼື ບຸກຄົນ ທີ່ມີຄວາມປະສົງ ຢາກຊ່ວຍປະກອບສ່ວນ ຈັດຊື້ຢາວັກຊິນ ມາສີດໃຫ້ພະນັກງານຂອງບໍລິສັດຕົນເອງ ຫຼື ເປົ້າໝາຍອື່ນ ໃນສັງຄົມ ໃຫ້ສະເໜີເຈດຈຳນົງ ມາຫາຄະນະສະເພາະກິດ ຕ້ານໂຄວິດ-19 ເພື່ອພິຈາລະນາດ່ວນ ເພື່ອຈະໄດ້ປຶກສາຫາລືກັນລາຍລະອຽດວ່າ ຈະຈັດຊື້ເທົ່າໃດ, ຍີ່ຫໍ້ໃດ ແລະ ສິດໃຫ້ເປົ້າໝາຍໃດ.
- ໃຫ້ຄະນະສະເພາະກິດແຕ່ລະຂັ້ນ ປັບປຸງມາດຕະຖານສູນຈຳກັດບໍລິເວນ ແລະ ປະຕິບັດມາດຕະການ ຢ່າງຖືກຕ້ອງ ແລະ ເຂັ້ມງວດ.
- ໃນກໍລະນີບຸກຄົນ ແລະ ການຈັດຕັ້ງ ຫາກລະເມີດບັນດາມາດຕະການທີ່ພັກ-ລັດ ກໍຄື ການຈັດຕັ້ງແຕ່ລະຂັ້ນ ວາງອອກ ກໍໃຫ້ນຳໃຊ້ມາດຕະການຕ່າງໆ ຢ່າງເໝາະສົມ ລວມທັງ ມາດຕະການທາງບໍລິຫານ, ເສດຖະກິດ ແລະ ກົດໝາຍກ່ຽວຂ້ອງ.
ພໍ່ແມ່ ພີ່ນ້ອງ ທີ່ຮັກແພງທັງຫຼາຍ,
ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານ ຈະສືບຕໍ່ເຝົ້າລະວັງ, ຕິດຕາມ, ປະເມີນສະພາບການເປັນແຕ່ລະໄລຍະ ແລະ ອອກມາດຕະການຢ່າງເໝາະສົມ ພ້ອມທັງເຜີຍແຜ່ໃຫ້ສັງຄົມ ໄດ້ຮັບຊາບ ເພື່ອຈັດຕັ້ງປະຕິບັດຢ່າງເປັນເຈົ້າການ. ພ້ອມກັນນີ້ ກໍ່ຈະຮີບຮ້ອນສັກວັກຊີນ ໃຫ້ພົນລະເມືອງ ໃຫ້ໄດ້ ຢ່າງໜ້ອຍ 22% ໃນປີ 2021 ໄດ້ຫຼາຍກວ່າ ກໍ່ຍິ່ງດີ. ດັ່ງນັ້ນ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາທ່ານ ໂດຍສະເພາະທີ່ຢູ່ໃນກຸ່ມເປົ້າໝາຍບູລິມະສິດນັ້ນ ຈົ່ງພ້ອມກັນໄປຮັບການສັກວັກຊີນ ຢ່າງຮີບດ່ວນ ເພື່ອຫຼຸດຜ່ອນການລະບາດທີ່ຮ້າຍແຮງຂອງພະຍາດ COVID-19 ຢູ່ປະເທດເຮົາ.
ບົດຮຽນຂອງປະເທດເຮົາ ທີ່ຕ້ອງຈົດຈຳ ໃນໄລຍະຜ່ານມາ, ຍ້ອນມີການຮ່ວມມື ຮ່ວມແຮງ ຮ່ວມໃຈ ຢ່າງຫ້າວຫັນ ຂອງພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ, ມີການສະໜັບສະໜູນຊ່ວຍເຫຼືອ ຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ, ມີຄວາມເປັນເອກະພາບສູງ ແລະ ມາດຕະການຢ່າງເຂັ້ມງວດ ແຕ່ຫົວທີ ຂອງລັດຖະບານ ຈຶ່ງເຮັດໃຫ້ປະເທດເຮົາ ສາມາດຈຳກັດການລະບາດຂອງພະຍາດ COVID-19 ຢູ່ລະດັບຕໍ່າໃນບັນດາປະເທດ ອາຊຽນ ກໍ່ຄືຢູ່ໃນໂລກ ແລະ ບໍ່ມີຜູ້ເສຍຊີວິດຈາກພະຍາດດັ່ງກ່າວ.
ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ສືບຕໍ່ຮ່ວມແຮງຮ່ວມໃຈ ໃຫ້ການຮ່ວມມື ແລະ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ດ້ວຍຄວາມຮັບຜິດຊອບສູງ, ປະກອບສ່ວນທາງດ້ານວັດຖຸປັດໄຈ ດ້ວຍຄວາມສະໝັກໃຈ ແລະ ຕາມຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ເພື່ອຮັບປະກັນ ໃຫ້ປະເທດລາວ ແລະ ພວກເຮົາທຸກຄົນ ພ້ອມກັນຜ່ານຜ່າວິກິດການລະບາດຂອງພະຍາດ COVID-19 ໄປດ້ວຍກັນ ຢ່າງຕະຫຼອດປອດໄພ.
(ຂໍຂອບໃຈ)
ພາບ-ເນື້ອໃນ: ກົມປະຊາສຳພັນ ຫສນຍ