ລາຍງານຈາກ ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໃຫ້ຮູ້ວ່າ: ໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີລົດໃຫຍ່ພິກຄວໍ້າ ຢູ່ບ້ານ ປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ບາດເຈັບ 01 ຄົນ, ເສຍຊີວິດ 01 ຄົນ.

ອາການບາດເຈັບເບື້ອງຕົ້ນ ຂອງຜູ້ບາດເຈັບ: ເພດຊາຍ ສັນຊາດລາວ ອາຍຸ 23 ປີ ປັດຈຸບັນຢູ່ບ້ານ ຮົ່ມເຢັນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.ມີບາດແຜ: ເຈັບບ່າໄຫຼ່ບວມຊໍ້າ,ແຂນມີບາດແຜ,ເຈັບຂໍ້ມື,ປວດຕາມຕົນໂຕ.

-ຜູ້ເສຍຊີວິດ : ເພດຊາຍ ທ້າວລາວື ສັນຊາດລາວ ອາຍຸ 20ປີ ປັດຈຸບັນຢູ່ ບ້ານ ຮົ່ມເຢັນ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ. ກະໂຫຼກຫົວແຕກ,ຕາແຕກ,ຂາຫັກ,ແຂນຂາ ແລະ ຕາມຕົນໂຕມີບາດແຜ..

ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຈື່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳຜູ້ບາດເຈັບນຳສົ່ງໄປທີ່ໂຮງໝໍ ແຂວງບໍ່ແກ້ວສ່ວນຜູ້ເສຍຊີວິດໜ່ວຍກູ້ຊີບອົງການກາແດງຂອງພວກເຮົາໄດ້ທຳການຫໍ່-ມ້ຽນສົບແລະໄດ້ນຳສົ່ງຜູ້ກ່ຽວກັບເຮືອນຂອງຜູ້ກ່ຽວ.
