ໃນວັນທີ 12 ເມສາ 2021 ນີ້, ເຈົ້າໜ້າທີ່ໜ່ວຍງານສະ ກັດກັ້ນ-ຕ້ານ ຢ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດໄດ້ ກັກຕົວເປົ້າໜາຍຄ້າ-ຂາຍ ຢ ຄື: ທ້າວສຸກຈິນດາ ຫຼືຕ້ອມອາຍຸ 28 ປີ, ອາຊີບ ວ່າງງານບ້ານ ໂພນສະອາດພົບຂອງກາງ ຢ ຈຳນວນ 02 ຖົ ງ, ມີ 442 ເ ມັ ດ ຢູ່ໃນ ຖົງໂສ້ງ, ທ້າວ ອ້າຍ ອາຍຸ 28 ປີ, ປະຊາຊົນ ບ້ານໂພນສະຫວ່າງໃຕ້ ແລະ ທ້າວ ຄຳຫຼ້າ ຫຼືຊ້າງອາຍຸ 38 ປີ, ອາຊີບວ່າງງານບ້ານໄຊ ຍະມຸງຄຸນທັງສາມຄົນຢູ່ນະ ຄອນໄກສອນ ພົມວິຫານ.

ຕາມການລາຍງານຂອງ ເຈົ້າໜ້າທີ່ໜ່ວຍງານ ສ ະ ກັ ດ ກັ້ ນ, ຕ້ານ ຢ ນະຄອນ ໄກສອນ ພົມວິຫານ ໃຫ້ຮູ້ ວ່າ: ໃນຄັ້ງວັນທີ 5/4/2021 ເວ ລາປະມານ 13 ໂມງ, ທາງ ເຈົ້າໜ້າທີ່ວິຊາສະເພາະໄດ້ ກັກຕົວເປົ້າໜາຍຄ້າ-ຂາຍ ຢ ໄດ້ 1 ຄົນ ຄືທ້າວ ສຸກຈິນດາ ຫຼື ຕ້ອມ ໄດ້ຢູ່ຂອບເຂດເສັ້ນທາງຮ່ອມ ເຂົ້າວັດໜອງເມັກບ້ານສອນ ໄຊ ນະຄອນໄກສອນ ພົມວິຫານ. ຈາກການກວດກາຄົ້ນ ຕົວຜູ້ກ່ຽວພົບເຫັນ ຢ ປະເພດ 0 2 ຖົ ງ , ມີຈຳ ນວນ 442 ເ ມັ ດ ຢູ່ໃນຖົງໂສ້ງ ທາງເບື້ອງຊ້າຍຂອງຜູ້ກ່ຽວ ຊຶ່ງຜ່ານການສືບສວນ-ສອບສວນຜູ້ກ່ຽວ ໃຫ້ການຮັບ ສາລະພາບວ່າ: ຢ ຈຳນວນດັ່ງກ່າວແມ່ນຊື້ມາ ຈາກນຳທ້າວ ອ້າຍ ອາຍຸ 28 ປີ, ຄົນບ້ານໂພນສະຫວ່າງໃຕ້ ນະຄອນໄກສອນ ພົມວິຫານ ຈາກນັ້ນ, ເຈົ້າໜ້າທີ່ ຈິ່ງໄດ້ ໃຫ້ທ້າວ ສຸກຈິດດາ ໂທລະສັບ ຫາທ້າວ ອ້າຍ ພາຍຫຼັງລົມໂທ ລະສັບແລ້ວຈຶ່ງຮູ້ວ່າທ້າວ ອ້າຍ ຢູ່ເຮືອນ ທ້າວ ສຸກຈິນດາ, ຮອດເວລາປະມານ 14 ໂມງ 40 ນາທີ ຈຶ່ງສາມາດກັ ກ ຕົ ວ ທ້າວອ້າຍໄດ້ ຊຶ່ງຜ່ານ ການກວດຄົ້ນຕົນຕົວແມ່ນບໍ່ພົບຂອງກ າ ງ ຄ ະ ດີ ຫຼັງຈາກ ນັ້ນ, ຈຶ່ງໄດ້ປະສານສົມທົບ ກັບອຳນາດການປົກຄອງ ບ້ານໂພນສະອາດ ແລະເຈົ້າ ໜ້າທີ່ ປກສ ກຸ່ມບ້ານທີ 6 ເພື່ອທຳການກວດຄົ້ນເຄຫະ ສະຖານໃນຫ້ອງນອນຂອງ ທ້າວ ສຸກຈິນດາ, ຜ່ານການ ກວດຄົ້ນແມ່ນບໍ່ພົບສິ່ງຂອງ ຜິດກົດໜາຍ. ເຈົ້າໜ້າທີ່ ຈຶ່ງ ໄດ້ນຳຕົວພວກຜູ້ກ່ຽວເຂົ້າ ມາ ປກສ ນະຄອນໄກສອນ ພົມວິຫານ ແລະໄດ້ທຳການ ສຶບສວນ-ສອບສວນ ທ້າວ ອ້າຍ.
ໂດຍທ້າວ ອ້າຍ ໃຫ້ ການຮັບສາລະພາບວ່າ: ຢ ທີ່ເອົາມາ ຂາຍ ໃຫ້ກັບທ້າວ ສຸກຈິນດາ ແມ່ນຊື້ມາ ຈາກທ້າວ ຄຳຫຼ້າ ຫຼືຊ້າງ ອາຍຸ 38 ປີ, ອາຊີບ ວ່າງງານ ບ້ານໄຊຍະມຸງຄຸນ ນະຄອນ ໄກສອນ ພົມວິຫານ ຕໍ່ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງ ໄດ້ໃຫ້ທ້າວອ້າຍຕິດຕໍ່ທາງ ໂທລະສັບຫາທ້າວຄຳຫຼ້າ, ຈົນຕົກມາຮອດເວລາປະມານ 16 ໂມງ30 ນາທີ, ທາງເຈົ້າ ທີ່ ຈຶ່ງເຫັນທ້າວ ຄຳຫຼ້າ ແລະທ້າວ ພອນໄຊ ຫຼືຊຽງ ຂີ່ລົດຈັກຮອນດ້າຊີບີສີແດງ ບໍ່ມີປ້າຍທະບຽນເຂົ້າມາໃນ ຈຸດນັດໜາຍ, ເຈົ້າໜ້າທີ່ຕຳ ຫຼວດ ຈຶ່ງສະແດງຕົວເຂົ້າຈັບ ກຸມ ທ້າວ ຄຳຫຼ້າ, ສ່ວນທ້າວ ພອນໄຊ ແມ່ນເອົາຕົວຫຼົບໜີ ໂດຍໄດ້ພົບເຫັນ ຢ ຈຳ ນວນ 03 ແ ພັ ກ, ເທົ່າກັບ 09 ມັ ດ, ມີຈຳນວນ 18.000 ເມັດ ຢູ່ຂອບເຂດເດີ່ນຫຍ້າ ເຊິ່ງທາງເຈົ້າໜ້າທີ່ ກໍ່ໄດ້ສົມ ທົບອຳນາດການປົກຄອງ ບ້ານໜອງຜື ແລະເຈົ້າໜ້າທີ່ ປກສ ກຸ່ມບ້ານທີ 4 ໄດ້ກວດຄົ້ນເຄຫະສະຖານຫ້ອງນອນຂອງທ້າວ ພອນໄຊ ເຊິ່ງຜ່ານ ການກວດຄົ້ນແມ່ນບໍ່ພົບສິ່ງຂອງທີ່ຜິດກົດໜາຍ ດັ່ງນັ້ນ, ຈຶ່ງນຳຕົວຜູ້ກ່ຽວ ພ້ອມຂອງ ກາງຄະດີ, ພາຫະນະຈຳນວນ 3 ຄັນ ເຂົ້າມາ ປກສ ນະຄອນ ໄກສອນ ພົມວິຫານ ເພື່ອ ທຳການສືບສວນ-ສອບສວນ ດໍາເນີນຄະດີຕາມຂັ້ນຕອນ ຂອງກົດໝາຍ.