ຕາມ​ຂ່າວ​ຈາກ ​ເຊ​ອຸນ, ​ເມື່ອ​ບໍ່​ດົນ​ມາ​ນີ້, ​ຢອນ ຊູ​ໂກລ​ໂບ (Hyunsoo Global)ບໍລິສັດ​ ການ​ຢາ​ ຂອງ ສ.​ເກົາຫລີ​ ປະກາດ​ ຈະ​ເປັນ​ຜູ້ນຳ​ ກຸ່ມຜະລິດ​ ວັກ​ຊິນ ປ້ອງ​ກັນ​ໂຄ​ວິດ-19 ຂອງຣັດ​ເຊຍ ສະ​ປຸດ​ນິກ-ວີ ​ເດືອນ​ລະ 100 ລ້ານ​ຫລອດ ​ເນື່ອງ​ຈາກ​ ຣັດ​ເຊຍ ​ເພີ່ມ​ກຳລັງ ​ການ​ຜະລິດ​ ໄປ​ຍັງ​ປະ​ເທດ​ຕ່າງໆ.ຂະນະ​ທີ່ ອິນ​ເດຍ ຈະ​ໄດ້​ຮັບ​ວັກ​ຊິນ ສະ​ປຸດ​ນິກ-ວີ ກ່ອນ​ທ້າຍ​ເດືອນ​ນີ້ ຫລັງ​ຈາກ ອິນ​ເດຍ ອະນຸຍາດ ​ນຳ​ໃຊ້​ ວັກ​ຊິນ​ດັ່ງກ່າວ.

May be an image of text that says 'RUSSIAN DIRECT INVESTMENT FUND THE GAMALEYA NATIONAL NATIONALCENR CENTER meAramaл KoBил- oBиA-a -1 Pat Ao3 111020 2020 2021 Sputnik V THE FIRST REGISTERED COVID-19 VACCINE PROVEN HUMAN ADENOVIRAL VECTOR TECHNOLOGY'

ສ່ວນ​ອົງການ​ຢາ ​ແຫ່ງ​ສະຫະພາບ​ ເອີຣົບ ພວມ​ພິຈາລະນາ ອະນຸມັດ​ໃຊ້​ວັກ​ຊິນ ສະ​ປຸດ​ນິກ-ວີ ​​ເຊັ່ນ​ກັນ ເນື່ອງ​ຈາກ ຫລາຍ​ປະ​ເທດ ​ໃນ​ທະວີ ​ເອີຣົບ ຕ້ອງ​ເລັ່ງ​ໂຄງການ​ ສັກ​ວັກ​ຊິນ ​ປ້ອງ​ກັນ​ ໂຄ​ວິດ-19 ທີ່​ໄດ້​ຮັບ​ຜົນ​ກະທົບ ຈາກ​ບັນຫາ​ການຈັດ​ສົ່ງ ​ວັກ​ຊິນ ​ຊັກ​ຊ້າ ​ໃນ​ໄລຍະ​ຜ່ານ​ມາ.

ຮຽບຮຽງຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

Leave a Reply

Your email address will not be published. Required fields are marked *