ໃນໄລຍະ 3 ວັນ ຂອງການສະຫລອງບຸນປີໃໝ່ລາວ ພສ 2564 ແຕ່ວັນທີ 14-16 ເມສາ 2021, ທົ່ວປະເທດມີອຸບັດເຫດທາງທ້ອງຖະໜົນເກີດຂຶ້ນທັງໝົດ 220 ກວ່າລາຍ, ມີພາຫະນະເປ່ເພ 400 ກວ່າຄັນ, ມີຜູ້ໄດ້ຮັບບາດເຈັບ 390 ກວ່າຄົນ ແລະ ເສຍຊີວິດທັງໝົດ 30 ຄົນ.

ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ກົມຕຳຫລວດຈະລາຈອນລາຍ ງານໃຫ້ຮູ້ວ່າ:

ໃນວັນທີ 14 ເມສາ 2021, ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 90 ລາຍ, ພາຫະນະເປ່ເພທັງໝົດ 158 ຄັນ, ມີຜູ້ໄດ້ຮັບບາດເຈັບທັງໝົດ 178 ຄົນ ແລະ ເສຍຊິວິດ 15 ຄົນ, ແຂວງທີ່ເກີດອຸບັດຕິເຫດ ແລະ ເສຍຊິວິດຫລາຍກວ່າໝູ່ແມ່ນຈໍາປາສັກ ເສຍຊິວິດ 4 ຄົນ, ສ່ວນນະຄອນຫລວງວຽງຈັນ ແລະ ໄຊຍະບູລີ ເສຍຊິວິດ ແຂວງລະ 3 ຄົນ.

ພາບປະກອບ

ໃນວັນທີ 15 ເມສາ 2021, ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 82 ລາຍ, ພາຫະນະເປ່ເພທັງໝົດ 154 ຄັນ, ມີຜູ້ໄດ້ຮັບບາດເຈັບທັງໝົດ 153 ຄົນ ແລະ ເສຍຊິວິດ 5 ຄົນ, ໃນນັ້ນແຂວງໄຊຍະບູລີເສຍຊີວິດ 2 ຄົນ, ນະຄອນຫລວງວຽງຈັນ, ຫລວງພະບາງ ແລະ ຄຳມ່ວນແຂວງລະ 1 ຄົນ.

ວັນທີ 16 ເມສາ 2021, ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 50 ລາຍ, ພາຫະນະເປ່ເພທັງໝົດ 99 ຄັນ, ມີຜູ້ໄດ້ຮັບບາດເຈັບທັງໝົດ 63 ຄົນ ແລະ ມີຜູ້ເສຍຊິວິດ 10 ຄົນ. ແຂວງທີ່ເກີດອຸບັດຕິເຫດ ແລະ ມີຜູ້ເສຍຊີວິດຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນ ມີຜູ້ເສຍຊິວິດ 4 ຄົນ.

ນີ້ເປັນພຽງຂໍ້ມູນເບື້ອງຕົ້ນ, ສ່ວນລາຍລະອຽດ ແລະ ມູນຄ່າຂອງຄວາມເສຍຫາຍ ຈະລາຍງານໃຫ້ຊາບພາຍຫລັງ.

ພາບປະກອບ

ຮູບ-ຂ່າວ: ສິງຄຳ, ຂປລ

Leave a Reply

Your email address will not be published. Required fields are marked *