ສາລະວັນສັ່ງດ່ວນ ໂຈະການຮຽນການສອນ ເຂດຜູ້ຕິດເຊື້ອ ພ້ອມທັງສັ່ງທ້ອນໂຮມລົດຮຸນໃດ- ເຮືອມາໄວ້ຢູ່ຈຸດໃດໜຶ່ງ ເນື່ອງຈາກກໍລະນີຜູ້ຕິດເຊື້ອໂຄວິດ – 19 ຜູ້ທີ 54 ທີ່ເປັນຄົນ ເມືອງຄົງເຊໂດນ, ແຂວງສາລະວັນ.

ສະນັ້ນ, ເພື່ອປ້ອງກັນ, ສະກັດກັ້ນ ການແຜ່ລະບາດຂອງພະຍາດດັ່ງກ່າວ. ເຈົ້າແຂວງສາລະວັນ ອອກຄໍາສັ່ງ:

1. ຢຸດໂຈະຊົ່ວຄາວສະຖານທີ່ແຫຼ່ງທ່ອງທ່ຽວເປັນຕົ້ນ: ພູຜາສຸກ, ຕາດເລາະ, ແກ້ງກູ, ປາກເສັດ ແລະ ສະຖານທີ່ຮ້ານບັນເທີງ, ຄາລາໂອເກະ, ຮ້ານເກມ, ຮ້ານສະໜຸກເກີ້, ເດີ່ນບານເຕະ ແລະ ສະຖານທີ່ ທີ່ເຕົ້າໂຮມຄົນຈຳນວນຫຼາຍ.

2. ໃຫ້ຢຸດໂຈະງານບາສີ, ງານຜູກແຂນ ທີ່ເຊີນແຂກຄົນຈຳນວນຫຼາຍ ຢູ່ເຮືອນຊານ,ສຳນັກງານ ແລະ ບ້ານ ( ອະນຸຍາດສະເພາະພາຍໃນຄອບຄົວ, ຍາດພີ່ນ້ອງ), ໃຫ້ຢຸດໂຈະງານແຫ່ຕົ້ນເງິນເຄນວັດ ແລະ ງານແຫ່ຕົບພະຊາຍເອົາພະຂຶ້ນ.

3. ມອບໃຫ້ໃຫ້ເຈົ້າໜ້າທີ່ ສົມທົບກັບສາຍຕັ້ງ ແລະ ອົງການປົກຄອງເມືອງ ເປັນເຈົ້າການໃນການຕິດຕາມ, ອັດປ່ອງຂ້າມລອຍ ແລະ ການລັກລອບເຂົ້າຂອງພົນລະເມືອງທີ່ຜິດກົດໝາຍໃຫ້ໄດ້ຢ່າງເດັດຂາດ ແລະ ໃຫ້ກວດກາທ້ອນໂຮມລົດຮຸນໃດ, ເຮືອຫາປາ, ເຮືອຈັກຂອງປະຊາຊົນເຂດເມືອງຄົງເຊໂດນ ແລະ ເມືອງລະຄອນເພັງມາໄວ້ຢູ່ຈຸດໃດໜຶ່ງ ໂດຍມີກໍາລັງ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ກອງຫຼອນບ້ານ ເວນຍາມຕະຫຼອດ 24 ຊົ່ວໂມງ.

4. ມອບໃຫ້ບັນດາເມືອງກວດກາ ແລະ ຜັນຂະຫຍາຍຄືນບັນດານິຕິຂັ້ນແຂວງ ທີ່ໄດ້ອອກໃນໄລຍະວັນທີ 12 – 16 ເມສາ 2021 ແລະ ເຮັດການໂຄສະນາ – ປະຊາສໍາພັນ ນໍາໃຊ້ ໂທລະໂຄ່ງບ້ານ ເພື່ອຍົກສູງສະຕິເປັນເຈົ້າການໃນການເຝົ້າລະວັງ ບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ – 19.

5. ປິດການຮຽນ-ການສອນ ຊົ່ວຄາວໂຮງຮຽນບ້ານ ທີ່ມີປະຫວັດ ພົວພັນ,ສໍາພັດ ກັບ ຜູ້ທີ່ຕິດເຊື້ອ ກໍລະນີ 54 ເຊັ່ນ: ໂຮງຮຽນ ມັດທະຍົມສົມບູນ ບ້ານເລົ່າ, ເມືອງຄົງເຊໂດນ, ໂຮງຮຽນ ປະຖົມ ບ້ານນາເຕີຍ ຫລື ບ້ານ ອ້ອມຂ້າງ, ໂຮງຮຽນ ມັດທະຍົມສົມບຸນ ປາກຕາພານ, ໂຮງຮຽນ ປະຖົມ ບ້ານ ປາກສະນົມ, ປະຖົມ ບ້ານໂຮງສາຍທອງ, ປະຖົມບ້ານ ປາກຕາພານ ເມືອງລະຄອນເພັງ ພ້ອມທັງປິດ ການເຂົ້າ-ອອກບ້ານດັ່ງກ່າວ ຢ່າງເຂັ້ມງວດ

.

Leave a Reply

Your email address will not be published. Required fields are marked *