ແຈ້ງການ ເຈົ້າແຂວງຈໍາປາສັກ ອອກແຈ້ງການເລື່ອງ: ການປະຕິບັດມາດຕະການຕໍ່ຜູ້ລັກລອບເຂົ້າເມືອງແບບຜິດກົດຫມາຍ.

1. ໃຫ້ອົງການປົກຄອງນະຄອນປາກເຊ ແລະ 3 ເມືອງ ແຈ້ງໃຫ້ບັນດາບ້ານ, ກຸ່ມບ້ານ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອແຈ້ງໃຫ້ຄອບຕົວ, ພໍ່ແມ່ປະຊາຊົນ ຮັບຊາບວ່າ: ຖ້າມີ ລູກ, ຫລານໃນດອບຄົວ ມີການລັກລອບເຂົ້າມາຈາກຕ່າງປະເທດ ໂດຍບໍ່ຜ່ານດ່ານກວດກາຂອງເຈົ້າຫນ້າທີ່ສະເພາະກິດ.

ໃຫ້ຮີບຮ້ອນ ລາຍງານໂດຍດ່ວນໃຫ້ອົງການປົກຄອງບ້ານ, ກຸ່ມບ້ານ; ພ້ອມນັ້ນ ໃຫ້ອົງການປົກຄອງບ້ານ ລາຍງານໃຫ້ໂດຍກົ່ງໃຫ້ ອົງການປົກຄອງນະຄອນ ຫຼື ເມືອງ ( ຄະນະສະເພາະກິດຂັ້ນເມືອງ ) ຮັບຊາບໂດຍໄວ.

2. ໃຫ້ອົງການປົກຄອງນະຄອນ/ເມືອງ (ຄະນະສະເພາະກິດຂັ້ນນະຄອນເມືອງຮີບຮ້ອນນໍາເອົາຜູ້ກ່ຽວເຂົ້າສູນຈໍາກັດບໍລິເວນຂອງເມືອງ ພ້ອມໃຫ້ທິມງານແພດຂອງເມືອງເກັບຕົວຢ່າງແລ້ວສົ່ງໃຫ້ ຄະນະສະເພາະ – ກິດຂັ້ນແຂວງ (ໂຮງຫມໍແຂວງ) ເພື່ອກວດຊອກຫາເຊື້ອພະຍາດ COVI D.

3. ຫ້າມບໍ່ໃຫ້ດອບຄົວ, ພໍ່ແມ່, ຍາດພີ່ນ້ອງ ປິດບັງຂໍ້ມູນຜູ້ທີ່ລັກລອບເຂົ້າມາ ແລະ ບໍ່ໃຫ້ຜູ້ລັກລອບໄປຢ້ຽມຢາມຍາດຕິພີ່ນ້ອງພາຍໃນບ້ານ ຫາລື ເດິນທາງໄປສະຖານທີ່ອື່ນໆ, ຖ້າບໍ່ດັ່ງນັ້ນຈະໄດ້ປະຕິບັດມາດ ຕະການຕາມລະບຽບກົດຫມາຍ ຢ່າງເຂັ້ມງວດ ດັ່ງນີ້: 1) ຕ້ອງຮັບຜິດຊອບຈ່າຍຄ່າໄປຮັບ-ສົ່ງ ເຂົ້າມາຢູ່ສູນຈໍາກັດບໍລິເວນ ແລະ ລວມທັງຕ່ງອາຫານຂອງຕົນໃນແຕ່ລະມື້. 2) ຕ້ອງຮັບຜິດຊອບຈ່າຍຕ່າກວດຫາພະຍາດ COV ID ມູນຄ່າ 650.000 ກີບຕໍ່ດັ້ງ, ລວມທັງຄ່າ.ປິ່ນປົ່ວຕົນເອງ ໃນກໍລະນີຫາກຜົນກວດຢັ້ງຢືນວ່າຜູ້ກ່ຽວ ຫາກຕິດເຊື້ອພະຍາດ COVI D-19. 3) ໃຫ້ເຈົ້າຫນ້າທີ່ ປກສ ປະຕິບັດວິໄນ, ປັບໃຫມຕາມກົດຫມາຍ ແລະ ລະບຽບການຢ່າງເຂັ້ມງວດ ຕໍ່ຜູ້ລັກລອບເຂົ້າປະເທດແບບຜິດກົດຫມາຍ ຫຼັງຈາກກັກບໍລິເວນຢູ່ສູນກັກກັນ ຄົບ 14 ວັນແລ້ວ.

ດັ່ງນັ້ນ, ຈິ່ງແຈ້ງມາຍັງທຸກພາກສ່ວນເພື່ອພ້ອມກັນຈັດຕັ້ງປະຕິບັດ ຕາມເນື້ອໃນແຈ້ງການສະບັບນີ້ຢ່າງເຂັ້ມງວດ

.

Leave a Reply

Your email address will not be published. Required fields are marked *