ວັນເສົາ ວັນທີ 17 ເມສາ 2021. ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ໄດ້ໃຫ້ສຳພາດກ່ຽວກັບ ການກວດຫາເຊື້ອພະຍາດ ໂຄວິດ -19 ຢູ່ລາວວ່າ:
ການເຝົ້າລະວັງ COVID-19 ຢູ່ ສປປ ລາວ ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທັງໝົດ 41 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,643 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.
ໃນວັນທີ 16 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 369 ຄົນ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 4 ຄົນ, ເຊິ່ງຂ້າພະເຈົ້າ ຈະຂໍລາຍລະອຽດ ດັ່ງຕໍ່ໄປນີ້:
ກໍລະນີຢັ້ງຢືນທີ 55
- – ເພດຍິງ, ອາຍຸ: 25 ປີ, ສັນຊາດ: ລາວ, ອາຊີບ: ແມ່ບ້ານ ເຮັດວຽກຢູ່ບາງກອກ ປະເທດໄທ.
- – ຄອບຄົວ: ມີລູກສາວ ອາຍຸ 1 ປີ 10 ເດືອນ ແລະ ຜົວ (ຍັງເຮັດວຽກຢູ່ຮ້ານອາຫານຢູ່ບາງກອກ).
- – ທີ່ຢູ່ປະຈຸບັນ: ເມືອງຫີນບູນ, ແຂວງຄຳມ່ວນ.
- ປະຫວັດການເຄື່ອນໄຫວ:
- ວັນທີ 14 ເມສາ 2021
- – ຜູ້ກ່ຽວ ແລະ ລູກສາວ ຂື້ນລົດໂດຍສານ ຢູ່ບາງກອກ, ປະເທດໄທ, ມີຜູ້ໂດຍສານທັງ
- ໝົດ 9 ຄົນ (ລວມທັງຜູ້ກ່ຽວ ແລະ ລູກສາວ) ມາສະຖານີຂົນສົ່ງ ນະຄອນພະນົມ.
- – ມາຮອດ ສປປ ລາວ ຜ່ານດ່ານ ຂົວມິດຕະພາບແຫ່ງທີ 3 (ເຂົ້າມາຖືກຕາມລະບຽບຫຼັກການ) ແລະ ຖືກຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ໃນເມືອງທ່າແຂກ.
- ວັນທີ 15 ເມສາ 2021
- – ເວລາ 17:30 ໂມງ, ໄດ້ຖືກເກັບຕົວຢ່າງມາກວດ ຢູ່ໂຮງໝໍແຂວງຄຳມ່ວນ.
- – ເວລາ 22:00 ໂມງ, ມີໄຂ້ ແທກອຸນຫະພູມໄດ້ 37.9 ອົງສາ ຈຶ່ງໄດ້ກິນຢາປາຣາ, ອາການດີຂຶ້ນ.
- ວັນທີ 16 ເມສາ 2021
- – ຜົນກວດວິເຄາະ ພົບເຊື້ອ COVID-19 .
- – ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວ ຢູ່ສະຖານທີ່ປິ່ນປົວ ທີ່ທາງແຂວງກຳນົດໄວ້.
- ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 4 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.
ກໍລະນີຢັ້ງຢືນທີ 56
- – ເພດຊາຍ, ອາຍຸ: 32 ປີ, ສັນຊາດ: ລາວ, ອາຊີບ: ຂາຍເຄື່ອງນອນ ຢູ່ແຖວວົງວຽນໃຫຍ່, ຖະໜົນຈັກກະເພັດພາອຸລັດ, ບາງກອກ, ປະເທດໄທ.
- – ກ່ອນເດີນທາງເຂົ້າມາ ສປປ ລາວ ບໍ່ໄດ້ກວດຊອກຫາເຊື້ອ COVID-19.
- ປະຫວັດການເຄື່ອນໄຫວ
- ວັນທີ 7 ເມສາ 2021
- – ອອກເດີນທາງຈາກ ບາງກອກ, ປະເທດໄທ ດ້ວຍລົດໂດຍສານຈາກສະຖານີໝໍຊິດ ເວລາ 19:00 ໂມງ, ຕະຫຼອດໄລຍະການເດີນທາງ ຜູ້ກ່ຽວໃສ່ຜ້າອັດປາກ-ດັງ ຕະຫຼອດເວລາ.
- ວັນທີ 8 ເມສາ 2021
- – ເດີນທາງມາຮອດ ແຂວງມຸກດາຫານ ເວລາ 5:00 ໂມງເຊົ້າ ມີຜູ້ໂດຍສານຮ່ວມເດີນທາງທັງໝົດ 32 ຄົນ.
- – ຂ້າມດ່ານ ຂົວມິດຕະພາບແຫ່ງທີ 2 ແລະ ມາຮອດ ແຂວງສະຫວັນນະເຂດ ເວລາ 8:00 ໂມງເຊົ້າ (ເຂົ້າມາຖືກຕາມລະບຽບຫຼັກການ) ພ້ອມດຽວກັນ ກໍ່ຖືກສົ່ງເຂົ້າສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນໄກສອນ.
- – ຜູ້ກ່ຽວຮູ້ສຶກເຈັບຫົວ ໄດ້ກິນຢາປາຣາ, ອາການດີຂຶ້ນ.
- – ໄດ້ຖືກເກັບຕົວຢ່າງກວດຫາເຊື້ອ, ຜົນກວດແມ່ນ ບໍ່ພົບເຊື້ອ COVID-19.
- ວັນທີ 14 ເມສາ 2021
- – ເວລາ 13:45 ໂມງ ຜູ້ກ່ຽວໄດ້ຈ້າງລົດສາມລໍ້ ມາຄິວລົດສະຫວັນນະເຂດ ນັ່ງມານຳກັນ 4 ຄົນ (ລວມທັງຜູ້ກ່ຽວ), ໃນນັ້ນ 1 ຄົນ ຢູ່ເມືອງສອງຄອນ, ທີ່ເຫຼືອ ບໍ່ຮູ້ວ່າມາຈາກເມືອງໃດ.
- – ຫຼານຜູ້ກ່ຽວມາຮັບ ຢູ່ຄິວລົດປາກຊ່ອງ ແລະ ມາຮອດເຮືອນ ເວລາ 17:00 ໂມງ, ຫຼັງຈາກນັ້ນ 1 ຊົ່ວໂມງຕໍ່ມາ ຜູ້ກ່ຽວຮູ້ສຶກໄຂ້ ຈຶ່ງກິນຢາປາຣາໃສ່.
- – ໃນໄລຍະຢູ່ເຮືອນ ມີຄົນມາຫາ 3 ຄົນ ແລະ ໄດ້ກິນເຂົ້າຮ່ວມກັນ.
- ວັນທີ 15 ເມສາ 2021
- – ມີໄຂ້, ໄອ ຈຶ່ງມາກວດຢູ່ໂຮງໝໍສອງຄອນ, ຖືກແຍກປ່ຽວ ແລະ ຕິດອາການ.
- ວັນທີ 16 ເມສາ 2021
- – ເກັບຕົວຢ່າງກວດຊອກຫາເຊື້ອອີກຄັ້ງ, ຜົນກວດວິເຄາະ ພົບເຊື້ອ COVID-19
- – ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງສະຫວັນນະເຂດ.
- ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 8 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.
ກໍລະນີຢັ້ງຢືນທີ 57
- – ເພດຊາຍ, ອາຍຸ 24 ປີ, ສັນຊາດ: ລາວ, ອາຊີບ: ເຮັດຮ້ານອາຫານ ຢູ່ເຂດລາມກຳແຫງລາດພ້າວ, ປະເທດໄທ.
- – ທີ່ຢູ່ປະຈຸບັນ: ເມືອງສອງຄອນ, ແຂວງສະຫວັນນະເຂດ
- – ກ່ອນເດີນທາງເຂົ້າມາ ສປປ ລາວ ບໍ່ໄດ້ກວດຊອກຫາເຊື້ອ COVID-19.
- ປະຫວັດການເຄື່ອນໄຫວ
- ວັນທີ 14 ເມສາ 2021
- – ເວລາ 19:00 ໂມງ ເດີນທາງອອກຈາກບາງກອກ, ປະເທດໄທ ພ້ອມດ້ວຍໝູ່ 1 ຄົນ
- (ເປັນຄົນແຂວງສະຫວັນນະເຂດ) ດ້ວຍລົດໂດຍສານ ຢູ່ສະຖານີລົດໝໍຊິດ, ມີຜູ້ໂດຍສານຮ່ວມເດີນທາງ 28 ຄົນ.
- ວັນທີ 15 ເມສາ 2021
- – ມາຮອດມຸກດາຫານ ເວລາ 06:30 ໂມງເຊົ້າ ແລະ ຂ້າມດ່ານມາແຂວງສະຫວັນນະເຂດ (ເຂົ້າມາຖືກຕາມລະບຽບຫຼັກການ).
- – ຜູ້ກ່ຽວມີໄອ, ເຈັບຄໍ ແລະ ກິນອາຫານບໍ່ຮູ້ລົດຊາດ.
- – ໄດ້ເກັບຕົວຢ່າງກວດຫາເຊື້ອ ແລະ ຖືກສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນໄກສອນ.
- ວັນທີ 16 ເມສາ 2021
- – ຜົນກວດວິເຄາະ ພົບເຊື້ອ COVID-19
- – ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງສະຫວັນນະເຂດ.
- ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 20 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ຜົນກວດທັງໝົດ ແມ່ນບໍ່ພົບເຊື້ອ. ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ
ກໍລະນີຢັ້ງຢືນທີ 58
- – ເພດຍິງ, ອາຍຸ: 25 ປີ, ສັນຊາດ:ລາວ, ອາຊີບ: ແມ່ບ້ານ ເຮັດວຽກຢູ່ເມືອງສີລາຊາ, ແຂວງຊົນບູລີ, ປະເທດໄທ.
- – ທີ່ຢູ່ປະຈຸບັນ: ເມືອງບໍລິຄັນ, ແຂວງບໍລິຄຳໄຊ.
- ປະຫວັດການເຄື່ອນໄຫວ
- ວັນທີ 6 ເມສາ 2021
- – ຂຶ້ນຍົນຈາກສະໜາມບິນສົງຂາ ມາຫາ ສະໜາມບິນອຸດອນ.
- – ຂຶ້ນລົດແທັກຊີ (ໃນລົດມີ 4 ຄົນ: ຄົນຂັບລົດ, ໝູ່ 2 ຄົນ ແລະ ຜູ້ກ່ຽວ) ມານອນຢູ່ລີສອດບຶງການ, ປະເທດໄທ.
- ວັນທີ 6 – 13 ເມສາ 2021
- – ພັກຢູ່ລີສອດບຶງການ, ປະເທດໄທ
- ວັນທີ 14 ເມສາ 2021
- – ຜູ້ກ່ຽວໄດ້ໃຫ້ພີ່ນ້ອງເອົາລົດສ່ວນຕົວ ມາສົ່ງຂຶ້ນເຮືອ (ໃນລົດມີພີ່ນ້ອງ 1 ຄົນ ແລະ ຕົນເອງ).
- – ເວລາ 06:00 ໂມງເຊົ້າ ຜູ້ກ່ຽວມາຂຶ້ນເຮືອຢູ່ເຂດບຶງການ ໂດຍມີຜູ້ຂັບເຮືອຈາກຝັ່ງລາວ ຂ້າມມາຮັບ ເພື່ອມາສົ່ງຢູ່ເຂດເມືອງປາກກະດິງ.
- – ເວລາ 8:00 ໂມງເຊົ້າ ຜູ້ຂັບເຮືອຈອດລົດໄວ້ທ່າປາກກະດິງ ແລະ ເມຍຜູ້ຂັບເຮືອຂີ່ລົດຈັກຮັບເອົາຜູ້ຕິດເຊື້ອນ້ຳເບີ 58 ໄປພັກຢູ່ບ້ານຂອງຕົນຊົ່ວຄາວ. ຫຼັງຈາກນັ້ນ ຜູ້ກ່ຽວ ກໍ່ໄດ້ຂຶ້ນລົດວີໂກ້ນຳເຈົ້າຂອງເຮືອ ໂດຍມີລູກເຈົ້າຂອງເຮືອ ອາຍຸ 4 ປີນັ່ງໄປນຳ ແລະ ໄດ້ໄປສົ່ງຜູ້ກ່ຽວຮອດ ເມືອງບໍລິຄັນ ເຊິ່ງມີພໍ່ຜູ້ກ່ຽວ ຂີ່ລົດຈັກມາລໍຖ້າ ແລະ ພາໄປສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້.
- ວັນທີ 15 ເມສາ 2021
- – ຖືກເກັບຕົວຢ່າງມາກວດຫາເຊື້ອ
- ວັນທີ 16 ເມສາ 2021
- – ຜົນກວດວິເຄາະ ພົບເຊື້ອ COVID-19
- – ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງບໍລິຄຳໄຊ.
- ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 04 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນຍັງລໍຖ້າຜົນກວດ. ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.
ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ: ປະຈຸບັນ, ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍ ຈຳນວນ 09 ຄົນ (04 ໃໝ່), ໃນນັ້ນ:
- – ຢູ່ນະຄອນຫຼວງວຽງຈັນ 3 ຄົນ (ໂຮງໝໍມິດຕະພາບ)
- – ແຂວງຈຳປາສັກ 1 ຄົນ
- – ແຂວງສາລະວັນ 1 ຄົນ
- – ແຂວງສະຫວັນນະເຂດ 2 ຄົນ (ໃໝ່)
- – ແຂວງຄຳມ່ວນ 1 ຄົນ (ໃໝ່)
- – ແຂວງບໍລິຄຳໄຊ 1 ຄົນ (ໃໝ່)
- • ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.