ວັນທີ 16/04/2021 ເວລາ 08:40 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີໂທສຸກເສີນ 1623 ວ່າມີເຫດໄຟໄຫມ້ເຮືອນ.

.

ຈຸດເກີດເຫດບ້ານສົມສະຫງ່າ ເມືອງໄຊເຊດຖາ ແຂວງນະຄອນຫຼວງວຽງຈັນ.

ໜ່ວຍກູ້ໄພມູນນິທິ1623 ໄດ້ອອກກວດສອບເຫດໄດ້ພົບເຫັນ ໄຟກຳລັງລຸກໄຫມ້ເຮືອນຫລັງ 2 ຊັ້ນ.

ທາງໜ່ວຍງານກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ສົມທົບກັບຫນ່ວຍງານຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫລວງວຽງຈັນໃຊ້ເວລາປະມານ 40 ນາທີ ຈຶ່ງສາມາດຄວບຄຸມເພີງໄດ້ເປັນທີ່ຮຽບຮ້ອຍ ແລະ ໄດ້ເຂົ້າກວດສອບພາຍໃນເຮືອນ ພົບຜູ້ເສຍຊີວິດ 1 ຄົນ:

ເພດຊາຍ ອາຍຸ 66ປີ ອາຊີບ ພະນັກງານບຳນານ ບ້ານສົມສະຫງ່າ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ.

ໝາຍເຫດ: ສ່ວນຄວາມເສຍຫາຍແມ່ນເຮືອນ 1 ຫລັງ ເສື້ອຜ້າ ແລະເຄື່ອງໃຊ້ພາຍໃນເຮືອນທັ້ງຫມົດ ສາເຫດອັກຄີໄພໃນຄັ້ງນີ້ແມ່ນຍັງບໍ່ຮູ້ສາເຫດທີ່ລະອຽດມອບໃຫ້ທາງເຈົ້າຫນ້າທີ່ສອບສວນແລະສືບສວນຕໍ່ໄປ.

.

  • ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ:
  • ຊື່ບັນຊີ:FOUNDATION FOR ASSISTING POOR PEOPLE OF LAO PDR.
  • ເລກບັນຊີ: LAK 092120001026649001.

ບາດເຈັບສຸກເສີນ ແຈ້ງເບີໂທ 1623 ຕະຫຼອດ 24 ຊົ່ວໂມງ.

.

.

.

.

.

.

Leave a Reply

Your email address will not be published. Required fields are marked *